Homeຂ່າວການພັດທະນາກົມວິຈິດສິນຊີ້ ການ​ປະຕິສັງຂອນພະທາດຫຼວງ​ ຈະ​​ຮັກສາ​ໄວ້​ເອກະລັກ​​ເດີມ ສີລະປະລ້ານຊ້າງ!

ກົມວິຈິດສິນຊີ້ ການ​ປະຕິສັງຂອນພະທາດຫຼວງ​ ຈະ​​ຮັກສາ​ໄວ້​ເອກະລັກ​​ເດີມ ສີລະປະລ້ານຊ້າງ!

Published on

ທ່ານ ບຸນ​ສະໜອງ ສີ​ຫາ​ລາດ  ຫົວໜ້າ​ກົມ​ວິຈິດ​ສິນ, ກະຊວງຖະ​ແຫຼງຂ່າວ ວັດທະນະທຳ ​ແລະ​ ທ່ອງ​ທ່ຽວ, ​ທັງ​ເປັນ​ຫົວໜ້າ​ຝ່າຍ​ເຕັກນິກ​ ການ​ປະຕິສັງຂອນ​ພະທາດ​ຫຼວງ,​ ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ພວກ​ເຮົາ​ໃນ​ວັນ​ທີ 5 ​ເມສາ​ນີ້​ວ່າ: ​ດັ່ງ​ທີ່​ພວກ​ເຮົາຮູ້​ນຳ​ກັນ ພະທາດ​ຫຼວງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ມາ​ ເປັນ​​ເວລາ​ຫຼາຍ​ຮ້ອຍ​ປີ​ແລ້ວ, ອັນເປັນ​ສູນ​ລວມທາງ​ດ້ານ​ວັດທະນະທຳ ​ແລະ ປະຫວັດສາດ​ຂອງ​ຊາດ​ລາວ​ເຮົາ, ທີ່​ບົ່ງ​ບອກ​ເຖິງ​ສີ​ລະ​ປະ, ລວດລາຍ​ຕ່າງໆ​ທາງ​ດ້ານ​ສະຖາ​ປັດຕະຍະ​ກຳ​ລາວ​ລ້ານ​ຊ້າງ​ ອັນເປັນ​ເອກະລັກ​ຂອງ​ຊາດ​, ທັງ​ເປັນສູນລວມທາງດ້ານຈິດໃຈ ແລະ ເປັນ​ບ່ອນ​ສັກກາລະ​ບູຊາ​ ຂອງ​ປວງ​ຊົນ​ລາວ​ທັງ​ຊາດ​ແຕ່​ໃດໆ​ມາ ​ແລ​ະ ​ມັນໄດ້ ສ່ອງແສງ​ເຖິງຄວາມເປັນຊາດລາວ ຈົນມາເຖິງປັດຈຸບັນນີ້ ແລະ ເຖິງ​ວ່າ​ໄລຍະ​ຜ່ານ​ມາ ທາດຫຼວງ​ຈະ​ໄດ້​ຮັບ​ການ​ປະຕິສັງ​ຂອນ​ແລ້ວ​ຫຼາຍ​ຄັ້ງ​ ​ແລະ ມີຄວາມສວຍ​ງາມ​ຈົນ​ເຖິງ​ທຸກ​ວັນ​ນີ້, ແຕ່​ກໍ​ເປັນ​ເວລາ​ຫຼາຍ​ປີ​ມາ​ແລ້ວ, ​ແຕ່ວັດ​ສະດຸ​ທີ່​ໃຊ້ໃນ​ການ​ປະຕິສັງຂອນ​ໃນ​​ໄລຍະ​ກ່ອນ​ ຍັງ​ອີງ​ໃສ່​ທຳ​ມະ​ຊາດ​ເປັນ​ຕົ້ນຕໍ ຈຶ່ງ​ເຮັ​ດ​ໃຫ້​ບໍ່​ມີຄວາ​ມທົນ​ທານ ເຮັດ​ໃຫ້​ພະ​ທາດຫຼວງ​​ມີ​ສະພາບ​ສຳ​ຫຼຸດ, ຊຸມ​ໂຊມ​ຫຼາຍ​ພໍ​ສົມຄວນ​ໃນ​ປັດຈຸບັນ, ​ແຕ່ຍ້ອນເຫັນໄດ້ຄວາມສຳຄັນຂອງພະທາດຫຼວງ ແລະ ທັງເປັນການກະກຽມໃຫ້ແກ່ ການສະເຫຼີມສະຫຼອງ ພະທາດຫລວງວຽງຈັນຄົບຮອບ 450 ປີ, ພັກ ແລະ ລັດຖະບານ ຈຶ່ງໄດ້ມີທິດທີ່ຈະປະຕິຂັງຂອນພະທາດຫຼວງຄືນໃໝ່​ ໃຫ້​ມີ​ຄວາມ​ສວຍ​ງາມ ​ແລະ ຄົງ​ທົນ​ກວ່າ​ເກົ່າ ​​ແລະ ທັງຮັບປະກັນ ການປົກປັກຮັກສາ​​ໄວ້​ຊຶ່ງລວດລາຍ, ດອກດວງ ແລະ ເອກະລັກຄົງເດີມ, ທີ່​ບົ່ງ​ບອກ​​ເຖິງ​ສີ​ລະ​ປະ, ວັດທະນະ​ທຳ ທີ່​ເປັນ​ມູນ​ເຊື້ອ​ຂອງລາວ​ເຮົາ​ ມາ​ແຕ່​ບູຮານນະ​ການ ແລະ ມາຮອດດຽວນີ້ ການກະກຽມ​ໃຫ້​ແກ່​ການ​ປະຕິສັງຂອນ ແມ່ນພວມຢູ່ໃນຂັ້ນຕອນປຶກສາ​ຫາລື​ກັບ​ຫລາຍ​ພາກສ່ວນ, ລວມ​ເຖິງ​ການ​ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຈາກ​ປະຊາຊົນ,​ ເພື່ອ​ຈະແຕ່ງຕັ້ງອະນຸກຳມະການຮັບຜິດຊອບ, ເພື່ອສຳຫຼວດຄືນຢ່າງລະອຽດ ບ່ອນທີ່ຊຸດໂຊມ, ກ່ອນທີ່ຈະເລີ່ມການປະຕິສັງຂອນ ​​ແລະ ກໍ​ເປັນ​ໜ້າ​ຍິນ​ດີທີ່ປັດຈຸບັນ ໄດ້​ມີຫຼາຍພາກສ່ວນ, ບໍລິສັດ, ຫ້າງ​ຮ້ານ, ລວມ​ເຖິງ​ບຸກຄົນ ​ໄດ້ມີການປະກອບສ່ວນດ້ານ​ປັດໃຈວັດຖຸ,​ ເງິນ​ຄຳເຂົ້າໃນການປະຕິສັງຂອນຄັ້ງນີ້ແລ້ວ ຈຳນວນ​ໜຶ່ງ, ​ເຖິງ​ຢ່າງ​​ໃດ​ກໍ​ຕາມ​ສຳລັບການປະຕິສັງຂອນຄັ້ງນີ້ ກໍຍາກໃຫ້ເປັນດັ່ງທຸກໆຄັ້ງທີ່ຜ່ານມາ ໂດຍປວງຊົນລາວທັງຊາດໄດ້ມີສ່ວນຮ່ວມ, ດັ່ງ​ສະ​ໄໝ​​​ເຈົ້າ ​ໄຊເສດ​ຖາທິລາດ ເຄີຍ​ນຳພາ​ປະຊາຊົນ​ ບູລະນະ​ມາ​ແລ້ວ​ນັ້ນ, ດັ່ງນັ້ນ ຈຶ່ງຂໍເຊີນຊວນປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ, ຄົນລາວທີ່ຢູ່ຕ່າງປະເທດ, ລວມທັງຄົນເຊື້ອຊາດລາວທີ່ຢູ່ຕ່າງປະເທດ ຈົ່ງໄດ້ປະກອບສ່ວນວັດຖຸປັດໃຈ ເຂົ້າໃນການປະຕິສັງຂອນ ພະທາດຫຼວງຄັ້ງນີ້ ໃຫ້ສໍາເລັດຢ່າງ​ຈົບງາມ, ເພື່ອໃຫ້ພະພາດຫຼວງມີ​ຄວາມ​ສວຍ​ງາມ ​ແລະ ຄົງຢູ່ຄູ່ບ້ານ, ຄູ່ເມືອງເຮົາຕະຫຼອດໄປ, ຫົວໜ້າກົມດັ່ງກ່າວ ໃຫ້ຮູ້ຕື່ມວ່າ: ການປະຕິສັງຂອນຄັ້ງນີ້, ຈະ​ຖື​ເອົາ​ການຮັບປະກັນ ຄວາມໂປງໃສ່​ເປັນ​ຫຼັກ, ​ໂດຍທາງຄະນະຮັບຜິດຊອບ ​ໄດ້​ມີ​ການ​ແຕ່ງ​ຕັ້ງ​ໜ່ວຍ​ງານ​ຮັບຜິດຊອບ​ໃນ​ການກວດກາ ຢ່າງລະອຽດທຸກຂັ້ນຕອນ ແລະ ທຸກການປະກອບສ່ວນຂອງສັງຄົມ, ເພື່ອຄວາມບໍລິສຸດຍຸຕິທຳ ສົມ​ກັບ​ຄຳ​ເວົ້າ​ທີ່​ວ່າ​ປວງ​ຊົນ​ລາວ​ທັງ​ຊາດ​ເປັນ ຜູ້​ສ້າງ​ພະທາດ​ຫຼວງ​ຂຶ້ນ​ມາ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...