Homeຂ່າວເຫດການຮອງປະທານປະເທດ ຕ້ອນຮັບທູດ ສາທາລະນະລັດເກົາຫລີ ເຂົ້າຢ້ຽມອຳລາ

ຮອງປະທານປະເທດ ຕ້ອນຮັບທູດ ສາທາລະນະລັດເກົາຫລີ ເຂົ້າຢ້ຽມອຳລາ

Published on

ໃນ​ວັນ​ທີ 5 ເມສາ 2016 ທີ່ທຳ​ນຽບ​ປະທານ​ປະເທດ ທ່ານ ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະເທດ ໄດ້​ໃຫ້​ກຽດ​ຕ້ອນຮັບ​ການເຂົ້າ​ຢ້ຽມ​ຄຳນັບ​ອຳ​ລາ​ຂອງທ່ານ Kim Soo Gwon ເອກ​ອັກ​ຄະລັດ​ຖະ​ທູດ ແຫ່ງ ສ ເກົາຫຼີ ປະຈຳ ​ສປປ ລາວ ໃນ​ໂອກາດ​ທີ່​ຈະສຳເລັດ​ໜ້າທີ່​ການ​ທູດ​ໃນ​ທ້າຍເດືອນ​ເມສາ​ນີ້.

ໃນ​ໂອກາດ​ນີ້ ທ່ານ​ຮອງ​ປະທານ​ປະເທດ​ໄດ້​ກ່າວ​ສະແດງຄວາມ​ຊົມເຊີຍ ຕໍ່​ການ​ປະຕິບັດໜ້າທີ່​ການ​ທູດຢູ່ ​ສປປ ລາວ ຂອງ​ທ່ານ Kim Soo Gwon ເຊິ່ງ​ເຫັນ​ວ່າ​ມີ​ຜົນສຳເລັດ​ໃນ​ຫຼາຍດ້ານ ໂດຍ​ສະເພາະ​ແມ່ນ​ໄດ້ສ້າງ​ເງື່ອນໄຂ​ໃຫ້ການ​ນຳ​ຂອງສອງ​ປະເທດ ກໍ່​ຄືຂະແໜງການຕ່າງໆ ໄດ້​ມີ​ການ​ໄປມາຫາສູ່​ຢ້ຽມຢາມແລກປ່ຽນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ​ຫຼາຍ​ຂຶ້ນ ເຮັດ​ໃຫ້ການພົວພັນ​ຮ່ວມ​ມື​ກັນ ນັບ​ມື້​ເລິກເຊິ່ງ ແລະ ກວ້າງຂວາງ​ຢ່າງ​ຕໍ່​ເນື່ອງ ພ້ອມ​ດຽວ​ກັນ​ນີ້ ທ່ານ​ຍັງ​ໄດ້​ສະແດງ​ຄວາມ​ຂອບໃຈຕໍ່​ການ​ຊ່ວຍເຫຼືອ​ຂອງ ສ ເກົາຫຼີ ໃນ​ຂົງເຂດວຽກ​ງານ​ຕ່າງໆ ເປັນຕົ້ນ ການພັດທະນາ​ພື້ນຖານ​ໂຄງ​ລ່າງ ການ​ພັດທະນາ​ຊົນນະບົດ ການສຶກ​ສາ ສາທາລະນະ​ສຸກ ການຊຸກຍູ້​ສົ່ງເສີມ​ວຽກ​ງານ​ການ​ລົງທຶນ ແລະ ອື່ນໆ ເຊິ່ງ​ເປັນ​ການປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ ​ສປປ ລາວ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາຫຼີ ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ ສະແດງ​ຄວາມ​ຮູ້​ບຸນຄຸນຕໍ່ພັກ-ລັດຖະບານ ແລະ ຂະແໜງການ​ຕ່າງໆ ທັງ​ສູນ​ກາງ ແລະ ທ້ອງຖິ່ນ ທີ່​ໄດ້​ອຳນວຍ​ຄວາມ​ສະດວກ ແລະ ໃຫ້ການ​ຮ່ວມ​ມື​ຢ່າງສະເໝີ​ຕົ້ນ​ສະເໝີ​ປາຍ ​ໃນ​ຕະຫຼອດໄລຍະ​ການ​ປະຕິບັດໜ້າທີ່​ການທູດຢູ່ ​ສປປ ລາວ ຈົນ​ສາມາດຍາດ​ໄດ້​ຜົນສຳເລັດ ແລະ ນຳ​ເອົາຜົນ​ປະໂຫຍດ​ມາ​ໃຫ້​ແກ່​ປະເທດ ແລະ ປະຊາຊົນ​ສອງ​ຊາດ​ເປັນ​ຢ່າງ​ດີ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...