spot_img
Homeນານາສາລະພະປະຫວັດຂອງ ພະບາງ

ພະປະຫວັດຂອງ ພະບາງ

Published on

ປະຫວັດຄວາມເປັນມາ 2123 ປີຂອງພຣະບາງພຸດທະລາວັນ (ພສ 436-2559):
ພຣະບາງພຸດທະລາວັນໄດ້ສ້າງຂື້ນໃນປີ ພສ 426 ທີ່ປະເທດ ສີລັງກາ, ມີຄວາມສູງ 94 ຊັງຕີແມດ ແລະ ນໍ້າໜັກ 67,6 ກິໂລກຼາມ, ພາຍໃຕ້ການນໍາພາຂອງ ພຣະຈູຣະນາຄະເຖຣະ ທີ່ໄດ້ອະຣາທະນາອັງເຊີນ ພຣະສາຣີຣິກະທາດ 05 ພະອົງຂອງສົມເດັດພຣະສຳມາສຳພຸດທະເຈົ້າ ເຂົ້າປະດິດສະຖານໄວ້ພາຍໃນອົງພຣະບາງພຸດທະລາວັນ ຫຼື ພຣະປາງຫ້າມຍາດ, ຊື່ງໄດ້ມີປະຫວັດການເຄື່ອນຍ້າຍ ລາຍລະອຽດດັ່ງນີ້:
1. ພສ 436-1400 ໄດ້ປະດິດສະຖານໄວ້ຢູ່ຖີ່ນກຳເນີດ ປະເທດ ສີລັງກາ ເປັນເວລາຍາວນານເຖີງ 963 ປີ,
2. ພສ 1400-1902 ເຈົ້າສຸປິນນະຣາດ ແຫ່ງປະເທດສີລັງກາ ໄດ້ມອບພຣະບາງພຸດທະລາວັນ ໃຫ້ແກ່ເຈົ້າແຜ່ນດິນກຳພູຊາ ແລະ ປະດິດສະຖານໄວ້ທີ່ ນະຄອນອິນທະປັດ ເປັນເວລາຍາວນານເຖີງ 520 ປີ,
3. ພສ 1902-2322 ພຣະເຈົ້າໄຊວໍຣະມັນ ປະຣະເມສວນ (ພຣະຍາສິຣິຈຸນທະຣາດ) ໄດ້ມອບພຣະບາງພຸດທະລາວັນ ເປັນຂອງຂວັນໃຫ້ແກ່ ເຈົ້າຟ້າງູ່ມ ທີ່ເປັນຣາຊະບຸດເຂີຍ ເພື່ອນຳມາເຜີຍແຜ່ສາສະຫນາພຸດ ທີ່ອານາຈັກລາວລ້ານຊ້າງ ແລະ ພຣະບາງໄດ້ມີການອັງເຊີນປະດິດສະຖານ ເຄື່ອນຍ້າຍພາຍໃນ ອານາຈັກລາວລ້ານຊ້າງໄລຍະຈະເລີນຮູ່ງເຮືອງ ເປັນເວລາເບື້ອງຕົ້ນຍາວນານເຖີງ 421 ປີ ລາຍລະອຽດດັ່ງນີ້:
(ກ) ພສ 1902-2045 ພຣະບາງໄດ້ປະດິດສະຖານຢູ່ເມືອງ ວຽງຄຳ 143 ປີ,
(ຂ) ພສ 2045-2047 ພຣະບາງໄດ້ປະດິດສະຖານຢູ່ ວັດມະໂນລົມ 02 ປີ,
(ຄ) ພສ 2047-2248 ໄດ້ອັງເຊີນພຣະບາງພຸດທະລາວັນ ປະດິດສະຖານ ມາໄວ້ຢູ່ວັດວິຊູນມະຫາວິຫານ ເມືອງຊຽງທອງ (ເມືອງຫຼວງພະບາງ) ເປັນເວລານານເຖີງ 201 ປີ ແລະ
(ງ) ພສ 2248-2322 ໄດ້ອັງເຊີນພຣະບາງລົງມາປະອິດສະຖານໄວ້ ຢູ່ວັດອິນແປງມະຫາວິຫານ (ວັດປ່າສັກຫຼວງ) ນະຄອນຫຼວງວຽງຈັນ ເປັນເວລາ 74 ປີ,
4. ພສ 2322-2326 ສັກດີນາສະຫຍາມໄດ້ມາຕີ ນະຄອນຫຼວງວຽງຈັນ ໄດ້ອັງເຊີນພຣະບາງພຸດທະລາວັນ ພຣະແກ້ວມໍຣະກົດ ແລະ ພຣະແຊກຄຳ ໄປປະດິດສະຖານຢູ່ກຸງເທບມະຫານະຄອນ, ຊື່ງພຣະແກ້ວມໍຣະກົດ ແລະ ພຣະແຊກຄຳ ແມ່ນບໍໄດ່ກັບມາຄືນນັບຕັ້ງແຕ່ກາລະບັດນັ້ນເປັນຕົ້ນມາ ແລະ ສະຫຍາມໄດ້ສົ່ງພຽງແຕ່ພຣະບາງຄືນພາຍຫຼັງເວລາເວລາ 04 ປີ,
5. ພສ 2326-2371 ພຣະບາງພຸດທະລາວັນໄດ້ກັບມາປະດິດສະຖານຢູ່ ນະຄອນຫຼວງວຽງຈັນ ເປັນເວລາ 45 ປີ,
6. ພສ 2371-2409 ສັກດີນາສະຫຍາມໄດ້ມາຈູດເຜົາທຳລາຍ ນະຄອນຫຼວງວຽງຈັນ ແລະ ນຳເອົາພຣະບາງພຸດທະລາວັນໄປອີກຮອບທີສອງ ເປັນເວລາ 38 ປີ,
7. ພສ 2409-2429 ພຣະບາງພຸດທະລາວັນໄດ້ກັບມາ ແລະ ອັງເຊີນຂື້ນເມືອປະດິດສະຖານໄວ້ຢູ່ ວັດວິຊຸນມະຫາວິຫານ ເມືອງຫຼວງພຣະບາງ ເປັນເວລາ 20 ປີ,
8. ພສ 2409-2556 ພຣະບາງພຸດທະລາວັນໄດ້ອັງເຊີນໄປ ປະດິດສະຖານຢູ່ ວັດໃໝ່ສຸວັນນະພູມາຣາມ ຫໍຄຳພະຣາຊະວັງຫຼວງ ແລະ ທ້ອງພະຄັງຫຼວງ ເປັນເວລານານເຖີງ 147 ປີ, ແລະ
9. ວັນເສົາ 14 ເດືອນທັນວາ ຄສ 2013 / ພສ 2556 ໄດ້ມີພິທີອັງເຊີນພຣະບາງພຸດທະລາວັນ ພຣະພຸດທະຮູບອົງສັກສິດ ຂອງຄໍ້າຂອງຄູນບ້ານຄູນເມືອງລາວ ແລະ ຖືເປັນມູນມໍຣະດົກອັນລໍ້າຄ່າຂອງປະເທດຊາດ ຂື້ນໄປປະດິດສະຖານຢູ່ຫໍພຣະບາງແຫ່ງໃໝ່ຢ່າງສົມພຣະກຽດ ແລະ ເປັນຄວາມພູມໃຈຂອງປວງຊົນລາວທັງຊາດ .

12987111_512571398926410_7950887057455418407_n 13001171_512574692259414_427437766304440145_n

ຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ
ຮູບຈາກ: ຫຸມເພັດ ມະນີສຸກ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...