Homeຂ່າວພາຍ​ໃນປີ​ໃໝ່ການ​ຄ້າ​ແຈ້ງ​ເຈົ້າ​ໝ້າ​ທີ່​ກ່ຽວ­ຂ້ອງ​ທົ່ວ​ປະ­ເທດ ຕິດ­ຕາມ​ຄຸ້ມ​ຄອງ​ສິນ­ຄ້າຫຼີກ​ບັນ­ຫາ​ສວຍ­ໂອ­ກາດ​ຂຶ້ນ​ລາ­ຄາ

ປີ​ໃໝ່ການ​ຄ້າ​ແຈ້ງ​ເຈົ້າ​ໝ້າ​ທີ່​ກ່ຽວ­ຂ້ອງ​ທົ່ວ​ປະ­ເທດ ຕິດ­ຕາມ​ຄຸ້ມ​ຄອງ​ສິນ­ຄ້າຫຼີກ​ບັນ­ຫາ​ສວຍ­ໂອ­ກາດ​ຂຶ້ນ​ລາ­ຄາ

Published on

ເພື່ອ​ເຮັດ​ໃຫ້​ສັງ­ຄົມ​ມີ​ຄວາມ​ສະ­ຫງົບ, ປົກ​ປ້ອງ​ສິດ­ຜົນ­ປະ­ໂຫຍດ​ຂອງ​ຜູ້​ຊົມ­ໃຊ້​ໃຫ້​ໄດ້​ຮັບ​ຄວາມ​ເປັນ​ທຳ​ທາງ​ດ້ານ​ລາ­ຄາ, ປະລິ​ມານ ແລະ​ຄຸນ​ນະ​ພາບ ໂດຍ​ສະ­ເພາະ​ແມ່ນ​ສິນ­ຄ້າ​ທີ່​ມີ​ຄວາມ​ຈຳ­ເປັນ ແລະ​ມີ​ຜົນ​ກະ­ທົບ​ໄວ​ຕໍ່​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ເປັນຕົ້ນ​ແມ່ນ​ສິນ­ຄ້າ​ສະ­ບຽງ​ອາ­ຫານ​ປະ­ເພດ​ຊີ້ນ​ງົວ, ຄວາຍ, ໝູ, ເຫັດ, ເປັດ,ໄກ່, ປາ, ພືດ​ຜັກ ແລະ​ເຄື່ອງ​ດື່ມ​ຕ່າງໆ​ກະ­ຊວງ​ອຸດ​ສາ​ຫະກຳ ແລະ​ການ​ຄ້າ (ອຄ) ຈິ່ງ​ໄດ້​ອອກ​ແຈ້ງ​ການ​ໃຫ້​ພະ​ແນກ ອຄ ທົ່ວ​ປະ­ເທດ​ເອົາ­ໃຈ­ໃສ່​ລົງ​ຕິດ­ຕາມ, ກວດ­ກາ, ຄຸ້ມ​ຄອງ​ແກ້​ໄຂ​ກ່ຽວ​ກັບ​ສະ­ພາບ​ການປັ່ນປ່ວນ, ກັກ​ຕຸນ ແລະ​ສວາຍ​ໂອ­ກາດ​ຂຶ້ນລາ­ຄາ​ສິນ­ຄ້າ​ໃນ​ໄລ­ຍະ​ເທ​ສະ­ການ​ບຸນປີ​ໃໝ່​ລາວ ປະ­ຈຳ​ປີ ພສ 2559 ທີ່​ຈະມາ​ເຖິງ​ທັງ​ຮັບ­ປະ­ກັນ​ໃຫ້​ໄດ້​ການ​ສະໜອງ​ຢ່າງ​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການຂອງ​ສັງ­ຄົມ.

ແຈ້ງ​ການ​ດັ່ງ­ກ່າວ​ແມ່ນ​ສະ­ບັບ​ເລກທີ 0804/ຫອຄ.ຄພນ ເຊັນ​ລົງ​ວັນ​ທີ 5 ເມ­ສາ 2016 ໂດຍ​ທ່ານ​ຫົວ­ໜ້າ​ຫ້ອງການ​ກະ­ຊວງ ອຄ ຊຶ່ງ​ເນື້ອ​ໃນ​ອັນ​ທຳ​ອິດແມ່ນ​ໃຫ້​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການຄ້າ​ທົ່ວ​ປະ­ເທດ​ເປັນ​ເຈົ້າ​ການ​ສືບ­ຕໍ່​ຈັດຕັ້ງ​ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ​ຕໍ່​ກັບ​ແຈ້ງການ​ສະ­ບັບ​ເລກ​ທີ 2402/ອຄ.ຄພນ, ລົງວັນ​ທີ 01 ທັນ­ວາ 2015 ກ່ຽວ​ກັບ​ໃຫ້​ເອົາໃຈ​ໃສ່​ຊີ້​ນຳ​ໃນ​ການ​ຕິດ­ຕາມ, ກວດ­ກາ, ຄຸ້ມ​ຄອງ, ແກ້​ໄຂ​ກ່ຽວ​ກັບ​ສະ­ພາບ​ການປັ່ນ​ປ່ວນ, ກັກ​ຕຸນ ແລະ​ສວຍ­ໂອ­ກາດ​ຂຶ້ນລາ­ຄາ​ສິນ­ຄ້າ​ໃນ​ໄລ­ຍະ​ເທ​ສະ­ການ​ງານບຸນ​ປະ­ເພ­ນີ​ຕ່າງໆ.

ບົນ​ພື້ນ­ຖານ​ແຈ້ງ​ການ​ສະ­ບັບ​ດັ່ງກ່າວ ​ໃຫ້​ບັນ­ດາ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ແຂວງ, ນະ­ຄອນ­ຫຼວງ​ອອກແຈ້ງ​ການ​ສະ­ເພາະ​ເຖິງ​ບັນ­ດາ​ຫ້ອງ­ການ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ເມືອງ ແລະ​ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ຊາວ​ຄ້າ­ຂາຍ​ໃນ​ຂອບ​ເຂດ​ແຂວງ​ຕົນກ່ຽວ​ກັບ​ການ​ຫ້າມສວຍ­ໂອ­ກາດ​ຂຶ້ນ​ລາ­ຄາ​ສິນ­ຄ້າ​ຕາມ​ລຳພັງ​ໃຈ​ໃນ​ໄລ­ຍະ​ບຸນ­ປີ­ໃໝ່​ລາວ ພສ 2559 ຢ່າງ​ຮີບ​ດ່ວນ.

ເປັນ​ເຈົ້າ​ການ​ຄຸ້ມ​ຄອງ ແລະ​ຕິດ­ຕາມບັນ­ດາ​ຕົວ​ແທນ​ຈຳ­ໜ່າຍ ແລະ​ລູກ​ຄ້າຂອບ​ເຂດ​ທົ່ວ​ປະ­ເທດ​ຂອງ​ຜະ­ລິດ​ຕະ​ພັນເບຍ​ລາວ, ນໍ້າ​ດື່ມ ແລະ​ນໍ້າ​ອັດ​ລົມ​ຕາມ ແຈ້ງ​ການ​ຂອງ​ບໍ­ລິ­ສັດ​ເບຍ​ລາວ ເລກ​ທີ 314, ລົງ​ວັນ​ທີ 31 ມີ­ນາ 2016 ກ່ຽວກັບ​ແຈ້ງ​ການ​ການ​ເກັບ​ແຮ​ສະ­ບັບ​ທີ 2 ໃນ​ໄລ­ຍະ​ເທ​ສະ­ການ​ບຸນ­ປີ­ໃໝ່​ລາວ​ຢ່າງເຂັ້ມ​ງວດ.

ທັງ​ນີ້ ໃຫ້​ລາຍ​ງານ​ຜົນ​ການ­ຈັດ­ຕັ້ງປະ­ຕິ­ບັດ​ແຈ້ງ​ການ​ເພີ່ມ​ເຕີມ​ສະ­ບັບ​ດັ່ງກ່າວ​ໃຫ້​ກົມ​ການ​ຄ້າ​ພາຍ​ໃນ, ກະ­ຊວງອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ຊາບ​ເປັນ​ແຕ່ລະ​ໄລ­ຍະ ເພື່ອ​ເປັນ​ຂໍ້​ມູນ​ໃນ​ການ​ຄົ້ນຄວ້າ, ປັບ­ປຸງບັນ­ດາ​ລະ­ບຽບ​ການ​ໃຫ້​ແທດ­ເໝາະ​ກັບ​ສະ­ພາບ​ການ​ໃນ​ແຕ່​ລະໄລ­ຍະ.

ແນວ­ໃດ​ກໍ​ດີ ພາຍ­ຫຼັງ​ໄດ້​ຮັບ​ແຈ້ງການ​ສະ­ບັບ​ນີ້ ບັນ­ດາ​ແຂວງ​ໃນ​ຂອບ​ເຂດທົ່ວ​ປະ­ເທດ​ກໍ​ໄດ້​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິບັດ​ຢ່າງ​ຈິງ​ຈັງເປັນ­ຕົ້ນ​ແມ່ນ​ແຂວງ​ບໍ​ລິຄຳ​ໄຊ​ໂດຍ​ຜູ້​ສື່​ຂ່າວ​ປະ­ຈຳ​ແຂວງ​ລາຍງານ​ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 5-6 ເມ­ສາ 2016 ເຈົ້າ​ໜ້າ­ທີ່​ກວດ­ກາ​ສິນ​ຄ້າ​ຂະ­ແໜງ­ການຄ້າ​ພາຍ​ໃນ​ພະ​ແນກ ອຄ ຂອງ​ແຂວງ, ເມືອງ ໄດ້​ສົມ­ທົບ​ກັບ​ເຈົ້າ​ໜ້າ­ທີ່ ປກສ, ສາທາ​ເມືອງ​ປາກ​ຊັນ​ລົງ​ກວດ​ການ​ຂຶ້ນ-ລົງຂອງ​ສິນ­ຄ້າ​ອຸ­ປະ­ໂພກ, ບໍ­ລິ­ໂພກພ້ອມທັງ​ກວດ​ສິນ­ຄ້າ​ອາ­ຫານ​ທະ­ເລ​ນຳ​ເຂົ້າ, ສິນ​ຄ້າ​ໝົດ​ອາ­ຍຸ​ການ​ນຳ​ໃຊ້​ໃນ​ທ້ອງ​ຕະຫຼາດ ແລະ​ຫ້າງ​ຮ້ານ​ໃນ​ທົ່ວ​ເທ­ສະ​ບານ ເມືອງ​ປາກ​ຊັນ.

ຜ່ານ​ການ​ລົງ​ເທື່ອ​ນີ້​ເຫັນ​ວ່າ​ ລາ­ຄາຊີ້ນ​ຄວາຍ​ແມ່ນ 70 ພັນ​ກີບ​ຕໍ່​ກິ​ໂລ, ຊີ້ນງົວ​ແມ່ນ 75 ພັນ​ກີບ​ຕໍ່​ກິ​ໂລ,  ຊີ້ນ​ໝູ​ແມ່ນ 30 ພັນ​ກີບ​ຕໍ່​ກິ​ໂລ, ປານິນ 20 ພັນ​ກີບຕໍ່​ກິ​ໂລ, ໄກ່­ລາດ​ປອກ 60 ພັນ​ກີບ​ຕໍ່​ກິ​ໂລ, ໄກ່​ພັນ​ປອກ 40 ພັນ​ກີບ​ຕໍ່​ກິ​ໂລ, ເປັດປອກ 50 ພັນ​ກີບ​ຕໍ່​ກິ​ໂລ.

ໃນ​ໂອ­ກາດ​ດຽວ​ກັນ​ເຈົ້າ​ໜ້າ­ທີ່​ສາ​ທາກໍ​ໄດ້​ໃຊ້​ນຳ​ຢາ​ກວດ​ສານ­ພິດ​ໃນ​ອາ­ຫານທະ­ເລ ແລະ​ໄດ້​ກວດ​ພົບ​ສານ­ພິດ​ເຈືອ​ປົນໃນ​ອາ­ຫານ​ຈຳ­ນວນ​ໜຶ່ງ ສ່ວນ​ສິນ­ຄ້າ​ທີ່ ຄະ­ນະ​ກຳ­ມະ­ການ​ທີ່​ໄດ້​ກວດ​ພົບ​ດັ່ງ­ກ່າວ ແມ່ນ​ໄດ້​ຢຶດ​ໄປ​ເກັບ​ໄວ້​ຢູ່​ພະ​ແນກ​ອຸດ​ສາຫະ​ກຳ ແລະ​ການ​ຄ້າ​ແຂວງ ເພື່ອ​ລໍ­ຖ້າ​ຜູ້ປະ­ກອບ​ການ​ນຳ­ໄປ​ປ່ຽນ​ແທນ​ນຳ​ບໍ​ລິສັດ ຖ້າ​ຫາກ​ກາຍ​ກຳ­ນົດ 10 ວັນ​ຄະ­ນະກຳ­ມະ­ການ​ຈະ​ມີ​ການ​ກຳ­ຈັດ​ທຳ­ລາຍຕາມ​ລະ­ບຽບ​ການ.

ສ່ວນ​ຜູ້​ປະ­ກອບ​ການ​ແມ່ນ​ໄດ້​ສຶກ​ສາອົບ­ຮົມ​ການ­ເມືອງ​ແນວ​ຄິດ​ໃຫ້​ຮັບ​ຮູ້ ແລະ​ເຂົ້າ­ໃຈ​ເຖິງ​ລະ­ບຽບ​ກົດ­ໝາຍ ແລະ ບັນ­ດາ​ນິ­ຕິ​ກຳ​ທີ່​ກ່ຽວ­ຂ້ອງ ແລະ​ເຮັດ​ບົດບັນ­ທຶກ​ໄວ້​ເປັນ​ຫຼັກ​ຖານ, ຖ້າ​ກວດ​ພົບອີກ​ຄັ້ງ​ຕໍ່​ໄປ​ຈະ​ປະ­ຕິ­ບັດ​ຕາມ​ລະ­ບຽບຫຼັກ­ການ​ທີ່​ມີ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...