spot_img
HomeມູມໄອທີລາວMeizu ເປີດໂຕສະມາດໂຟນເຮືອທຸງ Meizu Pro 6 ຢ່າງເປັນທາງການ

Meizu ເປີດໂຕສະມາດໂຟນເຮືອທຸງ Meizu Pro 6 ຢ່າງເປັນທາງການ

Published on

Meizu ເປີດໂຕສະມາດໂຟນເຮືອທຸງ Meizu Pro 6 ຢ່າງເປັນທາງການແລ້ວ. ເປັນເວລາເຄິ່ງປີທີ່ Meizu ໄດ້ເປີດໂຕ Meizu Pro 5 ມາແລ້ວເຊິ່ງຖືວ່າສະເປັກທີ່ເປີດໂຕມານັ້ນໃຊ້ໄດ້ເລີຍ ແລະເຮົາຈະມາເບິ່ງນຳກັນວ່າ Meizu Pro 6 ນີ້ຈະດີຊ່ຳໃດ

image

ສຳລັບ Meizu Pro 6 ນັ້ນມາພ້ອມກັບໜ້າຈໍຂະໜາດ 5.2 ນິ້ວ, ຄວາມລະອຽດ 1080 x 1920 ພິກເຊວ (FHD) ແລະໃຊ້ຈໍ Super AMOLED. ໃຊ້ງານຊິບປະມວນຜົນໂຕໃໝ່ຫຼ້າສຸດຄື MediaTek Helio X25 ເຊິ່ງເປັນຊິບແບບ deca-core 2.5GHz ແລະຍັງມາພ້ອມກັບຊິບປະມວນຜົນກຣາບຟິກ Mali-T880 GPU. RAM 4GB ແລະ ROM 32GB/64GB (ຮອງຮັບ microSD ສູງສຸດ 128GB), ມີລະບົບສະແກນລາຍນິ້ວມືພ້ອມ. ສຳລັບຄຸນສົມບັດຫຼັກໆຂອງ Pro 6 ແມ່ນມາພ້ອມກັບລະບົບ Force Touch ຫຼືເອີ້ນວ່າ 3D Press.

image

ໃນດ້ານຂອງກ້ອງກໍຖືວ່າຈັດເຕັມເລີຍ. ກ້ອງຫຼັງມີຄວາມລະອຽດທີ່ 21 ລ້ານພິກເຊວ ໂດຍໃຊ້ງານເຊນເຊີຂອງ Sony IMX 230 ມາພ້ອມກັບລະບົບເລເຊີໂຟກັດອັດຕະໂນມັດ ແລະມາພ້ອມກັບແຟລັດ 10-LED (ອັນນີ້ບໍ່ຮູ້ວ່າເປັນແນວໃດ) ແລະ ກ້ອງໜ້າມີຄວາມລະອຽດ 5 ລ້ານພິກເຊວ.

ແບັດເຕີຣີໃຫ້ມາ 2560mAh ສາມາດສາກແບັດຕັ້ງແຕ່ 0% ຫາ 100% ໄດ້ໃນເວລາພຽງ 60 ນາທີ. ໂຕເຄື່ອງມີ 5 ສີໃຫ້ເລືອກໄດ້ແກ່ ສີເທົາ, ເງິນ, ແດງ, ທອງ ແລະ ທອງບົວ. ສຳລັບໂຕເຄື່ອງນັ້ນຂ່ອນຂ້າງບາງເພາະບາງ 7.25 ມມ ແລະໜັກ 160 ກຣາມ. ສຳລັບ Pro 6 ຍັງຮອງຮັບພອຣດ Type-C ແລະຕິດຕັ້ງ Android 6.0 ມາກັບເຄື່ອງ ເຊິ່ງຖືກຄອບດ້ວຍ Flyme 5.5. Meizu Pro 6 ຮອງຮັບ Cat.6 4G LTE ພ້ອມກັບ VoLTE

image

ສຳລັບລຸ້ນ 32GB ແມ່ນມີລາຄາຢູ່ທີ່ 2500 ຢວນ (3.135.000 ກີບ) ແລະລຸ້ນ 64GB ມີລາຄາຢູ່ທີ່ 2800 ຢວນ (3.510.000 ກີບ). ສຳລັບມື້ວາງຂາຍຈະເປັນວັນທີ 23 ເມສານີ້

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...