spot_img
HomeມູມໄອທີລາວVivo ເປີດໂຕສະມາດໂຟນໃໝ່ V3 ແລະ V3 Max

Vivo ເປີດໂຕສະມາດໂຟນໃໝ່ V3 ແລະ V3 Max

Published on

vivo ບໍລິສັດຜະລິດສະມາດໂຟນຈາກປະເທດຈີນໄດ້ຈັດງານເປີດໂຕສະມາດໂຟນທີ່ Mumbai ປະເທດອິນເດຍມື້ນີ້. ເຊິ່ງໃນງານໄດ້ມີການເປີດໂຕສະມາດໂຟນຕະກູນ “V” ໃໝ່ ນັ້ນກໍຄື vivo V3 ແລະ V3 Max ເຊິ່ງທັງສອງລຸ້ນໂຕເຄື່ອງນັ້ນອອກແບບມາເປັນໂລຫະ ເຊິ່ງມີຄວາມບາງແລະແຂງແຮງ ແລະສິ່ງສຳຄັນທີ່ສຸດສຳລັບທັງສອງລຸ້ນກໍຄື ການເນັ້ນໄປທີ່ເລື່ອງຂອງປະສິດທິພາບມືຖື

image

Vivo X3 ນັ້ນມີຂະໜາດເຄື່ອງທີ່ 143.6x71x7.5 ມມ ມາພ້ອມກັບໜ້າຈໍ 5 ນິ້ວ, ຄວາມລະອຽດ 720p (HD) ແລະໃຊ້ງານຊິບປະມວນຜົນ Snapdragon 616 ມາພ້ອມກັບ RAM 3GB. ROM ໃຫ້ມາ 32GB ແລະແບັດເຕີຣີ 2,550 mAh.

The V3 Max ນັ້ນມີຂະໜາດເຄື່ອງຢູ່ທີ່ 153.9×77.1×7.58 ມມ ມາພ້ອມກັບໜ້າຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ 1080p (FullHD) ແລະມາພ້ອມກັບຈໍແບບ 2.5D. ໃຊ້ງານຊິບປະມວນຜົນ Snapdragon 652, ໃນຂະນະທີ່ RAM ໃຫ້ມາ 4GB ແລະ ROM 64GB (ບໍ່ແນ່ໃຈ). ສ່ວນແບັດເຕີຣີນັ້ນໃຫ້ມາ 3,000 mAh

image

ທັງສອງລຸ້ນນັ້ນແມ່ນໃຊ້ງານກ້ອງລຸ້ນດຽວກັນ ເຊິ່ງກ້ອງຫຼັງມີຄວາມລະອຽດ 13 ລ້ານພິກເຊວ ແລະຄວາມໄວໃນການເປີດແມ່ນ 0.7 ວິນາທີ ແລະ ຄວາມໄວໃນການກວດຈັບໂຟກັດອັດຕະໂນມັດແມ່ນ 0.2 ວິນາທີ. ທັງສອງລຸ້ນແມ່ນມີລະບົບສະແກນລາຍນິ້ວມືທີ່ດ້ານຫຼັງເຄື່ອງ ແລະຢືນຢັນວ່າສາມາດສະແກນດ້ວຍຄວາມໄວພຽງ 0.2 ວິນາທີເທົ່ານັ້ນ

vivo V3 ແລະ V3Max ນັ້ນຍັງມາພ້ອມກັບຊິບສຽງຄຸນນະພາບດີແບບ AK4375 ທີ່ໄດ້ຮັບຄວາມນິຍົມສູງໃນເລື່ອງຂອງສຽງ. ຮອງຮັບການເຊື່ອມຕໍ່ LTE , ຮອງຮັບ 2 ຊິມ ແລະລະບົບສາກໄວ

image

ເຊິ່ງທັງ 2 ລຸ້ນນັ້ນຈະວາງຂາຍໃນ 8 ປະເທດໄດ້ແກ່: ຈີນ, ອິນເດຍ, ມາເລເຊຍ, ໄທ, ຟີລິບປິນ, ຫວຽດນາມ, ມຽນມາ ແລະ ອິນໂດເນເຊຍ. ສຳລັບລາຄານັ້ນໜ້າຈະຢູ່ປະມານ $270 (2.110.000 ກີບ) ແລະ $360 (2.921.000 ກີບ), ສ່ວນກຳນົດການວາງຈຳໜ່າຍນັ້ນຍັງບໍ່ມີປະກາດໃດໆ

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...