spot_img
Homeຂ່າວພາຍ​ໃນລາຍໄດ້ສະເລ່ຍ ຂອງປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ຈະເພີ້ມຂຶ້ນຕື່ມ

ລາຍໄດ້ສະເລ່ຍ ຂອງປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ຈະເພີ້ມຂຶ້ນຕື່ມ

Published on

people-income-to-reach

 

ລາຍໄດ້ສະເລ່ຍ ຂອງປະຊາຊົນ ໃນເຂດນະຄອນຫຼວງວຽງຈັນຈະເພີ້ມຂຶ້ນເປັນ 3,800 ດອນລາຕໍ່ຄົນ
ໃນຂະນະທີ່ ປະຊາຊົນໃນແຂວງຜົ້ງສາລີ ຍັງຈະມີລາຍໄດ້ສະເລ່ຍ ຕ່ຳກວ່າ 1,000 ດອນລາ
ໃນແຜນການປີ 2013-2014 ນີ້.

ທ່ານສົມວັນດີ ນາຖາວົງ ຮອງເຈົ້າຄອງເຂດນະຄອນຫຼວງວຽງຈັນຖະແຫຼງຢືນຢັນວ່າ ຍອດຜະລິດຕະພັນລວມຫຼື
GDP ໃນເຂດນະຄອນວຽງຈັນ ມີມູນຄ່າລວມເຖິງ 15,853 ຕື້ກີບໃນລະຍະ 6 ເດືອນທີ່ຜ່ານມາ
ຂອງແຜນການ ປະຈຳປີ 2013-2014 ນີ້ ຊຶ່ງນອກຈາກຈະຄິດເປັນ 53 ເປີເຊັນ
ຂອງແຜນການປີແລ້ວກໍຍັງສາ ມາດ ຄາດໝາຍໄດ້ວ່າ ເສດຖະກິດ ໃນເຂດນະຄອນຫຼວງວຽງຈັນ
ຈະຂະຫຍາຍຕົວເພີ້ມຂຶ້ນ ຕາມແຜນການທີ່ວາງໄວ້ ກໍຄືບໍ່ລຸດ 12.7 ເປີເຊັນ
ເມື່ອທຽບໃສ່ກັບແຜນການປີ 2012-2013 ທີ່ຜ່ານມາ.

ໂດຍການຂະຫຍາຍຕົວ ທາງເສດຖະກິດ ໃນອັດຕາສະເລ່ຍດັ່ງກ່າວ ຈະເຮັດໃຫ້ GDP
ໃນເຂດນະຄອນຫຼວງວຽງຈັນ ມີມູນຄ່າລວມເຖິງ 29,912 ຕື້ກີບໃນຕະຫຼອດແຜນການ
ປີ 2013-2014 ທີ່ຈະສິ້ນສຸດລົງ ໃນເດືອນກັນຍາປີນີ້ ແລະ ຈະສາມາດຖົວສະເລ່ຍ
ເປັນລາຍໄດ້ ຂອງປະຊາຊົນລາວ ໃນເຂດນະຄອນຫຼວງວຽງຈັນ ໄດ້ເຖິງ 30 ລ້ານກີບ
ຫຼືປະມານ 3,800 ດອນລາຕໍ່ຄົນຕໍ່ປີ.

ແຕ່ຢ່າງໃດກໍຕາມ ການພັດທະນາເສດຖະກິດ ໃນເຂດນະຄອນຫຼວງວຽງຈັນ ທີ່ຂະຫຍາຍຕົວເພີ້ມຂຶ້ນດັ່ງກ່າວນີ້
ກໍເຮັດໃຫ້ລະດັບລາຍໄດ້ ແລະ ສະພາບຊີວິດ ການເປັນຢູ່ຂອງປະຊາຊົນລາວ ທີ່ຢູ່ໃນເຂດນະຄອນຫຼວງວຽງຈັນ
ແລະ ເຂດຕົວເມືອງ ກັບເຂດຊົນນະບົດມີຄວາມແຕກໂຕນກັນ ຫຼາຍຂຶ້ນນັບມື້ ດ້ວຍເຊັ່ນກັນ ດັ່ງທີ່
ທ່ານສີວັນ ອຸດທະຈັກ ສະມາຊິກສະພາແຫ່ງຊາດ ຈາກແຂວງຈຳປາສັກ ໄດ້ຖະແຫຼງຊີ້ແຈງວ່າ:

“ຄວາມທຸກຍາກ ຂອງປະຊາຊົນ ຢູ່ໃນເຂດຊົນນະບົດ ຫ່າງໄກສອກຫລີກ ຖ້າທຽບໃສ່ຢູ່ຕົວເມືອງ
ເຫັນວ່າ ຍັງມີຄວາມຜິດ ໂຕນກັນຫຼາຍ ຈາກສະພາບດັ່ງກ່າວນັ້ນ ພວກເຮົາເຫັນວ່າ ລູກຫຼານຂອງ
ປະຊາຊົນ ທີ່ທຸກຍາກ ແມ່ນຂາດ ການສຶກສາຮ່ຳຮຽນ ໝາຍຄວາມວ່າ ລູກຫຼານ
ທີ່ຢູ່ໃນໄວອາຍຸ ໄດ້ຮ່ຳຮຽນ ກໍໄດ້ອອກຈາກ ໂຮງຮຽນ.”

ໂດຍລັດຖະບານລາວ ໄດ້ວາງເປົ້າໝາຍ ທີ່ຈະລົບລ້າງ ບັນຫາຄວາມຍາກຈົນ ຂອງປະຊາຊົນບັນດາເຜົ່າ
ໃຫ້ໄດ້ໂດຍພື້ນຖານ ພາຍໃນປີ 2015 ກໍຄືການລົດບັນຫາ ຄວາມຍາກຈົນຂອງປະຊາຊົນລາວ
ລົງສູ່ລະດັບບໍ່ເກີນ 10 ເປີເຊັນ ຂອງຈຳນວນ ຄອບຄົວທັງໝົດ ໃນປີ 2015 ທັງນີ້ ກໍເພື່ອໃຫ້ເປັນພື້ນຖານ
ຮອງຮັບເປົ້າໝາຍທີ່ລັດຖະບານລາວ ຈະນຳພາປະເທດຊາດ ໄປສູ່ການລຸດພົ້ນ ຈາກສະພາບ
ດ້ອຍພັດທະນາ ໃຫ້ໄດ້ ພາຍໃນປີ 2020 ຕໍ່ໄປ ຊຶ່ງໃນສະພາບການຕົວຈິງ ກໍຄົງຈະເປັນ
ໄປໄດ້ຍາກ ໂດຍມີສາເຫດມາຈາກບັນຫາ ທີ່ກ່ຽວກັບ ຄວາມແຕກໂຕນກັນໃນລະດັບ
ຂອງການພັດທະນາດັ່ງກ່າວ.

ທັງນີ້ ໂດຍຈະເຫັນໄດ້ຢ່າງຊັດເຈນ ຈາກກໍລະນີຂອງເຂດ ນະຄອນຫຼວງວຽງຈັນ ທີ່ປະຊາຊົນມີລາຍໄດ້
ສະເລ່ຍເຖິງ 27 ລ້ານກີບ ຫຼື ປະມານ 3,346 ຕໍ່ຄົນ ໃນປັດຈຸບັນນີ້ ຫາກແຕ່ວ່າ
ສຳລັບປະຊາຊົນໃນແຂວງຜົ້ງສາລີ ກັບຍັງຄົງມີລາຍໄດ້ ສະເລ່ຍພຽງ 6 ລ້ານກີບ ຫຼື 745 ດອນລາຕໍ່ຄົນເທົ່ານັ້ນ
ໃນຂະນະທີ່ ອັດຕາຄວາມຍາກຈົນ ຂອງປະຊາຊົນໃນແຂວງດັ່ງກ່າວ ກໍຍັງສູງກວ່າ 45 ເປີເຊັນ
ຂອງປະຊາກອນທັງໝົດ ໃນເວລານີ້ ເພາະສະນັ້ນ ຈຶ່ງເປັນການຍາກ ຢ່າງຍິ່ງ ທີ່ແຂວງຜົ້ງສາລີ ຈະສາມາດລົບລ້າງ
ບັນຫາຄວາມຍາກຈົນໄດ້ຕາມເປົ້າໝາຍ ທີ່ລັດຖະບານລາວ ໄດ້ກຳນົດໄວ້ໃນປີ 2015 ດັ່ງກ່າວ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...