spot_img
Homeຂ່າວທ້ອງຖິ່ນນັກ­ທຸ­ລະ­ກິດ​ໄທ​ຫຼັ່ງ­ໄຫຼ​ເຂົ້າ​ໄປລົງ­ທຶນ​ຢູ່​ຫຼວງ​ພະ​ບາງ

ນັກ­ທຸ­ລະ­ກິດ​ໄທ​ຫຼັ່ງ­ໄຫຼ​ເຂົ້າ​ໄປລົງ­ທຶນ​ຢູ່​ຫຼວງ​ພະ​ບາງ

Published on

ເມືອງ​ມໍ­ລະ­ດົກ​ໂລກ​ຫຼວງພະ​ບາງ ເມືອງ​ຍອດ​ນິ­ຍົມ​ແຫ່ງການ­ທ່ອງ­ທ່ຽວຍັງ​ຄົງ​ສາ­ມາດດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ຈາກທົ່ວ​ທຸກ​ມຸມ​ໂລກ​ມາ​ທ່ຽວ​ຊົມປີ​ໜຶ່ງນັບ​ຫລາຍ​ລ້ານ​ຄົນ​ຈົນກາຍ­ເປັນ​ທີ່​ໝາຍ​ຕາ​ຂອງ​ນັກລົງ­ທຶນ​ຈາກ​ຕ່າງ­ປະ­ເທດ​ສົນໃຈ​ເຂົ້າ​ມາ​ລົງ­ທຶນ​ໃສ່​ດ້ານ​ການບໍ­ລິ­ການ​ການ­ທ່ອງ­ທ່ຽວ​ນັບມື້​ນັບ​ເພີ່ມ​ຂຶ້ນ​ມາ​ຮອດ​ປະ­ຈຸ​ບັນນີ້​ ມີ​ການ​ລົງ­ທຶນ​ຂອງ​ນັກ​ທຸ­ລະກິດ​ຈາກ​ປະ­ເທດ​ດັ່ງ­ກ່າວ​ຢູ່​ແຂວງຫຼວງ​ພະ​ບາງມີ​ທັງ​ໝົດ 25 ໂຄງ­ການ, ລວມ​ມູນ​ຄ່າ 36 ລ້ານ​ໂດ​ລາ​ສະ­ຫະ­ລັດ.

ເມື່ອ​ທ້າຍ​ເດືອນ​ມີ­ນາ​ມາ​ນີ້ ທ່ານ ດຣ. ບົວ​ຄົງ ນາມ​ມະ​ວົງ ຮອງ​ເຈົ້າ­ແຂວງໆຫຼວງ​ພະ​ບາງ ຜູ້​ຊີ້​ນຳ​ວຽກ​ງານ​ຂົງ­ເຂດເສດ­ຖະ­ກິດ ​ໄດ້​ໃຫ້​ຮູ້​ວ່າ:  ປະ­ຈຸ​ບັນ​ແຂວງ ຫຼວງ​ພະ​ບາງ ໂດຍ​ສະ­ເພາະ​ເມືອງ​ມໍ​ລະດົກ​ໂລກ​ຫລວງ​ພະ​ບາງ ຊຶ່ງ​ກາຍ­ເປັນຈຸດ​ສຸມ​ເປົ້າ​ໝາຍ​ຂອງ​ນັກ​ທ່ອງ​ທ່ຽວ​ມາຈາກ​ທົ່ວ​ທຸກ​ມູມ​ໂລກ​ເຂົ້າ​ມາ​ທ່ຽວ​ຊົມ​ນັບຫຼາຍ​ລ້ານ​ຄົນຈົນ​ກາຍ­ເປັນ​ທີ່​ໝາຍ​ຕາຂອງ​ນັກ​ລົງ­ທຶນ​ຫັນ​ມາ​ລົງ­ທຶນ​ໃສ່​ດ້ານການ​ບໍ­ລິ­ການ​ການ­ທ່ອງ­ທ່ຽວ​ນັບ​ມື້​ນັບຫຼາຍ​ຂຶ້ນ ສະ­ເພາະ​ນັກ­ທຸ­ລະ­ກິດ​ໄທ​ມາຮອດ​ປະ­ຈຸ​ບັນ ໄດ້​ມາ​ລົງ­ທຶນ​ຢູ່​ແຂວງ​ຫຼວງ​ພະ​ບາງ​ທັງ​ໝົດ 25 ໂຄງ­ການ, ລວມ​ມູນ​ຄ່າ​ການ​ລົງ­ທຶນ​ທັງ​ຫມົດ 36 ລ້ານ​ໂດ​ລາ​ສະ­ຫະ­ລັດ.

ທັງ​ນີ້ ​ການ​ລົງ­ທຶນ​ສ່ວນ​ໃຫຍ່​ແມ່ນ ໃນ​ຂະ­ແຫນງ­ການ​ບໍ­ລິ­ການ, ໂຮງ­ແຮມ, ເຮືອນ​ພັກ ແລະ​ຮ້ານ​ອາ­ຫານ ເພື່ອ​ໄວ້ຄອຍ​ບໍ­ລິ­ການ​ແກ່​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ ມາ​ທ່ອງ​ທ່ຽວ​ຢູ່​ຫຼວງ​ພະ​ບາງຈາກ​ການ​ສະ­ຫຼຸບ​ໂຕ​ເລກ​ນັກ​ທ່ອງທ່ຽວ​ເຂົ້າ​ມາ​ທ່ຽວ​ຊົມ​ເມືອງ​ມໍ­ລະ­ດົກ​ໂລກຫຼວງ​ພະ​ບາງ​ໃນ​ໄລ­ຍະ 6 ເດືອນ​ຕົ້ນ​ປີ​ນີ້ ມີ​ທັງ​ໝົດ​ແລ້ວ 3,24 ແສນ​ຄົນ, ທຽບໃສ່ 6 ເດືອນ​ປີ­ຜ່ານ­ມາ ເພີ່ມ​ຂຶ້ນ 28,8  ພັນ​ຄົນ, ເທົ່າ​ກັບ 9,75%, ໃນ​ນັ້ນ​ມີ​ນັກ ທ່ອງ​ທ່ຽວ​ສາ­ກົນ 2,38 ແສນ​ຄົນ,  ເພີ່ມ​ຂຶ້ນ 20,4 ພັນ ແລະ​ນັກ​ທ່ອງ​ທ່ຽວພາຍ​ໃນ​ມີ 85,8 ພັນ​ຄົນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...