spot_img
Homeຂ່າວທ້ອງຖິ່ນປະຊາຊົນ​ລາວ​ທົ່ວ​ປະ​ເທດສະຫລອງ​ບຸນປີ​ໃໝ່ ພສ 2559 ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ

ປະຊາຊົນ​ລາວ​ທົ່ວ​ປະ​ເທດສະຫລອງ​ບຸນປີ​ໃໝ່ ພສ 2559 ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ

Published on

ນັບ​ແຕ່​ວັນ​ທີ 13-16 ​ເມສາ 2016, ຊຶ່ງ​ເປັນ​ມື້​ທີ່​ປວງ​ຊົນ​ລາວ​ທັງ​ຊາດ​ໃນ​ທົ່ວ​ປະ​ເທດ​ໄດ້​ພ້ອມ​ກັນ​ສະ​ເຫລີ​ມສະຫລອງ​ບຸນປີ​ໃໝ່​ລາວ ຢ່າງ​ຄຶກຄື້ນ​ມ່ວນ​ຊື່ນ ຕາມ​ຮີດຄອງ​ປະ​ເພນີ​ ​ແລະ ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ, ​ເຊິ່ງ​ໃນ​ວັນ​ທີ13 ​ເມສາ ​ເປັນ​ມື້​ສັງຂານ​ລ່ວງ ນັບ​ແຕ່​ເວລາ 13:00 ​ໂມງ​ ຊາວ​ພຸດ ​ແລະປະຊາຊົນ​ລາວ ຢູ່​ນະຄອນຫລວງ​ວຽງ​ຈັນ ກໍ​ຄື ຢູ່​ບັນດາ​ແຂ​ວງ​ໃນ​ທົ່ວ​ປະ​ເທດຕ່າງ​ກໍ​ໄດ້​ຈັດ​ກິດຈະກຳ​ສຳຄັນ​ຕ່າງໆ​ທາງ​ພຸດ​ທະ​ສາສະໜາ ​ເປັນ​ຕົ້ນ ຢູ່​ຕາມ​ວັດວາອາຣາມ​ແຕ່​ລະ​ແຫ່ງ ​ໄດ້​ນຳ​ເອົາ​ພະ​ພຸດທະ​ຮູບ ລົງ​ປະດິດສະຖານ​ໄວ້​ທີ່​ຫໍ​ສົງ​ເພື່ອ​ເປີດ​ໂອກາດ​ໃຫ້​ຊາວ​ພຸດ​ທັງຫລາຍ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ​ໄດ້​ຫົດສົງ​ຕາມ​ຮີດຄອງ​ປະ​ເພນີ ອັນ​ດີງາມ​ທີ່​ມີ​ມາ​ແຕ່​ດຶກ​ດຳ​ບັນ.

ສຳລັບ​ການສະ​ເຫລີ​ມສະຫລອງ ບຸນ​ປະ​ເພນີ​ສຳຄັນ​ດັ່ງກ່າວ ສະ​ເພາະ​ຢູ່​ນະຄອນຫລວງ​ວຽງ​ຈັນ ​ໄດ້​ຈັດ​ກິດຈະກຳ​ສຳຄັນ​ທາງ​ປະ​ເພນີ​ເປັນ​ຕົ້ນ: ຂະ​ບວນ​ແຫ່​ພະພຸດທະ​ຮູບ​ມິ່ງ​ບ້ານ​ມິ່ງ​ເມືອງ, ຂະ​ບວນການ​ນຳ​ນະຄອນຫລວງ​ວຽງຈັນ ​ແລະ ​ເຖົ້າ​ແກ່​ແນວ​ໂຮມ ​ເຊິ່ງນຳ​ໂດຍ​ທ່ານ ສາຍທອງ ​ແກ້​ວດວງ​ດີ ຮອງ​ເຈົ້າ​ຄອງ​ນະ​ຄອນ​ຫລວງ​ວຽງ​ຈັນ,ຂະ​ບວນ​ນາງ​ສາວ​ນະຄອນຫລວງ​ວຽງ​ຈັນ ພສ 2559 (ນາງ​ສັງຂານ ທັງ 7 ​ເຊິ່ງ​ເປັນ​ຕົວ​ແທນ​ໃຫ້​ລູກ​ສາວ​ຂອງພະຍາ​ກະບິນລະ​ພົມ), ພ້ອມ​ນັ້ນ ຍັງ​ມີ​ຂະ​ບວນສິລະ​ປະ​ດົນ​ຕີ​ມະ​ໂຫລີ​ພື້ນ​ເມືອງ​ລາວ ​ແລະ ຂະ​ບວນມວນ​ຊົນ​ຊາວ​ນະຄອນຫລວງ​ວຽງ​ຈັນ ​ເຂົ້າ​ຮ່ວມ​ຢ່າງ​ຫລວງ​ຫລາຍ. ຂະ​ບວນ​ແຫ່​ດັ່ງກ່າວ ​ແມ່ນ​ໄດ້​ເລີ່​ມຈາກ​ວັດ​ອິນ​ແປງ ​ແຫ່​ໄປ​ຕາມ​ຖະໜົນ​ເສດ​ຖາ​ທິລາດ ​ໄປ​ຫາ​ໄຟ​​ແດງ​ໂຮງ​ໝໍ​ມະ​ໂຫສົດ ລ້ຽງ​ອອກ​ໃສ່​ເສັ້ນທາງ​ຟ້າ​ງຸ່ມ ຜ່ານ​ສວນສາທາ ລະນະ​ເຈົ້າ​ອານຸວົງ ​ໄປ​ຫາ​ວົງວຽນ​ປາກ​ປ່າ​ສັກ ​ແລ້ວ​ກັບ​ຄືນ​ຫາ​ວັດ​ອິນ​ແປງ, ​ເຊິ່ງ​ໃນ​ລະຫວ່າງ​ການ​ແຫ່​ຂະ​ບວນ​ໂດຍ​ມີ​ທ່ານດຣ. ສິນ​ລະ​ວົງ ຄຸດ​ໄພ​ທູນ ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກ ​ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ ພ້ອມ​ດ້ວຍ​ການ​ນຳ​ພັກ​-ລັດ ​ໄດ້ລໍຖ້າ​ໃຫ້​ການ​ຕ້ອນ​ຮັບ ​ແລະ ຊົມ​ຂະ​ບວນດັ່ງກ່າວ​ທີ່​ຜາມ​ຕໍ່ໜ້າ​ວົງວຽນ​ນ້ຳ​ພຸ, ສ່ວນ​ຢູ່ຫາດ​ແຄມ​ຂອງ​ກໍ​ໄດ້​ມີ​ກິດຈະກຳ​ສະ​ແດງ​ປະຕິ​ມະ​ກຳ​ຊາຍ ​ແລະ ​ງານ​ເດີນ​ແບບ​ຜ້າ​ຝ້າຍ​ລາວ, ​ເຊິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ນັກ​ທ່ອງ​ທ່ຽວ ​ແລະ ມວນ​ຊົນ​ເປັນ​ຢ່າງ​ດີ.

ສຳລັບ​ວັນ​ທີ 14-15-16 ​ເມສາ​ນີ້, ປະຊາຊົນ​ລາວ​ທົ່ວ​ປະ​ເທດ​ໄດ້​ພ້ອມ​ກັນ​ສືບ​ຕໍ່​ສະຫລອງ​ບຸນ​ດັ່ງກ່າວ​ຢ່າງ​ມ່ວນ​ຊື່ນ, ​ໂດຍ​ໄດ້​ຫົດສົງ​ພະ​ຢູ່​ຕາມ​ວັດ​ຕ່າງ​ທ ​ແລະ ຫົດສົງ​ນ້ຳ​ຢ່າງ​ຄຶກຄື້ນ​ມ່ວນ​ຊື່ນ​ຕາມ​​ເສັ້ນທາງ​ສຳຄັນ​ເປັນ​ຕົ້ນ:ຖະໜົນ​ເສດ​ຖາ​ທິລາດ, ​ເຈົ້າ​ຟ້າ​ງຸ່ມ ​ແລະ ສະຖານ​ທີ່​ອື່ນ​ໆ. ນອກ​ນັ້ນ ບາງ​ຄອບຄົວ​ຍັງ​ໄດ້​ມີ​ພິທີ​ບາສີສູ່ຂວັນ, ສົມ​ມາ​ຜູ້​ຊົງ​ຄຸນ​ວຸດ​ທິ, ພໍ​ແມ່-​ເຖົ້າ​ແກ່​ອາວຸ​ໂສ ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ ກະຕັນຍູ​ກະຕະ​ເວທີ​ຕໍ່​ຜູ້​ມີ​ພະ​ຄຸນ ​ເພື່ອ​ສົ່ງ​ທ້າຍ​ປີ​ເກົ່າ ​ແລະ ຕ້ອນຮັບ​ປີ​​ໃໝ່ ບົນ​ຈິດ​ໃຈ​ແຫ່ງ​ຄວາມ​ເບີກບານ​ມ່ວນ​ຊື່ນ, ຮັກສາ​ໄດ້​ຮີດຄອງ​ປະ​ເພນີ​ອັນດີງາມ​ທີ່​ເປັນ​ເອກ​ກະ​ລັກ​ຂອງ​ຊາດໃຫ້​ຄົງ​ຢູ່​ຕະຫລອດ​ການ.

 

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...