Homeຂ່າວທ້ອງຖິ່ນນະຄອນຫລວງຈະເຂັ້ມງວດຄວບຄຸມລະບຽບຈະລາຈອນໄລຍະສົງການ ພສ 2559

ນະຄອນຫລວງຈະເຂັ້ມງວດຄວບຄຸມລະບຽບຈະລາຈອນໄລຍະສົງການ ພສ 2559

Published on

ໃນວັນທີ 4 ເມສານີ້, ກົມຕຳຫລວດຈະລາຈອນກະຊວງປ້ອງກັນຄວາມສະຫງົບຮ່ວມກັບບໍລິສັດລາວໂທລະຄົມໄດ້ຈັດງານຖະແຫລງຂ່າວແຜນການປະຕິບັດວຽກງານສະກັດກັ້ນການລ່ວງລະເບີດກົດລະບຽບທີ່ພາໃຫ້ເກີດອຸປະຕິເຫດຈະລາຈອນທາງບົກໃນໄລຍະປີໃໝ່ລາວ,ພ້ອມສ້າງຂະບວນການຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 55 ປີ,ໂດຍທ່ານ ຄຳຖະຫວາຍ ເພັດອຸໄລ ຫົວໜ້າກົມຕຳຫລວດຈະລາຈອນກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ສົມປະສົງ ສອນເພັດ ຫົວໜ້າພະແນກການຕະຫລາດບໍລິສັດລາວໂທລະຄົມເປັນຜູ້ຖະແຫລງ.

ທ່ານ ຄຳຖະຫວາຍ ເພັດອຸໄລ ແຈ້ງວ່າ: ເນື່ອງຈາກວ່າຈຳນວນພາຫະນະ ແລະ ຜູ້ຂັບຂີ່ໄດ້ເພີ່ມຂຶ້ນຢ່າງຫລວງຫລາຍໃນແຕ່ລະປີ,ເຊິ່ງເຮັດໃຫ້ການຈະລາຈອນແອອັດຢູ່ໃນຕົວເມືອງໃຫຍ່ ແລະ ກໍໃຫ້ເກີດອຸປະຕິເຫດຫລາຍຂຶ້ນ,ຢູ່ໃນແຕ່ລະແຂວງໃນທົ່ວປະເທດສົ່ງຜົນເສຍຫາຍຕໍ່ຊັບສິນ,ສຸຂະພາບ ແລະ ຊີວິດຂອງປະຊາຊົນເປັນຈຳນວນບໍ່ໜ້ອຍໃນແຕ່ລະປີ, ຍ້ອນຜູ້ໃຊ້ລົດໃຊ້ຖະໜົນລະເມີດກົດຈະລາຈອນ, ສະນັ້ນ ພວກເຮົາຈຶ່ງໄດ້ຮ່ວມມືກັນ ແລະຮຽກຮ້ອງໃຫ້ເຈົ້າໜ້າທີ່ 5 ຕົວເມືອງໃນນະຄອນຫລວງວຽງຈັນຄື:ເມືອງສີສັດຕະນາກ, ໄຊທານີ, ຈັນທະບູລີ, ສີໂຄດຕະບອງ ແລະ ເມືອງໄຊເສດຖາ, ຊຶ່ງພະແນກຈະລາຈອນນະຄອນຫລວງຈະໄດ້ມອບຄວາມຮັບພິຊອບຕາມພາລະບົດບາດຂອງໃຜມັນໃຫ້ເອົາໃຈໃສ່ຄວບຄຸມລະບຽບການຈະລາຈອນຢ່າງເຂັ້ມງວດ,ຄາດວ່າຈະໃຊ້ກຳລັງເຈົ້າໜ້າທີ່ຕຳຫລວດຢ່າງໜ້ອຍ 600 ນາຍເຂົ້າໃນວຽກງານດັ່ງກ່າວໃນຊ່ວງໄລຍະສົງການປີໃໝ່ລາວນີ້ໃຫ້ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພ.

 

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...