spot_img
Homeມຸມຂ່າວ AECຫວຽດນາມ ຄຸມຂັງ ນັກຂ່າວ ອິນເຕີແນັດ 2 ຄົນ ທີ່ຕິຕຽນ ລັດຖະບານ

ຫວຽດນາມ ຄຸມຂັງ ນັກຂ່າວ ອິນເຕີແນັດ 2 ຄົນ ທີ່ຕິຕຽນ ລັດຖະບານ

Published on

ຫວຽດນາມ ຄຸມຂັງ ນັກຂ່າວ ອິນເຕີແນັດ 2 ຄົນ ທີ່ຕິຕຽນ ລັດຖະບານ
ຫວຽດນາມ ຄຸມຂັງ ນັກຂ່າວ ອິນເຕີແນັດ 2 ຄົນ ທີ່ຕິຕຽນ ລັດຖະບານ

ຕຳຫຼວດຫວຽດນາມ ​ໄດ້​ຈັບ​ກຸມ​ນັກ​ເຄື່ອນ​ໄຫວ 2 ຄົນ ທີ່​ໄດ້​ພິມເຜີຍ​ແຜ່​ບົດຄວາມ​ຕ່າງໆ
​ລົງທາງອິນເຕີແນັດ ທີ່​ຕຳໜິຕິຕຽນລັດຖະບານຂອງປະເທດ.

​ກະຊວງ​ຮັກສາ​ຄວາມ​ສະ​ງົບ​ຂອງ​ຫວຽດນາມ ​ກ່າວໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງວ່າ
Nguyen Huu Vinh ​ແລະ Nguyen Thi Minh ​ໄດ້ຖືກ​ຈັບ​ກຸມ​ໃນ​ວັນ​ຈັນ​ວານ​ນີ້
ທີ່​ນະຄອນຫຼວງຮາ​ໂນ່​ຍ.

ພວກ​ທ່ານ​ທັງ​ສອງ​ຖືກ​ກ່າວ​ຫາ​ວ່າ ລະ​ເມີດ​ສິດ​ເສລີພາບປະຊາທິປະ​ໄຕ ​ໂດຍ​ພິມເຜີຍ
ເລື່ອງລາວ ທີ່​ສ້າງຄວາມເສຍຫາຍໃຫ້ແກ່ກຽດສັກສີແລະ​ຄວາມໄວ້ເນື້ອເຊື່ອໃຈໃນພະແນກ
ການຕ່າງໆຂອງ​ລັດຖະບານ. ບຸກຄົນທັງສອງປະ​ເຊີນ​ກັບ​ການຕິດ​ຄຸກ​ເປັນ​ເວລາ 7 ປີ ຖ້າ​ຫາກ
ຖືກພົບ​ເຫັນວ່າມີຄວາມ​ຜິດ.

ທ່ານ Vinh ​ແມ່ນ​ອະດີດ​ຕຳຫຼວດຊຶ່ງ​ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ເປັນ​ຜູ້​ລິ​ເລີ້ມຂຽນຂ່າວລົງເວັບໄຊທ໌
ທີ່ເອີ້ນວ່າ Basam blog ຊຶ່ງເວົ້າກ່ຽວກັບເລື່ອງການເມືອງ ການ​ສໍ້​ລາດ​ບັງ​ຫຼວງ
ແລະ​ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ.

ເວັບໄຊທ໌ນີ້ ​ມັກນຳເອົາ​ບົດຂຽນຕ່າງທີ່ຕັ້ງຄຳ​ຖາມ​ກ່ຽວ​ກັບ​ນະ​ໂຍບາຍ​ຂອງລັດຖະບານລົງ​ພິມເຜີຍ​ແຜ່​
​ແລະກໍ​ໄດ້​ຕົກ​ເປັນ​ເປົ້າ​ໝາຍ​ຊ້ຳ​ແລ້ວ​ຊ້ຳ​ອີກ ຈາກພວກໂຈມຕີເຈາະຂໍ້ມູນ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...