HomeBaby-ແມ່ແລະເດັກສຸດຍອດອາຫານທີ່ມີປະໂຫຍດສຳລັບລູກນ້ອຍ

ສຸດຍອດອາຫານທີ່ມີປະໂຫຍດສຳລັບລູກນ້ອຍ

Published on

ໃນສັງຄົມປັດຈຸບັນ ພໍ່ແມ່ແຕ່ລະຄົນລ້ວນແຕ່ຢາກເຫັນລູກມີສຸຂະພາບທີ່ດີ ແລະ ມັກຈະຊອກອາຫານເສີມດີໆມາໃຫ້ລູກກິນ ເພື່ອສົ່ງເສີມການພັດທະນາການ ແລະ ທັກສະຕ່າງໆ ໂດຍສະເພາະດ້ານສະໝອງ. ແຕ່ທ່ານຮູ້ບໍ່ວ່າ ເຮົາບໍ່ຈຳເປັນຕ້ອງອາໃສອາຫານເສີມລາຄາແພງກໍ່ໄດ້ ເພາະອາຫານບຳລຸງສະໝອງເດັກທີ່ຈະແນະນຳຕໍ່ໄປ ທ່ານສາມາດຫາໄດ້ງ່າຍໆ.

ປາແຊວມອນ: ໃນຊີ້ນປາຊະນິດນີ້ອຸດົມໄປດ້ວຍກົດໄຂມັນ, ມີໂອເມກາ 3 DHA ແລະ EPAຊຶ່ງມີຄວາມຈຳເປັນສຳລັບການຈະເລີນເຕີບໂຕຂອງຮ່າງກາຍ ແລະ ສະໝອງ.

ໄຂ່: ໄຂ່ໜຶ່ງໜ່ວຍອຸດົມໄປດ້ວຍໂປຣຕີນ ສະເພາະໄຂ່ແດງຈະມີໂປຣຕີນຫຼາຍທີ່ສຸດ ປະໂຫຍດຈາກໄຂ່ກໍ່ຄື ຊ່ວຍໃນການບຳລຸງສະໝອງ, ບຳລຸງຮ່າງກາຍ ແລະ ຊ່ວຍຟື້ນຟູສຸຂະພາບອີກດ້ວຍ.

ເນີຍ: ໃນເນີຍຈະມີສານ ເລຊິຕິນ, ວິຕາມິນອີ ທີ່ມີຊ່ວຍຕໍ່ຕ້ານອະນຸມູນອິດສະຫຼະ, ບຳລຸງສະໝອງ ແລະ ເພີ່ມຄວາມຈື່ຈຳ.

ທັນຍາພືດເຊັ່ນ: ສາລີ, ເຂົ້າຫວີດ, ເຂົ້າກ້ອງ ຈະໃຫ້ພະລັງງານສູງ ແລະ ມີເສັ້ນໃຍທີ່ຊ່ວຍໃນການຄວບຄຸມລະດັບນ້ຳຕານໃນເລືອດ ແລະ ມີວິຕາມິນບີ ແລະ ຊ່ວຍເພີ່ມຄວາມຈື່ຈຳ ແລະ ບຳລຸງສະໝອງ.

ເຂົ້າໂອ໊ດ: ຖ້າຫາກເດັກກິນເຂົ້າໂອ໊ດເປັນປະຈຳສານອາຫານໃນເຂົ້າຊະນິດນີ້ຈະຊ່ວຍໃຫ້ສະໝອງ ແລະ ຮ່າງກາຍເຮັດວຽກໄດ້ຢ່າງເໝາະສົມເພາະມັນມີທັງວິຕາມິນບີ, ໂພແທັດຊຽມ ແລະ ທາດສັງກະສີ.

ຖົ່ວ: ເປັນແຫຼ່ງຂອງໂປຣຕີນ ແລະ ຄາໂບໄຮເດດ ຊ່ວຍເພີ່ມລະດັບພະລັງງານໃຫ້ຮ່າງກາຍໄດ້, ເສີມຄວາມຈື່ຈຳ, ບຳລຸງສະໝອງ.

ໝາກໄມ້ຕະກຸນເບີຣີ່ ເຊັ່ນ: ສະຕຣໍເບີຣີ່, ບຣູເບີຣີ່ ລ້ວນແຕ່ໃຫ້ປະໂຫຍດແກ່ຮ່າງກາຍຄື: ຊ່ວຍເລື່ອງຄວາມຈຳ, ລະບົບປະສາດສະໝອງ ເພາະວ່າໝາກໄມ້ພວກນີ້ມີທັງວິຕາມິນຊີ ແລະ ໂອເມກ້າ3.

ຜັກສີສົດ: ໃນຜັກສີສົດຈະມີແຮ່ທາດ ແລະ ວິຕາມິນຈຳນວນຫຼາຍ ມີທັງສານຕໍ່ຕ້ານອະນຸມູນອິດສະຫຼະ, ຊ່ວຍລະບົບພູມຄຸ້ມກັນ ແລະ ຮັກສາສະໝອງໃຫ້ແຂງແຮງ.

ນົມ ຫຼື ໂຍເກິດ: ເປັນອາຫານມີຄວາມຈຳເປັນ ຕໍ່ການຈະເລີນເຕີບໃຫຍ່ຂອງເນື້ອເຍື້ອຂອງສະໝອງ ແລະເອັນໄຊຊຶ່ງມີສ່ວນຊ່ວຍໃຫ້ຮ່າງກາຍມີຄວາມແຂງແຮງ ແລະ ຊ່ວຍໃນການພັດທະນາສະໝອງ.

ຊິ້ນບໍ່ຕິດມັນ: ການກິນຊີ້ນເປັນສິ່ງທີ່ດີ ແຕ່ຄວນກິນຊີ້ນບໍ່ຕິດມັນເພາະຖ້າກິນຊີ້ນທີ່ຕິດມັນຫຼາຍເກີນໄປອາດເຮັດໃຫ້ເກີດໂລກຕ່າງໆ ຕາມມາໄດ້. ໃນຊີ້ນທີ່ບໍ່ຕິດມັນ ມັກຈະມີເກືອແຮ່ ຊຶ່ງເປັນສິ່ງສຳຄັນຫຼາຍສຳລັບການເຕີບໃຫບ່ຂອງເດັກ.

 

ຂໍ້ມູນຈາກ: http://vtlaos.com/

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...