spot_img
Homeຂ່າວພາຍ​ໃນເດີນ​ແຟ​ເຊິນ ເພື່ອການ​ກຸ­ສົນ​ຊ່ວຍ­ເຫຼືອແມ່­ຍິງ​ພິ­ການ​ລາວ

ເດີນ​ແຟ​ເຊິນ ເພື່ອການ​ກຸ­ສົນ​ຊ່ວຍ­ເຫຼືອແມ່­ຍິງ​ພິ­ການ​ລາວ

Published on

ວັນ​ທີ 31 ມີ­ນາ 2016 ທີ່​ໂຮງແຮມ​ແລນ​ມາກ​ແມ່​ຂອງ​ລີ​ເວີ​ໄຊ ໄດ້​ຈັດງານ​ແຟ​ເຊິນ ເພື່ອ​ການ​ກຸ­ສົນຂຶ້ນ​ເພື່ອ​ຊ່ວຍເຫຼືອ​ສູນ​ພັດ­ທະ­ນາ​ແມ່­ຍິງ​ພິ­ການ​ລາວໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ນາງ ບັນ­ດິດ ປະ­ທຸມ​ວັນ ຮອງ​ປະ­ທານ​ສູນກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ, ທ່ານ ນາງ ຈັນ​ເພັງ ສີ​ວິ­ລາ ອຳ­ນວຍ​ການ​ສູນ​ພັດ​ທະນາ​ແມ່­ຍິງ​ພິ­ການ​ລາວ, ທ່ານ ນາງ ອໍ­ລະໄທ ສັນ­ຕິ​ຄົງ​ຄາ ປະ­ທານ​ໂຮງ­ແຮມແລນມາກ​ແມ່​ຂອງລີ​ເວີ​ໄຊ, ທ່ານ ສົມ​ສະ­ໜຸກ ມີ​ໄຊ ຮອງ​ປະ­ທານ​ສະ­ມາ­ຄົມ​ນັກ​ຂ່າວ ພ້ອມ​ດ້ວຍ​ບັນ­ດາ​ແຂກ​ທີ່​ຖືກ​ເຊີນ ແລະ​ບັນດາ​ຜູ້​ໃຫ້­ການ​ສະ­ໜັບ­ສະ­ໜູນ​ເຂົ້າ​ຮ່ວມ.

ການ​ຈັດ​ງານ​ແຟ​ເຊິນ​ເພື່ອ​ການ​ກຸ­ສົນ ໃນ​ຄັ້ງ​ນີ້ ແມ່ນ​ເປັນ​ການ​ສົ່ງ­ເສີມ ແລະ ເຫັນ​ໄດ້​ເຖິງ​ຄວາມ​ສຳ­ຄັນ ທັງ​ເປັນ​ການ​ເປີດ​ໂອ­ກາດ​ໃຫ້​ແມ່­ຍິງ​ພິ­ການ​ໄດ້​ສະ­ແດງຄວາມ​ສາ­ມາດ ໄດ້​ເຊື່ອ​ໝັ້ນ​ໃນ​ຕົນ​ເອງ ແລະ​ມີ​ບົດ­ບາດ​ຄື​ກັບ​ແມ່­ຍິງ​ທົ່ວ​ໄປ​ດັ່ງ​ຫົວຂໍ້​ທີ່​ວ່າ “ຄວາມ​ງົດ​ງາມ​ໃນ​ຄວາ
ມ​ບໍ່​ສົມ ບູນ​ແບບ”
ຊຶ່ງ​ບໍ່​ມີ​ສິ່ງ​ໃດງົດ​ງາມ​ໄປ​ກວ່າ​ການ​ທີ່​ຜູ້­ຍິງ​ຄົນ​ໜຶ່ງ​ໃຫ້ອະ­ໄພ​ຕົນ​ເອງ​ໃນ​ຄວາມ​ບໍ່​ສົມ­ບູນ​ແບບນັ້ນ​ແຫຼະ​ແມ່ນ​ຄວາມ​ງົດ​ງາມ​ທີ່­ແທ້​ຈິງ.

ງານ​ດັ່ງ­ກ່າວ ຖື​ເປັນ​ຄັ້ງ​ທຳ​ອິດ​ທີ່​ໂຮງແຮມ​ແລນ​ມາກ​ແມ່​ຂອງ​ລີ​ເວີ​ໄຊ ຮ່ວມ​ກັບຜູ້​ສະ­ໜັບ­ສະ­ໜູນ​ຫຼາຍ​ທ່ານ​ຈັດ​ຂຶ້ນ ເພື່ອເອື້ອຍ​ນ້ອງ​ແມ່­ຍິງ​ພິ­ການ ແລະ​ໄດ້​ຈັດໃຫ້​ບັນ­ດາ​ເອື້ອຍ​ນ້ອງ​ແມ່­ຍິງ​ພິ­ການ​ເປັນນາງ​ແບບ​ຫຼັກ​ໃນ​ການ​ຍ່າງ​ເທິງ​ເວ­ທີ ແລະ​ຍັງ​ໄດ້​ຮັບ​ກຽດ​ຈາກ​ບັນ­ດາ​ນາງ ສາວ​ລາວ, ສິ­ລະ​ປິນ​ດາ­ລາ, ອົງ­ການ ແລະ​ສະ­ຖານ­ທູດ​ຕ່າງໆ​ມາ​ຊ່ວຍ​ຍ່າງ​ກັບ​ເອື້ອຍ​ນ້ອງ​ແມ່­ຍິງ​ພິ­ການ​ເຮົາ​ເພື່ອ​ສ້າງຄວາມ​ສາ­ມັກ­ຄີ​ອີກ​ດ້ວຍ.

ໂອ­ກາດ​ນີ້ ທ່ານ ນາງ ອໍ­ລະ­ໄທ ສັນ­ຕິຄົງ​ຄາ ກ່າວ​ວ່າ: ຮູ້­ສຶກ​ເປັນ​ກຽດ​ຢ່າງ​ຍິ່ງທີ່​ງານ​ການ​ກຸ­ສົນ​ຄັ້ງ​ນີ້​ໄດ້­ຜົນ​ຕອບ​ຮັບທີ່​ດີ, ຈິ່ງ​ຢາກ​ຂໍ​ສະ­ແດງ​ຄວາມ​ຂອບ­ໃຈມາ​ຍັງ​ທຸກ​ພາກ­ສ່ວນ​ທັງ​ພາກ​ລັດ ແລະ ເອ­ກະ​ຊົນ, ລວມ​ເຖິງ​ບັນ­ດາ​ສະ­ຖານ­ທູດ ທັງ 10 ປະ­ເທດ​ທີ່​ໃຫ້​ກຽດ​ເຂົ້າ​ຮ່ວມ​ງານ ແລະ​ໃຫ້­ການ​ຊ່ວຍ­ເຫຼືອ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...