spot_img
Homeຂ່າວສັ້ນຊາຍປ່ວງ! ເມົາຢາບ້າອະລາວາດຈູດເຮືອນ ແລະ ແຂວນຄໍຕາຍ

ຊາຍປ່ວງ! ເມົາຢາບ້າອະລາວາດຈູດເຮືອນ ແລະ ແຂວນຄໍຕາຍ

Published on

ເປັນອີກໜຶ່ງເຫດການປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມລາວບໍ່ເວັ້ນແຕ່ລະວັນ ໃນຕອນເຊົ້າຂອງມື້ນີ້ ວັນທີ 7 ເມສາ 2016 ທີ່ ບ້ານນາເຕີຍ, ເມືອງຫຼວງນ້ຳທາ, ແຂວງຫຼວງນ້ຳທາ. ໄດ້ມີຊາຍເມົາຢາບ້າ ແລ້ວອາລະວາດ ຈູດເຮືອນໄໝທັງຫຼັງ ຈາກນັ້ນ ໄດ້ແຂວນຄໍຂ້າຕົນເອງຕາຍ. ນີ້ເປັນອີກຕົວຢ່າງໜຶ່ງທີ່ບໍ່ດີ ບໍ່ຄວນນຳເອົາໄປເປັນແບບຢ່າງ.
7889
ຄຳວ່າ “ຢາບ້າ” ຟັງແຕ່ຊື່ກໍ່ຮູ້ແລ້ວວ່າເສບລົງໄປແລ້ວຈະເຮັດໃຫ້ຕົວເອງເປັນບ້າ ແຕ່ກໍ່ຍັງມີກຸ່ມຄົນບາງຈຳນວນທີ່ມີຣົດນິຍົມຜິດໆ ທີ່ມັກເຮັດມັກລອງສິ່ງທີ່ຄົນທົ່ວໄປບໍ່ເຮັດກັນ ຢາເສບຕິດແມ່ນອັນຕະລາຍຢ່າງໜຶ່ງທີ່ເປັນຕົ້ນເຫດເຮັດໃຫ້ສັງຄົມມີຄວາມວຸ້ນວາຍ ບໍ່ວ່າຈະເປັນສັງຄົມໃນຄອບຄົວ, ບ້ານ, ເມືອງ, ແຂວງ, ປະເທດ ທຸກຝ່າຍໄດ້ຮັບຜົນກະທົບຢ່າງຫຼີກລ່ຽງບໍ່ໄດ້.
101
ການແກ້ໄຂບັນຫາຢາເສບຕິດໃນສັງຄົມລາວ ບໍ່ແມ່ນໜ້າທີ່ຂອງໃຜ ຫຼື ຝ່າຍໃດຝ່າຍໜຶ່ງຕ້ອງຮັບຜິດຊອບຝ່າຍດຽວ ແຕ່ທຸກຄົນໃນສັງຄົມຕ້ອງແກ້ໄຂບັນຫານີ້ຊ່ວຍກັນ ຖ້າບໍ່ມີຄົນຊື້ ກໍ່ບໍ່ມີຄົນຂາຍ ແລ້ວຢາບ້າກໍ່ຈະຫາຍໄປຈາກສັງຄົມລາວ.
ຂ່າວໂດຍ: ລາວໂພສຕ໌
ພາບ ແລະ ຂ່າວຈາກ: ນັກຂ່າວສັນຈອນ ແລະ ໂທລະໂຄ່ງ

 

 

 

ພາບ ແລະ ຂ່າວ: ນັກຂ່າວສັນຈອນ ແລະ ໂທລະໂຄ່ງ

 

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...