spot_img
HomeມູມໄອທີລາວHTC 10 ສະມາດໂຟນເຮືອທຸງເປີດໂຕຢ່າງເປັນທາງການ

HTC 10 ສະມາດໂຟນເຮືອທຸງເປີດໂຕຢ່າງເປັນທາງການ

Published on

ສຳລັບບໍລິສັດ HTC ນີ້ຈະເຫັນໄດ້ວ່າຫຼາຍໆຮອບທີ່ຜ່ານມານັ້ນ ຍອດຂາຍທາງດ້ານສະມາດໂຟນຕົກຕ່ຳຫຼາຍ ອັນເນື່ອງມາຈາກບັນຫາທາງດ້ານເທັກນິກແລະລາຄາຂອງສະມາດໂຟນທີ່ແພງເກີນຈິງ. ແຕ່ວ່າບໍລິສັດ HTC ກໍຍັງບໍ່ທໍ້ຖອຍກັບຕະຫຼາດສະມາດໂຟນເຊິ່ງຫຼ້າສຸດນີ້ກໍໄດ້ມີການເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ນັ້ນກໍຄື HTC 10

ສຳລັບ HTC 10 ນີ້ມີໜ້າຈໍຂະໜາດ 5.2 ນິ້ວ, ຄວາມລະອຽດ 2560×1440 ພິກເຊວ (Quad HD) ແລະໃຊ້ຈໍ Super LCD. ໃຊ້ງານຊິບປະມວນຜົນ Qualcomm Snapdragon 820 ສຳລັບປະເທດອາເມຣິກາ (ຊິບປະມວນຜົນຈະແຕກຕ່າງກັນຕາມແຕ່ລະປະເທດ). ROM 32/64GB (ຮອງຮັບ microSD ສູງສຸດ 2TB), RAM 4GB

image

ໃນດ້ານຂອງກ້ອງຫຼັງແມ່ນມີຄວາມລະອຽດ 12 ລ້ານພິກເຊວ UltraPixel ມາພ້ອມກັບ 1.55um ພິກເຊວ ແລະຄ່າ f/1.8, ຮອງຮັບ OIS, ເລເຊີໂຟກັດອັດຕະໂນມັດ, RAW ແລະ ຮອງຮັບການຖ່າຍວີດີໂອແບບ 4K ແລະໂໝດກ້ອງແບບ Pro.

image

ສຳລັບກ້ອງໜ້ານັ້ນມີຄວາມລະອຽດ 5 ລ້ານພິກເຊວ ມາພ້ອມກັບເລນ ultra-wide, ຮອງຮັບ OIS, 1.34um ພິກເຊວ ແລະຄ່າ f/1.8.

ສຳລັບສິ່ງທີ່ຂາດບໍ່ໄດ້ສຳລັບສະມາດໂຟນຂອງ HTC ນັ້ນກໍຄືລະບົບສຽງ HTC BoomSound Hi-Fi Edition ເຊິ່ງມາພ້ອມກັບ Dolby Audio ແລະ woofer + tweeter, ໄມໂຄຣໂຟນຕັດສຽງລົບກວນອີກ 3 ອັນ.

image

ສຳລັບ HTC 10 ນັ້ນແມ່ນໃຊ້ງານລະບົບ Android 6.0 Marshmallow ຄອບທັບດ້ວຍ HTC Sense 8 UI. ແບັດເຕີຣີ 3,000mAh, ມີລະບົບສະແກນລາຍນິ້ວມື ແລະຮອງຮັບພອຣດ USB Type-C. ໂຕເຄື່ອງນັ້ນມີໃຫ້ເລືອກເຖິງ 4 ສີໄດ້ແກ່: Carbon Grey, Glacier Silver, Topaz Gold ແລະ Camellia Red

image

ທີ່ມາ:Phonearena

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...