Homeຂ່າວຕ່າງປະເທດອິນໂດເນເຊຍ ທຳລາຍເຮືອປະມົງຕ່າງດ້າວ 23 ລຳ ລ່ວງລ້ຳເຂົ້າຫາປາ ໃນນ່ານນ້ຳຂອງປະເທດ!

ອິນໂດເນເຊຍ ທຳລາຍເຮືອປະມົງຕ່າງດ້າວ 23 ລຳ ລ່ວງລ້ຳເຂົ້າຫາປາ ໃນນ່ານນ້ຳຂອງປະເທດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ເມສາຜ່ານມານີ້ວ່າ ທາງການອິນໂດເນເຊຍ ໄດ້ທຳລາຍເຮືອປະມົງຕ່າງດ້າວ ທີ່ຍຶດໄດ້ຈາກການລ່ວງລ້ຳເຂົ້າມາຫາປາ ໃນເຂດນ່ານນ້ຳຂອງປະເທດ ໂດຍຜິດກົດໝາຍ ຈຳນວນ 23 ລຳ ຊຶ່ງໃນນັ້ນເປັນເຮືອປະມົງຫວຽດນາມ 13 ລຳ ແລະ ມາເລເຊຍ 10 ລຳ.

ການທຳລາຍເຮືອດັ່ງກ່າວ ແມ່ນດຳເນີນການໂດຍກອງທັບເຮືອ ແລະ ເຈົ້າໜ້າທີ່ຝ່າຍພົນລະເຮືອນອິນໂດເນເຊຍ ໂດຍຕະຫລອດໄລຍະຜ່ານມາ ທາງການອິນໂດເນເຊຍ ໄດ້ມີການທຳລາຍເຮືອປະມົງຕ່າງດ້າວຜິດກົດໝາຍ ທີ່ຍຶດມາໄດ້ ທັງໝົດ 174 ລຳແລ້ວ ແລະ ຍັງເຫລືອອີກ 20 ລຳ ກຳລັງຢູ່ໃນຂັ້ນຕອນການພິຈາລະນາ.

ທັງນີ້ ການທຳລາຍເຮືອປະມົງຕ່າງດ້າວ ທີ່ລ່ວງລ້ຳເຂົ້າມາຫາປາຢ່າງຜິດກົດໝາຍ ແມ່ນເປັນນະໂຍບາຍຂອງ ປະທານາທິບໍດີ ໂຈໂກ ວິໂດໂດ ແຫ່ງ ອິນໂດເນເຊຍ ທີ່ຕ້ອງການສະຫງວນນ່ານນ້ຳຂອງປະເທດ ໃຫ້ແກ່ຄົນຮຸ່ນຫລັງ ໄດ້ໃຊ້ປະໂຫຍດ.

NjpUs24nCQKx5e1EaLDLSY3z0PG55Xwd5JVLiErJ12V

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...