Homeຂ່າວການພັດທະນາກວຕ. ຈະຈັດງານມະຫາກຳ ຊັບສິນທາງປັນຍາ ທ້າຍເດືອນເມສານີ້!

ກວຕ. ຈະຈັດງານມະຫາກຳ ຊັບສິນທາງປັນຍາ ທ້າຍເດືອນເມສານີ້!

Published on

ຂປລ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຈະຈັດງານມະຫາກຳຊັບສິນທາງປັນຍາ ​ແລະ ສະເຫລີມສະຫລອງ​ ວັນ​ຊັບ​ສິນ​ທາງ​ປັນຍາ​ໂລກ ​ໃນ​ວັນ​ທີ 26 ​ເມສາ ​ເຖິງ ວັນ​ທີ 1 ພຶດສະພາ 2016 ທີ່​ຈະ​ມາ​ເຖິງ​ນີ້ ​ໂດຍ​ມີ​ຄຳ​ຂວັນ​ວ່າ “ການ​ສົ່ງ​ເສີມ​ຊັບ​ສິນ​ທາງ​ປັນຍາ ເພື່ອພັດທະນາເສດຖະກິດ-ສັງຄົມ ແບບຍືນຍົງ”.

ພິທີຖະແຫລງຂ່າວ ກ່ຽວກັບການຈັດງານດັ່ງກ່າວ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 5 ເມສາ ນີ້ ​ໂດຍທ່ານ ສຈ.ດຣ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ​ໃຫ້​ຮູ້​ວ່າ: ງານມະຫາກຳດັ່ງກ່າວ ຈະມີການວາງສະແດງ ຜົນງານຊັບສິນທາງປັນຍາຂອງລາວ ແລະ ສາກົນ ພ້ອມດຽວກັນ ຍັງຈະມີການຈັດກິດຈະກຳ ແລະ ໂຄສະນາເຜີຍແຜ່ ສ້າງຈິດສຳນຶກຄວາມຮູ້ ທາງດ້ານຊັບສິນທາງປັນຍາ ເພື່ອສ້າງຄວາມເຂົ້າໃຈ ​ແລະ ສາມາດເຂົ້າເຖິງ ຂໍ້ມູນຂ່າວສານ ແລະ ເຫັນໄດ້ຄວາມສຳຄັນ ຂອງວຽກງານຊັບສິນທາງປັນຍາ ຕໍ່ການພັດທະນາເສດຖະກິດ–ສັງຄົມ ແລະ ວັດທະນະທຳ. ນອກນັ້ນ ເຈົ້າຂອງຜົນງານ, ຜູ້ປະກອບການ ແລະ ຜູ້ສົນໃຈທັງພາຍໃນ ແລະ ຕ່າງປະເທດ ຈະໄດ້ມີໂອກາດພົບປະ, ແລກປ່ຽນບົດຮຽນ, ວາງສະແດງຜົນງານ, ຜະລິດຕະພັນທາງດ້ານຊັບສິນທາງປັນຍາ ແລະ ພູມປັນຍາທ້ອງຖິ່ນຂອງຕົນ ​ໃຫ້​ມວນ​ຊົນ​ທັງ​ພາຍ​ໃນ ​ແລະ ຕ່າງ​ປະເທດ ​ໄດ້​ເບິ່ງ, ​ໄດ້​ຊົມ. ພາຍ​ໃນ​ງານ ຈະໄດ້ເຊື້ອເຊີນທັງພາກລັດ ແລະ ເອກກະຊົນລາວ, ສະຖານທູດ, ອົງການຈັດຕັ້ງສາກົນ, ປະເທດສະມາຊິກອາຊຽນ ແລະ ປະເທດອື່ນໆ ເຂົ້າຮ່ວມວາງສະແດງ ອີກດ້ວຍ.

ໃນໂອກາດການຈັດງານ ມະຫາກຳຊັບສິນທາງປັນຍາ ກໍຈະຈັດໃຫ້ມີການສະເຫລີມສະຫລອງ ວັນຊັບສິນທາງປັນຍາໂລກ ວັນທີ 26 ເມສາ ​ຄົບຮອບ 16 ປີ. ໃນປີນີ້ ອົງການຊັບສິນທາງປັນຍາໂລກ ໄດ້ວາງຄຳຂວັນ ໃຫ້ແກ່ການສະເຫລີມສະຫລອງ ໃນທົ່ວໂລກວ່າ “ການປະດິດສ້າງລະບົບດິຈິຕອນ ແມ່ນວັດທະນະທຳ ແຫ່ງຈິນຕະນາການໃໝ່” ​ເຊິ່ງເປັນການໃຫ້ຄວາມສຳຄັນ ແລະ ຊຸກຍູ້ສົ່ງເສີມການປະດິດສ້າງ ແລະ ນຳໃຊ້ລະບົບດິຈິຕອນ ໃນເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການພັດທະນາເສດຖະກິດ–ສັງຄົມ ໃນຍຸກໃໝ່, ໃນການສະເຫລີມສະຫລອງໃນປີນີ້ ຢູ່ ສປປ ລາວ ຈະມີການຈັດພິທີໂຮມຊຸມນຸມ, ຈັດສຳມະນາ ເຜີຍແຜ່ວຽກງານຊັບສິນທາງປັນຍາ ເພື່ອສ້າງຈິດສຳນຶກໃຫ້ມວນຊົນ ທັງສູນກາງ ແລະ ທ້ອງຖິ່ນໄດ້​ຮັບ​ຮູ້. ໃນລະຫວ່າງວັນທີ 26-30 ເມສາ 2016 ກົມຊັບສິນທາງປັນຍາ ຈະໄດ້ໃຫ້ຄຳປຶກສາ ແລະ ຈະໄດ້ມີການສຳມະນາກ່ຽວກັບວຽກງານຊັບສິນທາງ ປັນຍາ ແລະ ຈະໄດ້ແນະນຳ ກ່ຽວກັບການຈົດທະບຽນ ຊັບສິນອຸດສາຫະກຳ ແລະ ການແຈ້ງຂໍ້ມູນລິຂະສິດ, ສິດກ່ຽວຂ້ອງກັບລິຂະສິດ ແລະ ຈັດພິທີທຳລາຍສິນຄ້າປອມ ຫລື ສິນຄ້າລອກລຽນແບບ. ນອກນັ້ນ, ກົມຊັບສິນທາງປັນຍາ ຍັງຈະໄດ້ບໍລິການຮັບໃບຄຳຮ້ອງຂໍຈົດທະບຽນ ຊັບສິນອຸດ ສາຫະກຳ ແລະ ຄຳຮ້ອງຂໍແຈ້ງຂໍ້ມູນລິຂະສິດ. ໃນທຸກຄືນຕະຫລອດການຈັດງານ ກໍຈະມີການສະແດງສິລະປະພື້ນ ເມືອງ ແລະ ສາກົນ ​ເຊິ່ງຈະມີການຮ່ວມສະແດງຂອງນັກສິລະປິນ ຈາກພາຍໃນ ແລະ ຕ່າງປະເທດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...