Homeຂ່າວພາຍ​ໃນສູນ​ກາງ​ພັກຯ ສືບຕໍ່ເຊື່ອມ​ຊຶມ​ມະຕິ X ສ້າງຄວາມເຂົ້າໃຈເອກະພາບ ກ້າວສູ່ການຈັດຕັ້ງປະຕິບັດຕົວຈິງ!

ສູນ​ກາງ​ພັກຯ ສືບຕໍ່ເຊື່ອມ​ຊຶມ​ມະຕິ X ສ້າງຄວາມເຂົ້າໃຈເອກະພາບ ກ້າວສູ່ການຈັດຕັ້ງປະຕິບັດຕົວຈິງ!

Published on

ໃນ​ວັນ​ທີ 4-8 ​ເມສານີ້, ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນກາງ​ພັກ,​ ໄດ້​ໃຫ້ກຽດ​ເປັນ​ປະທານ​ໄຂ​ບັ້ນ​​ເຊື່ອມ​ຊຶມ ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ X ຂອງ​ພັກ​ໃຫ້​ແກ່​ພະນັກງານ​ຫລັກ​ແຫ​ລ່ງຂອງກະຊວງ ແລະ ຂະແໜງການຕ່າງໆ ​ເພື່ອ​ສ້າງ​ຄວາມ​ເຂົ້າ​ໃຈ​ທີ່​ເປັນ​ເອກະ​ພາບ ​ແລະ ​ເລິກ​ເຊິ່ງຕໍ່​ເນື້ອ​ໃນ​ຈິດ​ໃຈ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມະຕິ​ສຳຄັນ​ດັ່ງກ່າວ, ບົນ​ພື້ນຖານສ້າງ​ການ​ຫັນປ່ຽນທາງ​ດ້ານ​ແນວ​ຄິດ-ຈິນຕະນາການຢ່າງ​ເປັນ​ລະບົບ ​ແລະ ກ້າວ​ໄປ​ສູ່​ການ​ເປັນ​ເຈົ້າ​ການ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ໃຫ້​ເກີດໝາກຜົນ​ຕົວ​ຈິງ.

ສະຫາຍເລຂາທິການ​ໃຫຍ່​ ໄດ້​ຊີ້​ນຳ​ໃຫ້​ບັ້ນ​ເຊື່ອມຊຶມ​ມະຕິ X ຄັ້ງ​ນີ້ ກາຍ​ເປັນ​ບັນຫາ​ສຳຄັນ​ ໃນ​ການ​ເສີມ​ຂະຫຍາຍ​ສະຕິ​ປັນຍາ ​ແລະ ຄວາມ​ຮັບຜິດຊອບ ຂອງ​ຖັນ​ແຖວ​ພະນັກງານທັງ​ຢູ່​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ,​ເພື່ອ​ວິ​ເຄາະ​​ໄຈ້​ແຍກ​ສະພາວະ​ຄວາມ​ເປັນ​ຈິງ ຂອງ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດຕາມ​ທັດສະນະ​ຂອງ​ພັກ. ພ້ອມ​ນັ້ນ, ຕ້ອງ​ເຮັດ​ໃຫ້ການ​ຜັນ​ຂະຫຍາຍ​ມະຕິ X ​ເປັນ​ຂະ​ບວນການ​ຟົດຟື້ນ, ​ແຂງ​ແຮງ ​ແລະ ມີ​ຜົນສຳ​ເລັດ​ຢ່າງເປັນ​ຮູບ​ປະ​ທຳ, ນຳ​ເອົາ​ປະ​ເທດ​ຊາດ ຫລຸດ​ພົ້ນ​ອອກ​ຈາກ​ສະພາວະ​ດ້ອຍ​ພັດທະນາ ໃນ​ປີ 2020, ສ້າງ​ພື້ນຖານ​ອັນໜັກ​ແໜ້ນ ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ ສູ່​ຈຸດໝາຍສັງຄົມ​ນິຍົມ.  ອັນ​ສຳຄັນເປັນ​ການສະ​ແດງ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ຄະນະ​ນຳ ທີ່​ຈະ​ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ທົດ​ສອບ​ຕ່າງໆ​ໃນ​ຊຸມ​ປີຕໍ່ໜ້າຢ່າງ​ກ້າຫານ​ເດັດຂາດ.

ສະຫາຍເລຂາທິການໃຫຍ່ ບຸນ​ຍັງ ວໍລະ​ຈິດ ຊີ້​ນຳ​ຕື່ມ​ວ່າ:ບັ້ນ​ເຊື່ອມ​ຊຶມ​ຄັ້ງ​ນີ້ໃຫ້​ສຸມ​ໃສ່​ຄົ້ນຄວ້າ 5 ​ເອກະສານ​ສຳຄັນທີ່​ເປັນ​ລັກສະນະ​ສຳ​ມະ​ນາ ​ແລະ ​ເປີດ​ກວ້າງປະຊາທິປະ​ໄຕ​ ໃນ​ການປະກອບ​ຄຳ​ຄິດ​ຄຳ​ເຫັນ, ພ້ອມ​ກັນ​ຕີ​ລາຄາທັງ​ເປັນ​ເອກະ​ພາບຕໍ່ກັບ​ການ​ຕັດສິນ​ໃຈ​ ແກ້​ບັນຫາ​ໃຫ້​ມີ​ການ​ຫັນປ່ຽນຢ່າງ​ຈະ​ແຈ້ງ, ໂດຍ​ສະ​ເພາະຕໍ່ບັນຫາ​ຄົງ​ຄ້າງທີ່​ສັງຄົມມີ​ຄວາມ​ເປັນ​ຫ່ວງ ​ແລະ ຮຽກຮ້ອງ​ໃຫ້​ມີ​ການ​ແກ້​ໄຂ​ໃນ​ປັດຈຸບັນ​ ເພື່ອ​ປັບປຸງ​ຄວາມ​ເຊື່ອໝັ້ນ ​ແລະ ສັດທາ​ຂອງ​ປະຊາຊົນຕໍ່ພັກ​ເຮົາ. ສຳລັບ​ບັນຫາ​ສຳຄັນ ທີ່​ໄດ້​ມີ​ການ​ຄົ້ນຄວ້າ​ເຊື່ອມ​ຊຶມ​ຄັ້ງ​ນີ້ ແມ່ນ​ມີ​ລັກສະນະ​ຍຸດ​ທະ​ສາດທີ່​ຕິ​ດພັນ​ໂດຍ​ກົງ ຕໍ່ຄວາມ​ຮັບຜິດຊອບ​ການ​ເມືອງ ຂອງ​ຄະນະ​ນຳ​ແຕ່ລະ​ຂັ້ນ ໃນ​ການ​ສ້າງ​ບາດ​ລ້ຽວ​ໃໝ່​ເພື່ອ​ໃຫ້ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ໃນ 5 ປີຕໍ່ໜ້າມີ​ຜົນສຳ​ເລັດ​ອັນ​ຈົບງາມ.

 

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...