spot_img
Homeຂ່າວທ້ອງຖິ່ນຫາ­ລື​ໂຄງ­ການ​ຜະ­ລິດ​ເຂົ້າ​ຄຸນ​ນະ​ພາບ​ເພື່ອ​ສົ່ງ​ໄປ​ຈີນ

ຫາ­ລື​ໂຄງ­ການ​ຜະ­ລິດ​ເຂົ້າ​ຄຸນ​ນະ​ພາບ​ເພື່ອ​ສົ່ງ​ໄປ​ຈີນ

Published on

ວັນ​ທີ 5 ເມ­ສາ​ນີ້ ທີ່​ສະ­ໂມ­ສອນ​ພະແນກ​ກະ­ສິ­ກຳ ແລະ ​ປ່າ­ໄມ້​ແຂວງ​ສະ­ຫວັນນະ​ເຂດ​ ໄດ້​ຈັດ​ຕັ້ງ​ກອງ​ປະ­ຊຸມ​ກ່ຽວ​ກັບການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຜະ­ລິດເຂົ້າ​ຄຸນ​ນະ​ພາບ​ເປັນ​ສິນ­ຄ້າ​ເພື່ອ​ສົ່ງ​ອອກໄປ ສປ ຈີນ ຕາມ​ຫຼັກ­ການ​ຮ່ວມ​ມື 4 ປະສານ ໂດຍ​ພາຍ​ໃຕ້​ການ​ເປັນ​ປະ­ທານຂອງ ທ່ານ ດຣ. ເພັດ ພົມ​ພິ​ພັກ ລັດ​ຖະມົນ­ຕີ​ວ່າ­ການ​ກະ­ຊວງ​ກະ­ສິ­ກຳ ແລະ​ປ່າໄມ້ ແລະ​ທ່ານ ສັນ­ຕິ­ພາບ ພົມ­ວິ­ຫານ ຮອງ​ເຈົ້າ­ແຂວງ​ສະ­ຫວັນ​ນະ​ເຂດ, ຈາກນີ້​ ກໍ​ມີ​ຕາງ­ໜ້າ​ຈາກ​ກະ­ຊວງ, ບັນ­ດາ​ກົມ, ພະ­ແນກ­ການ, ຂະ­ແໜງ­ການ, ເມືອງ, ທະ­ນາ­ຄານ, ຜູ້​ປະ­ກອບ​ການ ແລະ​ພາກ­ສ່ວນ​ຕ່າງໆ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

ທ່ານ ສັນ­ຕິ­ພາບ ພົມ­ວິ­ຫານ ກ່າວ​ມີຄຳ​ເຫັນ​ວ່າ: ໃນ​ສົກ​ປີ 2013-2014 ພັກ ແລະ ​ລັດ​ໄດ້​ຕົກ­ລົງ​ສ້າງ​ໂຄງ­ການຜະ­ລິດ​ເຂົ້າ ເພື່ອ​ຄໍ້າສະ­ບຽງ​ອາ­ຫານ ແລະ​ ເປັນ​ສິນຄ້າ​ສົ່ງ​ອອກ ໂດຍ​ກຳ­ນົດ​ເອົາ​ທົ່ງ​ຮາບ​ເຊບັ້ງ­ໄຟ ແລະ​ເຊ​ບັ້ງ​ຫຽງ​ເປັນ​ຈຸດ​ສຸມ ຊຶ່ງກວມ​ເອົາ​ແຂວງ​ສະ­ຫວັນ​ນະ​ເຂດ ແລະ ແຂວງ​ຄຳ​ມ່ວນ ໂດຍ​ມອບ​ໝາຍ​ໃຫ້​ກະຊວງ​ກະ­ສິ­ກຳ-ປ່າ­ໄມ້ ກໍ​ຄື​ກົມ​ປູກ­ຝັງ​ເປັນໃຈ­ກາງ​ໃນ​ການ​ປະ­ສານ​ງານ​ກັບ​ສອງແຂວງ​ດັ່ງ­ກ່າວ​ເພື່ອ​ໃຫ້​ສາ­ມາດ​ລິ​ເລີ່ມຈັດ​ຕັ້ງ​ປະ­ຕິ­ບັດ​ຢ່າງ​ເປັນ​ຮູບ​ປະ​ທຳ ໂດຍແຕ່​ລະ​ແຂວງ​ໄປ​ສຶກ​ສາ, ສຳ​ຫຼວດ, ເກັບກຳ​ຂໍ້​ມູນ​ຕ່າງໆ ເພື່ອ​ເປັນ​ບ່ອນ​ອີງ​ໃນການ​ກຳ­ນົດ​ຈຸດ​ສຸມ​ຕົວ​ແບບ​ການ​ສ້າງໂຄງ­ການ​ຢ່າງ​ຄັກ­ແນ່.

ສະ­ເພາະ​ແຂວງ​ສະ­ຫວັນ​ນະ​ເຂດ ແມ່ນ​ໄດ້​ກຳ­ນົດ​ເອົາ​ເມືອງ​ຈຳ​ພອນ​ເປັນພື້ນ​ທີ່​ໂຄງ­ການ​ດັ່ງ­ກ່າວ ​ມີ​ເນື້ອ­ທີ່ 2 ພັນ​ເຮັກ­ຕາໃນ 31 ບ້ານ ຊຶ່ງ​ເອີ້ນ​ວ່າ  ໂຄງ­ການ​ຜະ­ລິດ​ເຂົ້າ​ທີ່​ມີ​ຄຸນ​ນະ​ພາບ​ຕາມຫຼັກ­ການ 4 ປະ­ສານ (ພາກ​ລັດ, ຜູ້​ປະ­ກອບ​ການ​ບໍ­ລິ­ສັດ​ຢວນ​ເຊ​ລາວ​ຈຳ­ກັດ, ຊາວ​ກະ­ສິ­ກອນ ແລະ​ ທະ­ນາ­ຄານ) ໃນເຂດ​ບ້ານ​ທວດ, ບ້ານ​ໂພນ​ມ່ວງ ແລະ ຍອດ​ຫ້ວຍ​ບັກ.

ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງຮອດ​ປະ­ຈຸ​ບັນ ໂຄງ­ການ​ແມ່ນ​ໄດ້​ສຳ­ເລັດການ­ຈັດ­ຕັ້ງ​ກຸ່ມ​ປູກ​ເຂົ້າ, ກຸ່ມ​ຜະ­ລິດ​ແນວພັນ ແລະ​ກຸ່ມ​ກົນ​ຈັກ ຊຶ່ງ​ສາ­ມາດ​ຜະ­ລິດແນວ​ພັນ ແລະ​ປູກ​ເຂົ້າ​ຂາຍ​ພາຍ​ໃນ ແລະ ສົ່ງ​ອອກ​ຕ່າງ­ປະ­ເທດ​ໄດ້​ແລ້ວ​ຈຳ­ນວນ​ໜຶ່ງ.

ທ່ານ ອິນ​ປັນ ສູນ​ທະ​ນູນ​ສິນ ຮອງ​ຫົວໜ້າ​ພະ​ແນກ​ກະ­ສິ­ກຳ-ປ່າ­ໄມ້​ແຂວງ​ສະຫວັນ​ນະ​ເຂດ​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ທົດລອງ​ປູກ​ເຂົ້າ­ຈ້າວ​ເປັນ​ສິນ­ຄ້າ​ລະ­ດູ­ຝົນ​ປີ 2015 ໃນ​ເນື້ອ­ທີ່ 83,3 ເຮັກ­ຕາ, ສາມາດ​ເກັບ​ຊື້​ເຂົ້າ­ເປືອກ​ນຳ​ກຸ່ມ​ຜະ­ລິດ ເຂົ້າ​ຈຳ­ນວນ 77 ໂຕນ ແລະ​ເກັບ​ຊື້​ນຳກຸ່ມ​ໂຮງ­ສີ​ເຂົ້າ​ຈຳ­ນວນ 147 ໂຕນ, ລວມ 247 ໂຕນ, ຂົນ­ສົ່ງ​ເຂົ້າ​ໂຮງ­ສີ IDP ເພື່ອ​ປຸງ​ແຕ່ງ​ເປັນ​ເຂົ້າ­ສານ​ແລ້ວ​ສົ່ງ​ອອກ.

ມາ​ຮອດ​ວັນ​ທີ 10 ທັນ­ວາ 2015, ກົມ​ປູກ­ຝັງ, ກະ­ຊວງ​ກະ­ສິ­ກຳ-ປ່າ­ໄມ້ໄດ້​ສົມ­ທົບ​ກັບ​ພະ​ແນກ​ກະ­ສິ­ກຳ-ປ່າ­ໄມ້​ໄດ້​ຈັດ​ພິ­ທີ​ສົ່ງ​ອອກ​ເຂົ້າ­ຈ້າວ​ຫອມສະ­ຫວັນ​ຢ່າງ​ເປັນ​ທາງ​ການ​ໄປ ສປ ຈີນ ງວດ​ທີ 1 ມີ​ຈຳ­ນວນ 100 ໂຕນ ຊຶ່ງ​ເປັນເຂົ້າ​ທີ່​ມີ​ຄຸນ​ນະ​ພາບ​ສົ່ງ​ອອກ​ເປັນ​ປະ­ຫວັດສາດ​ຂອງ ສປປ ລາວ, ມາ​ຮອດ​ປະ­ຈຸ​ບັນນີ້ ​ໄດ້​ສົ່ງ​ເຂົ້າ​ໄປ ສປ ຈີນ ໄດ້​ແລ້ວ​ຈຳ ນວນ​ທັງ​ໝົດ 1.400 ໂຕນ, ໃນ​ນັ້ນ​ເຂົ້າຈ້າວ​ຫອມ​ສະ­ຫວັນ​ຈຳ­ນວນ 400 ໂຕນ ແລະ​ເຂົ້າ­ໜຽວ​ທົ່ວ​ໄປ​ຈຳ­ນວນ 1 ພັນ ໂຕນ, ຄາດ​ວ່າ​ໃນ​ທ້າຍ​ເດືອນ​ເມ­ສາ 2016 ບໍ­ລິ­ສັດ​ຈະ​ສືບ­ຕໍ່​ສົ່ງ​ອອກ​ຕື່ມ​ອີກ ຈຳ­ນວນ 2,5 ພັນ​ໂຕນ ແລະ​ມີ​ແຜນ​ຈະສືບ­ຕໍ່​ສົ່ງ​ອອກ​ໄປ​ແຕ່​ລະ​ໄລ­ຍະ​ຕື່ມ​ອີກ.

ນອກ​ນັ້ນ ໃນ​ກອງ​ປະ­ຊຸມ​ແມ່ນ​ຈະ​ໄດ້ມີ​ການ​ຮັບ​ຟັງ​ການ​ລາຍ​ງານ​ສະ­ພາບການ​ຮ່ວມ​ມື​ສອງ​ຝ່າຍ​ລາວ-ຈີນ ກ່ຽວກັບ​ການ​ຜະ­ລິດ​ພືດ​ເປັນ​ສິນ­ຄ້າ​ໃນ​ຂະ ແໜງ​ການ​ປູກ­ຝັງ, ຂະ​ບວນ​ການ ແລະ ຂັ້ນ​ຕອນ​ການ​ຜະ­ລິດ​ເຂົ້າ​ເປັນ​ສິນ­ຄ້າ​ທີ່​ມີຄຸນ​ນະ​ພາບ​ເພື່ອ​ສົ່ງ​ອອກ​ໄປ ສປ ຈີນ ຕາມຫຼັກ­ການ​ຮ່ວມ​ມື 4 ປະ­ສານ, ຮັບ​ຟັງ​ການລາຍ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ເຂົ້າ​ເປັນສິນ­ຄ້າ​ທີ່​ມີ​ຄຸນ​ນະ​ພາບ ເພື່ອ​ສົ່ງ​ອອກ​ໄປ ສປ ຈີນ ດ້ວຍ​ຮູບ​ແບບ 2+3 ໃນ​ພື້ນ​ທີ່ຈຸດ​ສຸມ 2 ພັນ​ເຮັກ­ຕາ ທີ່​ເມືອງ​ຈຳ​ພອນ ແຂວງ​ສະ­ຫວັນ​ນະ​ເຂດ, ຈາກ​ນີ້ ກໍ​ໄດ້​ມີການ​ປະ­ກອບ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ຫຼາຍພາກ­ສ່ວນ​ກ່ຽວ­ຂ້ອງ​ເປັນ­ຕົ້ນ: ຈາກ​ຕາງໜ້າ​ຄູ່​ຮ່ວມ​ມື​ຝ່າຍ​ຈີນ, ຕາງ­ໜ້າ​ກຸ່ມ​ຜະ ລິດ​ເຂົ້າ, ຕາງ­ໜ້າ​ອົງ­ການ​ກວດ​ສອບຄຸນ​ນະ​ພາບ​ເຂົ້າ­ຂອງ ສປ ຈີນ ເພື່ອ​ສົ່ງອອກ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...