spot_img
Homeຂ່າວຕ່າງປະເທດແມ່ຂ້າຕົວຕາຍ ຫວັງເງິນປະກັນຊ່ວຍລູກຊາຍເຈັບປ່ວຍ ລືມເບິ່ງສັນຍາໝົດອາຍຸ

ແມ່ຂ້າຕົວຕາຍ ຫວັງເງິນປະກັນຊ່ວຍລູກຊາຍເຈັບປ່ວຍ ລືມເບິ່ງສັນຍາໝົດອາຍຸ

Published on

1540

ສຳນັກຂ່າວຊຽງໄຮ້ອີສ ສື່ທ້ອງຖິ່ນໃນປະເທດຈີນ ລາຍງານເລື່ອງລາວສຸດແສນສະລົດໃຈ ກໍລະນີແມ່ຄົນຈີນ ອາຍຸ 63 ປີ ໃນເມືອງ ເຊິນເຈິ້ນ ຂ້າຕົວຕາຍດ້ວຍການໂດດລະບຽງຊັ້ນ 9 ຈາກຫ້ອງພັກອາພາດເມັ້ນ ຫວັງໃຫ້ລູກຊາຍນຳເອົາເງິນປະກັນຊີວິດທີ່ເຄີຍຊື້ໄວ້ໄປປິ່ນປົວໂຕເອງ ຈາກການເຈັບປ່ວຍ ພ້ອມທັງຂຽນຂໍ້ຄວາມສັ່ງເສຍໄວ້

ຕ້ອງຍ້ອນກັບໄປໃນປີ 2005 ລູກຊາຍໄດ້ຮັບການວິນິດໄສຈາກໝໍວ່າເປັນໂຣກ ຂໍ້ຮູມາຕິກ ຊະນິດຮູນແຮງ (Bechterew’s Disease) ເປັນຜົນໃຫ້ກະດູກສັນຫລັງພິການ ແລະສູນເສຍຄວາມຢືດຢຸ່ນ ສົ່ງຝົນໃຫ້ປວດແລະບໍ່ສາມາດຍັບຄໍໄປຈົນຮອດແຜ່ນຫລັງສ່ວນລຸ່ມໄດ້ ຈົນກະທັ້ງອາການຮຸນແຮງຂື້ນຈົນບໍ່ສາມາດຍ້າຍສະໂພກໄດ້ແລະຄໍບໍ່ສາມາດເໜັງໄດ້ຈົນຕ້ອງໄດ້ອອກຈາກວຽກ

ຄອບຄົວຕ້ອງໃຊ້ເງິນຈຳນວນຫລາຍເພື່ອຮັກສາລູກຊາຍ ສົ່ງຜົນໃຫ້ແມ່ຂອງເຂົາເກີດມີຄວາມຄຽດຢ່າງໜັກທັງນີ້ລາວຈື່ໄດ້ວ່າເຄີຍຊື້ປະກັນຊີວິດໄວ້ກ່ອນໜ້ານີ້ ເມື່ອວັນທີ 22ມີນາທີ່ຜ່ານມາລາວຈຶ່ງຕັດສິນໃຈໂດດຕຶກຂ້າຕົວຕາຍ ເພື່ອໃຫ້ໄດ້ຮັບເງິນປະກັນຊີວິດຈຳນວນ 300,000 ຢວນ (ປະມານ 400ລ້ານກີບ) ຫັງນຳເງິນປະກັນໃຫ້ລູກຊາຍໄປປິ່ນປົວໂຕເອງ ແຕ່ກັບບໍ່ໄດ້ເບິ່ງວ່າ ປະກັນດັ່ງກ່າວໝົດອາຍຸຕັ້ງແຕ່ເດືອນ ພະຈິກ ປີກາຍ ແລະຍັງລະບຸໄວ້ອີກວ່າຈະບໍ່ຈ່າຍເງິນໃຫ້ແກ່ຜູ້ເສຍຊີວິດທີ່ຂ້າຕົວຕາຍ ໂດຍເຫດການດັ່ງກ່າວສ້າງຄວາມສະເທືອນໃຈໃຫ້ແກ່ລູກຊາຍຢ່າງສຸດຂີດ ເນື່ອງຈາກຕ້ອງສູນເສຍແມ່ໄປໂດຍທີ່ບໍ່ໄດ້ຮັບເງິນປະກັນຈັກຢວນ.

 

ຂ່າວຈາກ: ສຳນັກຂ່າວເອບີຊີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...