Homeຂ່າວທ້ອງຖິ່ນມສ. ວຽງຈັນ ສໍາເລັດການເຝິກອົບຮົມວາທະສິລະປະຂັ້ນພື້ນຖານໃຫ້ນັກຮຽນ ຫຼາຍກວ່າ 50 ຄົນ

ມສ. ວຽງຈັນ ສໍາເລັດການເຝິກອົບຮົມວາທະສິລະປະຂັ້ນພື້ນຖານໃຫ້ນັກຮຽນ ຫຼາຍກວ່າ 50 ຄົນ

Published on

ມູນນິທິສົ່ງເສີມການສຶກສາ ສປປ.ລາວ ຮ່ວມກັບ ໂຮງຮຽນມັດທະຍົມສົມບູນ (ມສ) ວຽງຈັນ ໄດ້ສໍາເລັດການຈັດກິດຈະກໍາເຝິກອົບຮົມ ວາທະສິລະປະຂັ້ນພື້ນຖານ ປະຈໍາສົກຮຽນ 2015-2016 ເປັນປີທີ 3 ໃຫ້ແກ່ນັກຮຽນພາຍໃນໂຮງຮຽນ ມສ.ວຽງຈັນ ແລະ ໂຮງຮຽນ ມສ.ມິດຕະພາບລາວ-ຫວຽດນາມ ເປັນເວລາ 6 ເດືອນ ເຊິ່ງເລີ່ມປະຕິບັດການຮຽນ-ການສອນ ໃນທຸກໆເຊົ້າວັນເສົາ ມາແຕ່ເດືອນຕຸລາ 2015 – ເດືອນມີນາ 2016 ໂດຍມີຜູ້ເຂົ້າເຝິກອົບຮົມທັງໝົດຫຼາຍກວ່າ 50 ຄົນ.

ພິທີມອບ-ຮັບໃບຢັ້ງຢືນ ໃຫ້ແກ່ນັກຮຽນທີ່ສໍາເລັດການເຝິກອົບຮົມ ວາທະສິລະປະຂັ້ນພື້ນຖານ ປະຈໍາສົກຮຽນ 2015-2016 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 02 ເມສາ 2016 ທີ່ສະໂມສອນໂຮງຮຽນ ມສ.ວຽງຈັນ ນະຄອນຫຼວງວຽງຈັນ ເຊິ່ງໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນໃນຄັ້ງນີ້ໂດຍທ່ານ ພູທອນ ແສງດາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ມີຄະນະອໍານວຍການ ຄະນະບໍລິຫານງານມູນນິທິສົ່ງເສີມການສຶກສາ ສປປ.ລາວ ບັນດາຄູ-ອາຈານ ນັກຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມພຽນ ໄຊຍະເດດ ປະທານມູນນິທິສົ່ງເສີມການສຶກສາ ສປປ.ລາວ ໃຫ້ຮູ້ວ່າ ພາຍຫຼັງດໍາເນີນກິດຈະກໍາເຝິກວາທະສິລະປະຂັ້ນພື້ນຖານໃຫ້ແກ່ນັກຮຽນ ເປັນເວລາ 6 ເດືອນກໍເຫັນວ່າ ນັກຮຽນມີຄວາມຕັ້ງໃຈຮໍ່າຮຽນ ແລະ ມີຄວາມກ້າສະແດງອອກ ໂດຍຜ່ານກິດຈະກໍາຕ່າງໆເຊັ່ນ ການເປັນພິທີກອນ ການເວົ້າໃນໂອກາດສໍາຄັນຕ່າງໆ ການສະແດງລະຄອນ ການສໍາພາດ ການລາຍງານຂ່າວ ການອ່ານຂ່າວ ອ່ານກອນ ແລະ ອື່ນໆ ເຊິ່ງການຮຽນວາທະສິລະປະແມ່ນເປັນບົດຮຽນທີ່ດີໃຫ້ແກ່ນັກຮຽນ ເພື່ອເພີ່ມທັກສະ ຄວາມຮູ້ ຄວາມສາມາດທາງດ້ານການປາກເວົ້າໃນສະຖານທີ່ສາທາລະນະ ໃຫ້ຖືກກັບກາລະເທສະ ແລະ ນໍາເອົາຄວາມຮູ້ທີ່ຮຽນມາໄປຜັນຂະຫຽາຍເຂົ້າໃນຊີວິດປະຈໍາວັນ ແລະ ໃນອະນາຄົດໃຫ້ເກີດປະໂຫຽດສູງ.

ຂະນະທີ່ຜູ້ອໍານວຍການໂຮງຮຽນ ມສ.ວຽງຈັນ ກໍໄດ້ກ່າວວ່າ ຍ້ອນມູນນິທິສົ່ງເສີມການສຶກສາໃຫ້ການສະໜັບສະໜູນມາແຕ່ສົກຮຽນ 2013-2014 ແລະ ສົກຮຽນ 2015-2016 ກໍເປັນປີ 3 ແລ້ວ ຈິ່ງເຮັດໃຫ້ການຮຽນ-ການສອນວາທະສິລະປະໃນຄັ້ງນີ້ ປະສົບຜົນສໍາເລັດຕາມລະດັບຄາດໝາຍ ເຊິ່ງກໍເຫັນໄດ້ວ່າ ນັກຮຽນທີ່ຜ່ານການເຝິກອົບຮົມມີຄວາມກ້າສະແດງອອກເຊິ່ງຄວາມສາມາດ ຈາກຄົນບໍ່ກ້າເວົ້າກໍສາມາດເວົ້າໄດ້ເກັ່ງ ມີຄວາມຮູ້ ຄວາມເຂົ້າໃຈແຈ້ງກ່ຽວກັບຈຸດປະສົງເປົ້າໝາຍ ເນື້ອຫາ ແລະ ສາລະຂອງເລື່ອງທີ່ຈະເວົ້າເຖິງ ຮູ້ຈັກວາງກິລິຍາທ່າທີຖືກຕາມງານພິທີການເຫຼົ່ານັ້ນ ໂດຍສະເພາະການເປັນພິທີກອນ ການປາຖະກະຖາ ການກ່າວໄຂງານພິທີການ ແລະ ອື່ນໆ ເຊິ່ງນັກຮຽນຫຼາຍຄົນມີສົນໃຈ ແລະ ກະຕືລືລົ້ນ ເອົາໃຈໃສ່ຮຽນເປັນປົກກະຕິ ການເຂົ້າ-ອອກຫ້ອງຮຽນຖືກໂມງ ສ່ວນເວລາຮຽນນັກຮຽນກໍມີສ່ວນຮ່ວມໃນການເຮັດກິດຈະກໍາຕ່າງໆຈິ່ງໄດ້ມາເຊິ່ງຜົນສໍາເລັດຢ່າງດີ.

ຂ່າວ/ພາບ: ເທບພະວົງ

ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...