spot_img
Homeຂ່າວພາຍ​ໃນບໍ່ຄຳ-ທອງແດງເຊໂປນ ມອບເງິນປັນຜົນ 3,5 ລ້ານໂດລາ ໃຫ້ລັດຖະບານລາວ

ບໍ່ຄຳ-ທອງແດງເຊໂປນ ມອບເງິນປັນຜົນ 3,5 ລ້ານໂດລາ ໃຫ້ລັດຖະບານລາວ

Published on

ບໍລິສັດ MMG LXML ເຊໂປນ ໄດ້ນຳແຊັກຊຶ່ງເປັນເງິນປັນຜົນງວດສຸດທ້າຍຂອງປີ 2015 ຈຳນວນ 3,5 ລ້ານໂດລາສະຫະລັດ ມາມອບໃຫ້ລັດຖະບານ ເຊິ່ງພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 30 ມີນາຜ່ານມານີ້ ທີ່ກະຊວງການເງິນ ລະຫວ່າງ ທ່ານ ໂຣບິນ ຮາມິລຕັນ-ຄອດສ໌ ຜູ້ຈັດການຝ່າຍການພົວພັນບໍລິສັດ ພາຍນອກ ບໍລິສັດ MMG LXML ເຊໂປນ ແລະ ທ່ານ ນາງ ຄຳຜາຍ ວິທະໄຊ ຫົວໜ້າກົມຄຸ້ມຄອງວິສາຫະກິດລົງທຶນ ແລະ ປະກັນໄພກະຊວງການເງິນ.

ເງິນປັນຜົນງວດສຸດທ້າຍນີ້ ເຮັດໃຫ້ຈຳນວນເງິນປັນຜົນລວມຂອງປີ 2015 ທີ່ມອບໃຫ້ລັດຖະບານ ສປປ ລາວ ລວມເປັນ 6,5 ລ້ານໂດລາ ແລະ ການປະກອບສ່ວນໂດຍກົງ ຕໍ່ລາຍໄດ້ຂອງລັດຖະບານ ໃນປີ 2015 ລວມທັງໝົດ 73 ລ້ານໂດລາ ເຖິງແມ່ນວ່າລາຄາແຮ່ທາດໄດ້ມີການຫຼຸຸດລົງ ໃນໄລຍະຜ່ານໆມາ.

LXML ຜະລິດແຜ່ນທອງໄດ້ 89.253 ໂຕນ ໃນປີ 2015 ທ່ານ ໂຣບິນ ຮາມິລຕັນ- ຄອດສ໌ ຜູ້ຈັດການຝ່າຍການ ພົວພັນພາຍນອກຂອງບໍລິສັດ MMG LXML ເຊໂປນກ່າວວ່າ “ ໃນນາມທີ່ເປັນຜູ້ຈ່າຍພາສີອາກອນລາຍໃຫຍ່ ໃນ ສປປ ລາວ LXML ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ປະກອບສ່ວນຢ່າງຕໍ່ເນື່ອງ ໃຫ້ແກ່ການພັດທະນ າເສດຖະກິດ-ສັງຄົມ ຂອງ ສປປ ລາວ LXML ມີຄວາມມຸ່ງໝັ້ນສືບຕໍ່ຮ່ວມມືກັບຊຸມຊົນທ້ອງຖິ່ນ ເລັ່ງໃສ່ການຝຶກອົບຮົມ ແລະ ການພັດທະນາ ເພື່ອເສີມຂະຫຍາຍຊີວິດການເປັນຢູ່ທີ່ຍືນຍົງ ຂອງຊຸມຊົນອ້ອມຂ້າງບໍ່ຄຳເຊໂປນ ກໍຄືເພື່ອສະໜັບສະໜູນ ເປົ້າໝາຍຂອງລັດຖະບານລາວ ໃນການຫຼຸຸດພົ້ນ ອອກຈາກສະຖານະ ປະເທດທີ່ດ້ອຍພັດທະນາພາຍໃນປີ 2020.”

LXML ວ່າຈ້າງບຸກຄະລາກອນຫຼາຍກວ່າ 3.000 ຄົນ (95% ເປັນຄົນລາວ) ແລະ ລົງທຶນຢ່າງມະຫາສານເຂົ້າ ໃນການຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດ ເພື່ອສະໜັບສະໜູນການດຳເນີນງານຂອງບໍລິສັດ ໃຫ້ມີຄວາມປອດໄພ ແລະ ໝັ້ນຄົງ LXML ສົ່ງເສີມພະລັງງານຄົນລາວຫຼາຍພັນຄົນ ໃຫ້ໄດ້ສຳ ເລັດຫຼັກສູດການຝຶກອົບຮົມ ດ້ານເຕັກນິກການຊ່າງ ແລະ ອື່ນໆພ້ອມທັງທຶນການສຶກສາຊັ້ນສູງ (ການບັນຊີ,ວິຊາການ ແຍກແຮ່, ຊ່າງເຊື່ອມຈອດ, ທໍລະນີວິທະຍາເສດຖະກິດ IT ແລະ ອື່ນໆ) ຢູ່ປະເທດອົດສະ ຕຣາລີ ແລະ ນິວຊີແລນ.

ລັດຖະບານ ສປປ ລາວ ຖືຮຸ້ນ 10% ໃນບໍລິສັດ LXML ແລະ ໄດ້ຮັບລາຍໄດ້ໂດຍກົງຫຼາຍກວ່າ 1,3 ຕື້ໂດລາ ໃນ ຮູບແບບຄ່າພາສີອາກອນ, ຄ່າຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ ນັບຕັ້ງແຕ່ບໍ່ຄຳ-ທອງເຊໂປນ ໄດ້ເລີ່ມດຳເນີນງານໃນປີ 2003 ເປັນຕົ້ນມາ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...