spot_img
Homeມຸມຂ່າວ AECສານໄທ ຈະອອກ ຄຳຕັດສິນ ການຟ້ອງ ນາຍົກ​ຍິ່ງລັກ (ວີດີໂອ)

ສານໄທ ຈະອອກ ຄຳຕັດສິນ ການຟ້ອງ ນາຍົກ​ຍິ່ງລັກ (ວີດີໂອ)

Published on

ນາຍົກລັດຖະມົນຕີ​ໄທ ທີ່​ອາດ​ສາມ​າດຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງ​ໄດ້ ຖ້າຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ນັ້ນ ​
ໄດ້​ໄປປະກົດ​ຕົວ​ຕໍ່ໜ້າ​ສານ​ລັດຖະທຳມະນູນ​ ທີ່​ບາງກອກ ໃນ​ມື້​ນີ້ເພື່ອ​ຕໍ່ສູ້​ຄະດີ​ ຊຶ່ງ​ທ່ານ​ນາງ​ໄດ້​ກ່າວ​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ຕ່າງໆ ​
ໂດຍ​ເວົ້າ​ວ່າ:“ຮຽນ​ສານ​ທີ່​ເຄົາລົບ ກ່ອນ​ອື່ນ ຂ້າພະ​ເຈົ້າ​ຕ້ອງ​ຂໍຖື​ໂອກາດ​ປະຕິ​ເສດ ຕໍ່​ຂໍ້​ກ່າວ​ຫາ​ທັງ​ໝົດ ຕ້ານຂ້າພະ​ເຈົ້າ​ນັ້ນ.”

ຂໍ້​ກ້າວ​ຫາ​ເຫລົ່າ​ນັ້ນ ​ແມ່ນ​ກ່ຽວຂ້ອງ​ກັບ​ການ​ສັບ​ປ່ຽນ ຜູ້​ທີ່​ດຳລົງ​ຕຳ​ແໜ່​ງຫົວໜ້າ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດຂອງ​ທ່ານ​ນາງ
​ໃນປີ 2011 ຊຶ່ງ​ພວກ​ຕຳ​ໜິຕິ​ຕຽນ​ທ່ານ​ນາງກ່າວ​ວ່າ ​ເປັນ​ການ​ເຄື່ອນ​ໄຫວ​ທີ່ບໍ່​ຖືກຕ້ອງ​ສອດຄ່ອງກັບລັດຖະ​ທຳ​ມະນູນ ​
ແລະມີ​ເປົ້າ​ໝາຍ​ເພື່ອ​ສ້າງ​ຜົນ​ປະ​ໂຫຍ​ດໃຫ້ແກ່​ພັກ​ເພື່ອ​ໄທ ​ຂອງ​ທ່ານ​ນາງ​ເອງ.

ໃນ​ຄະດີນຶ່ງ​ອີກຕ່າງຫາກ ຄະນະ​ກຳມະການຕໍ່​ຕ້ານ​ການ​ທຸ​ຈະລິດ​ຂອງ​ໄທ ​ໄດ້​ກ່າວຫາ ທ່ານ​ນາງວ່າ ປ່ອຍປະ​ລະ​ເລີຍໜ້າ​ທີ່
ກ່ຽວ​ກັບ​ໂຄງການຈຳນຳ​ເຂົ້າຂອງ​ໄທ ທີ່​ພວກ​ວິ​ພາກ​ວິຈານ​ກ່າວ​ວ່າ ​ເປັນ​ການ​ສິ້ນ​ເປືອງ​ແລະເປັນການສໍ້​ລາດ​ບັງ​ຫຼວງ.

ນາຍົກລັດຖະມົນຕີ​ໄທ ​ໄດ້ຜ່ານ​ຜ່າ​ການ​ປະ​ທ້ວງ​ ທີ່​ມີ​ຈຸດປະສົງຈະ​ໂຄ່ນລົ້ມລັດຖະບານຂອງທ່ານນາງ
ເປັນເວລາ​ຫຼາຍໆ​ເດືອນຜ່ານ​ມາ​ແລ້ວ ​ແຕ່​ວ່າ​ຄະດີ​ຄວາມ​ໃນ​ສານ​ລັດຖະທຳ​ມະນູນຄັ້ງ​ນີ້
ແມ່ນ​ເປັນ​ການ​ທ້າ​ທາຍ​ໃໝ່ ຕໍ່ການ​ປົກຄອງ​ປະ​ເທດຂອງ​ທ່ານ​ນາງ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...