Homeຂ່າວພາຍ​ໃນທີມທີ່ຜ່ານເຂົ້າໄປຄັດເລຶອກຮອບ 3 ຂອງບານໂລກ 2018 ປະຈໍາພາກພື້ນອາຊີ

ທີມທີ່ຜ່ານເຂົ້າໄປຄັດເລຶອກຮອບ 3 ຂອງບານໂລກ 2018 ປະຈໍາພາກພື້ນອາຊີ

Published on

ທີມທີ່ຜ່ານເຂົ້າໄປຄັດເລຶອກຮອບ 3 ຂອງບານໂລກ 2018 ປະຈໍາພາກພື້ນອາຊີປະກອບມີ: ອີຣານ ອັນດັບທີ 44 ຂອງໂລກ, ຍີ່ປຸ່ນ ອັນດັບທີ 56 ຂອງໂລກ, ສ ເກົາຫຼີ (57), ອາຣັບບີ ຊາອຸດິດ (60), ສະຫະລັດອາຣັບເອມິເຣດ (64), ອົດສະຕຣາລີ (67), ອຸດສະເບກິດສະຖານ (74), ກາຕາ (80), ອີຣັກ (91), ສປ ຈີນ (96), ໄທ (118) ແລະ ຊິຣີ ອັນດັບທີ 123 ຂອງໂລກ.

ໂດຍການຈົກສະຫຼາກຮອບຄັດເລຶອກຮອບ 3 ຈະແບ່ງອອກເປັນ 2 ກຸ່ມໆລະ 6 ທີມ ໂດຍວີທີການຈົກສະຫຼາກຈະຍຶດຕາມອັນດັບໂລກຂອງ ຟີຟາ ເຊິ່ງຈັດອັບດັບທີມ 1-12 ແບ່ງອອກເປັນ 6 ໂຖ ແລະ ໂຖລະ 2 ທີມ ໂດຍຜົນການຈັບສະຫຼາກຈະມີຂຶ້ນໃນວັນທີ 12 ເມສານີ້ ທີ່ໂຮງແຮມແມນດາຣິນ ໂອຣຽນເຕັລ ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ເວລາ 16:30 ໂມງ ເຊິ່ງຈະແຂ່ງຂັນລະຫວ່າງວັນທີ 1 ກັນຍາ 2016 -ວັນທີ 5 ກັນຍາ 2017.

 

ຂ່າວຈາກເພສ: ຄວາມເຄື່ອນໄຫວ+ເຈາະເລິກ ຂ່າວສານກີລາລາວ-ສາກົນ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...