Homeຂ່າວຕ່າງປະເທດອອງຊານ ຊູຈີ ເລີ່ມວຽກທຳອິດ ໃນລັດຖະບານມຽນມາ ຫາລືກັບ ລັດຖະມົນຕີຕ່າງປະເທດຈີນ!

ອອງຊານ ຊູຈີ ເລີ່ມວຽກທຳອິດ ໃນລັດຖະບານມຽນມາ ຫາລືກັບ ລັດຖະມົນຕີຕ່າງປະເທດຈີນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ເມສານີ້ວ່າ ທ່ານ ນາງ ອອງຊານ ຊູຈີ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແລະ ລັດຖະມົນຕີວ່າການ ສຳນັກງານປະທານາທິບໍດີມຽນມາ ໄດ້ເລີ່ມຕົ້ນວຽກທຳອິດຂອງຕົນ ໃນຕຳແໜ່ງໃໝ່ດັ່ງກ່າວ ດ້ວຍການພົບປະກັບ ທ່ານ ຫວັງອີ້ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີ່ນະຄອນຫລວງເນປິດໍ ເມື່ອວັນອັງຄານທີ 5 ເມສາ 2016 ຜ່ານມາ ໂດຍໄດ້ມີການພົບປະຫາລື ກ່ຽວກັບບັນຫາຊາຍແດນ ແລະ ໂຄງການລົງທຶນຂະໜາດໃຫຍ່ຮ່ວມກັນ ເພື່ອເປັນການຮັດແໜ້ນສານພົວພັນຮ່ວມມື ລະຫວ່າງສອງປະເທດ ພາຍຫລັງການປ່ຽນຖ່າຍອຳນາດ ລະຫວ່າງລັດຖະບານມຽນມາຊຸດເກົ່າ ແລະ ການເຂົ້າຮັບຕຳແໜ່ງຂອງລັດຖະບານຊຸດໃໝ່ ໃນປັດຈຸບັນ.

 

 

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...