spot_img
Homeຂ່າວຕ່າງປະເທດນັກທ່ອງທ່ຽວແຫ່ຊົມ ກະທົບແນວປະກາລັງ ເກາະໄຂ່ຂອງໄທ ເສຍຫາຍແລ້ວກວ່າ 80%!

ນັກທ່ອງທ່ຽວແຫ່ຊົມ ກະທົບແນວປະກາລັງ ເກາະໄຂ່ຂອງໄທ ເສຍຫາຍແລ້ວກວ່າ 80%!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ເມສານີ້ວ່າ ເຈົ້າໜ້າທີ່ສຳນັກງານຄຸ້ມຄອງ ຊັບພະຍາກອນທາງທະເລ ແລະ ຊາຍຝັ່ງຂອງໄທ ໄດ້ກວດພົບພື້ນທີ່ແນວປະກາລັງ ຢູ່ເກາະໄຂ່ນອກ ແລະ ເກາະໄຂ່ໃນ ເມືອງເກາະຍາວ ແຂວງພັງງາ ຊຶ່ງເປັນສະຖານທີ່ທ່ອງທ່ຽວຍອດນິຍົມແຫ່ງໜຶ່ງ ຢູ່ຟາກທະເລອັນດາມັນທາງພາກໃຕ້ຂອງປະເທດ ຖືກເສຍຫາຍແລ້ວ ຫລາຍກວ່າ 80% ຍ້ອນມີເຮືອໂດຍສານນັກທ່ອງທ່ຽວ ເດີນທາງເຂົ້າມາທຽບຈອດ ໃນຂອບເຂດບໍລິເວນດັ່ງກ່າວ ໃນແຕ່ລະມື້ແມ່ນບໍ່ຫລຸດ 60-70 ລຳ ຊຶ່ງສົ່ງຜົນກະທົບຕໍ່ສະພາບແວດລ້ອມ ຢ່າງໜັກໜ່ວງ.

ແນວໃດກໍຕາມ ທ່ານ ວັດຊະຣິນ ຖິ່ນຖາງ ເຈົ້າໜ້າທີ່ສຳນັກງານຄຸ້ມຄອງ ຊັບພະຍາກອນທາງທະເລ ແລະ ຊາຍຝັ່ງທີ 6 ພູເກັດ ໄດ້ກ່າວວ່າ ຈະມີການຊີ້ແຈງແກ່ຜູ້ປະກອບການເຮືອໂດຍສານ ເພື່ອຈັດສັນໃຫ້ເຂົ້າສູ່ລະບຽບການ ໂດຍຫາກຍັງພົບເຫັນອີກ ຈະຕ້ອງໄດ້ດຳເນີນການຕາມຂັ້ນຕອນ ເພື່ອແນໃສ່ກູ້ຄືນສະພາບແວດລ້ອມ ໃຫ້ກັບຄືນສູ່ພາວະປົກກະຕິໂດຍໄວ.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...