Homeຂ່າວພາຍ​ໃນ​ເຈົ້າ​ໜ້າ​ທີ່​ອອກ​ແຈ້ງ​ການ​​ໃຫ້​ປະຕິບັດ​ລະບຽບ​ຈະລາຈອນ​ຢ່າງ​ເຂັ້ມ​ງວດ​ໃນ​ໄລຍະ​ບຸນປີ​ໃໝ່​ລາວ

​ເຈົ້າ​ໜ້າ​ທີ່​ອອກ​ແຈ້ງ​ການ​​ໃຫ້​ປະຕິບັດ​ລະບຽບ​ຈະລາຈອນ​ຢ່າງ​ເຂັ້ມ​ງວດ​ໃນ​ໄລຍະ​ບຸນປີ​ໃໝ່​ລາວ

Published on

ກົມ​ໃຫຍ່​ຕຳຫລວດກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບໄດ້ອອກ​ແຈ້ງ​ການ​ເຖິງ​ພໍ່​ແມ່​ປະຊາຊົນ, ພະນັກງານ,ທະຫານ, ຕຳຫລວດ ​ແລະ ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​ກ່ຽວ​ກັບ​ການ​ສະ​ເຫລີ​ມສະຫລອງ​ບຸນປີ​ໃໝ່​ລາວ ພສ 2559 ​ໃຫ້​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ ​ແລະ ສາມາດ​ຫລີກ​ລ້ຽງການ​ສູນ​ເສຍ​ທາງ​ດ້ານ​ສຸຂະພາບ, ຊີວິດ ​ແລະ ຊັບ​ສິນ, ຊຶ່ງ​ໄດ້​ລະບຸ​​ວ່າ: ​ໃຫ້​ຜູ້​ທີ່​​ໃຊ້​ລົດ​ໃຊ້​ຖະໜົນປະຕິບັດ​ກົດ​ລະບຽບ​ຈະລາຈອນ​ຢ່າງ​ເຂັ້ມ​ງວດ; ຫ້າມ​ດື່ມ​ສິ່ງ​ມຶນ​ເມົາ​ແລ້ວ​ຂັບ​ຂີ່​ລົດ; ຫ້າມ​ແລ່ນ​ລົດ​ໄວ​ເກີນ​ກຳນົດ, ຫ້າມ​ບັນທຸກ​ຂົນ​ສົ່ງ​ສິນຄ້າ​ໜັກ ​ແລະ ຄົນ​ໂດຍສານ​ເກີນກຳນົດ; ຫ້າມ​ເອົາ​ຖັງ​ນ້ຳ​ຕ່າງ​ໃສ່​ລົດ​ທຸກ​ປະ​ເພດ​ຫົດ-ສາດ​ນ້ຳ​ໃສ່​ກັນ​ຢ່າງ​ເດັດຂາດ; ຫ້າມ​ແລ່ນ​ລົດ​ເປັນ​ພຶງ​ເປັນ​ແພ ​ແລະ ​ແຂ່ງຂັນ​ຕາມ​ສາຍ​ທາງ​ຕົວ​ເມືອງ​ຢ່າງ​ເດັດ​ຂາດ, ຊຶ່ງ​ປີຜ່ານມາ​ໄດ້​ສ້າງຜົນ​ເສຍ​ຫາຍ​ເຖິງ​ສຸຂະພາບ, ຊີວິດ ​ແລະ ຊັບ​ສິນ​ຂອງ​ພໍ່​ແມ່

ປະຊາຊົນ​ຫລາຍ​ພໍ​ສົມຄວນ ມັນ​ໄດ້​ສະ​ແດງ​ອອກ​ໃນ​ປີ 2015 ມີ​ອຸປະຕິ​ເຫດ​ເພີ່ມ​ຂຶ້ນ​ໃນໄລຍະສະຫລອງບຸນປີໃໝ່ເຖິງ278 ກໍລະນີ, ພາຫະນະ​ເປ່​ເພ 509 ຄັນ, ມີ​ຜູ້​ໄດ້​ຮັບ​ບາ​ດ​ເຈັບ 452 ຄົນ, ​ເສຍ​ຊີວິດ 38 ຄົນ. ສະ​ນັ້ນ ​ໃນ​ປີ 2016 ນີ້ພວກ​ເຮົາ​ທຸກ​ຄົນ​ໃນ​ສັງຄົມ, ​ໂດຍສະ​ເພາະ​ຜູ້​ໃຊ້​ລົດ​ໃຊ້​ຖະໜົນຄວນ​ໄດ້​ເອົາ​ໃຈ​ໃສ່, ມີ​ສະຕິ​ໃນ​ການ​ຂັບ​ຂີ່​ທຸກ​ຄັ້ງ, ​ໃສ່​ໝວກ​ກັນ​ກະທົບ, ບໍ່ຂັບ​ຂີ່​ລົດດ້ວຍ​ຄວາມ​ໄວ​ທີ່​ກຳນົດ​ໄວ້​ຕາມ​ເສັ້ນທາງ​ຕ່າງໆ ​ເພື່ອ​ສະກັດ​ກັ້ນ ​ແລະ ປ້ອງ​ກັນ​ການ​ເກີດ​ອຸປະຕິ​ເຫດ​ໃນ​​ໄລ​ຍະ​ປີ​ໃໝ່​ລາວ​ທີ່​ຈະ​ມາ​ເຖິງນີ້, ພ້ອມ​ທັງ​ຊ່ວຍ​ຫລຸດຜ່ອນ​ຈຳນວນ​ຂອງ​ອຸປະ​ຕິ​ເຫດ ​ແລະ ຈຳນວນ​ຂອງ​ຜູ້​ເສຍ​ຊີ​ວິດ​​ໃນ​ໄລຍະ​ດັ່ງກ່າວ​ນຳ​ອີກ.

 

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...