Homeຂ່າວຕ່າງປະເທດຊູ​ຈີບໍ່​ຮັບ​ຕຳ​ແໜ່​ງ 2 ກະຊວງ ​ແຕ່​ຄົງ​ຕຳ​ແໜ່​ງ​ໂຄສົກ​ຜູ້ນຳ​ມຽນມາ

ຊູ​ຈີບໍ່​ຮັບ​ຕຳ​ແໜ່​ງ 2 ກະຊວງ ​ແຕ່​ຄົງ​ຕຳ​ແໜ່​ງ​ໂຄສົກ​ຜູ້ນຳ​ມຽນມາ

Published on

ເຈົ້າ​ໜ້າ​ທີ່​ພັກ​ລັດຖະບານ​ມຽນມາ​ຖະ​ແຫຼ​ງວັນ​ນີ້​ວ່າ ນາງ ອອງຊານ ຊູ​ຈີ ຈະ​ບໍ່​ຮັບ​ຕຳ​ແໜ່​ງ​ໃນ 2 ກະຊວງ​ສຳຄັນ ​ແຕ່​ຈະ​ຍັງ​ຄົງຕຳ​ແໜ່​ງ​ໂຄສົກ​ປະທານາທິບໍດີ​ມຽນມາ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານວ່າ: ນາງ ຊູ​ຈີ ​ໄດ້​ຮັບ​ຕຳ​ແໜ່​ງສຳຄັນ​ໃນ​ລັດຖະບານ​ພົນລະ​ເຮືອນ​ຊຸດ​ທຳ​ອິດ​ຂອງ​ປະ​ເທດ​ໃນ​ຮອບ​ຫຼາຍ​ສິບ​ປີ ຂະນະ​ທີ່ສະມາຊິກ​ສະພາ​ນິຕິ​ບັນ​ຍາດ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່​ອປະຊາ​ຕິ​ປະ​ໄຕ (​ເອັນ​ແອ​ລດີ) ຊຶ່ງ​ເປັນ​ພັກ​ລັດຖະບານ​ພະຍາຍາມ​ຊຸກຍູ້​ໃຫ້​ຕັ້ງ​ຕຳ​ແໜ່​ງທີ່​ປຶກສາພິ​ເສດ​ປະທານາທິບໍດີ​ມຽນມາ​ສຳລັບ​ນາງ​ຊູ​ຈີ ຊຶ່ງ​ເທົ່າ​ກັບ​ມີ​ອິດ​ທິພົນ​ທັງ​ໃນ​ທຳນຽບປະທາ​ນາ​ທິບໍດີ ​ແລະ​ໃນ​ສະພາ, ກ່ອນ​ໜ້າ​ນີ້ພັກ​​ເອັນ​ແອ​ລດີ​ລະບຸ​ວ່າ ນາງ​ຊູ​ຈີ​ຈະ​ມີ​ຕຳ​ແໜ່​ງຄຸມ 4 ກະຊວງ​ໄດ້​ແກ່ ກະຊວງ​ຕ່າງປະ​ເທດ, ກະຊວງ​ພະລັງງານ, ກະຊວງ​ສຶກສາ​ທິການ ​ແລະ ລັດຖະມົນຕີ​ປະຈຳ​ທຳ​ນຽບປະທານາທິບໍດີ ​ແຕ່​ໃນ​ການ​ປະຊຸມ​ສະພາ​ມື້​ນີ້ ​ໂຄສົກ​ພັກ​ເອັນ​ແອ​ລດີ​ຖະ​ແຫຼ​ງວ່າ ນາງ​ຊູ​ຈີ​ຈະ​ບໍ່​ຮັບ​ຕຳ​ແໜ່​ງ​ໃນ​ກະຊວງ​ພະລັງງານ ​ແລະ​ກະຊວງ​ສຶກສາ​ທິການ ​ແຕ່​ຈະ​ຍັງ​ຄົງ​ຕຳ​ແໜ່​ງ​ໂຄສົກ​ປະທານາທິບໍດີ​ໄວ້.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...