spot_img
Homeຊີວິດແລະຄວາມຮັກໂສດຢ່າງໝັ່ນໃຈ ແລະ ມີຄວາມສຸກ ເພື່ອທ່ຽວປີໃໝ່

ໂສດຢ່າງໝັ່ນໃຈ ແລະ ມີຄວາມສຸກ ເພື່ອທ່ຽວປີໃໝ່

Published on

ທີ່ຜ່ານມາພວກເຮົາຂຽນແຕ່ເລື່ອງຄວາມຮັກຂອງຄົນມີຄູ່ ແຕ່ມື້ນີ້ຂໍເອົາໃຈຄົນໂສດກັນແນ່ ເພາະໃກ້ຊ່ວງເທສະການປີໃໝ່ແລ້ວ ຫາກໃຜທີ່ຍັງໂສດ ແລະ ບໍ່ມີວີ່ແວວວ່າຈະຫາຄູ່ຄວງໄປສົງພຣະໄດ້ທັນຊ່ວງເທສະການບຸນປີໃໝ່ເທື່ອ ບາງຄົງອາດຈະມີຄວາມຮູ້ສຶກໂດດດ່ຽວຫົດຫູ່ໃຈ ແຕ່ບາງຄົນກໍ່ທຳໃຈສະບາຍບໍ່ຄິດຫຍັງ ແຕ່…ຢ່າ…ຢ່າ ບາງຄັ້ງເລິກໆໃນໃຈຂອງທ່ານທີ່ຈິງແລ້ວມັນກຳລັງເຫງົາຢູ່. 

ເອົາເປັນວ່າບັນດາຄົນໂສດລອງມາອ່ານເລື່ອງທີ່ຈະຂຽນຕໍ່ໄປນີ້ເບິ່ງ ເພື່ອຈະເຮັດໃຫ້ທ່ານຄາຍຄວາມເຫງົາໄດ້.

ທີ່ຈິງແລ້ວຄົນເຮົາຕ້ອງມີຄວາມຮັກກ່ອນເຖິງຈະມີແຟນ ບໍ່ແມ່ນມີແຟນແລ້ວຈິ່ງຄ່ອຍມີຄວາມຮັກ ແລະ ເຮົາກໍ່ບໍ່ຈຳເປັນຕ້ອງມີແຟນແລ້ວຈິ່ງມີຄວາມສຸກ ຫາກທ່ານລໍຖ້າມີແຟນແລ້ວຈິ່ງມີຄວາມສຸກ ມັນເທົ່າກັບເສຍເວລາດົນເກີນໄປ.

ເອົາເປັນວ່າບໍ່ວ່າຕອນນີ້ທ່ານຈະເປັນຄົນໂສດທີ່ຫລໍ່ ງາມເລືອກໄດ້, ໂສດແບບຕັດໃຈຈາກອະດີດບໍ່ໄດ້, ໂສດແບບຍັງບໍ່ຮູ້ຈະໄປທາງໃດ, ໂສດແບບບໍ່ຕັ້ງໃຈ ແລະ ອື່ນໆ ຈຳໄວ້ວ່າສິ່ງສຳຄັນຄືທ່ານຕ້ອງໂສດຢ່າງມີຄວາມສຸກ.

“ໂສດຢ່າງມີເປົ້າໝາຍ”

ເຖິງຈະໂສດຢູ່ແຕ່ກໍ່ຄວນມີເປົ່າໝາຍ ມີຄວາມພ້ອມ ບໍ່ແມ່ນມີຊີວິດຢູ່ໄປວັນໆ ລໍຖ້າເຈົ້າຊາຍຂີ່ມ້າຂາວ ຫຼື ບັງເອີນໄປປະຈົນໄພພົບນາງໃນຝັນ.

ຖ້າທ່ານຍັງມີວົງຈອນຊີວິດແບບເດີມໆ
ມີແຟນ…. ຊີວິດ ແລະ ຄວາມສຸກກໍ່ຂຶ້ນຢູ່ກັບແຟນ
ບໍ່ມີແຟນ… ຊີວິດ ແລະ ຄວາມມ່ວນກໍ່ຂຶ້ນຢູ່ກັບເພື່ອນ ມັນອອກຈະເບິ່ງເພີນໆໄປ
ລອງປ່ຽນວົງຈອນຊີວິດເປັນສິ່ງໃໝ່ໆ ເຊັ່ນເຮົາຈະສ້າງຄວາມສຸກໄດ້ດ້ວຍຕົວເອງ ເພື່ອເລືອກທາງເດີນ ແລະ ວິຖີຊີວິດທີ່ແຕກຕ່າງອອກໄປ.

“ຂໍ້ສອງ ໂສດຢ່າງມີຫຼັກການ”

ເມື່ອມີເປົ້າໝາຍແລ້ວ ກໍ່ຕ້ອງຮູ້ວ່າວິທີທີ່ຈະເດີນໄປເຖິງຈຸດໝາຍນັ້ນຕ້ອງເຮັດແນວໃດ

ຄົນທີ່ໝັ້ນໃຈໃນຕົວເອງນັ້ນ ເບິ່ງເປັນຄົນມີສະເໜ່ ແຕ່ກ່ອນອື່ນເຮົາຕ້ອງເຮັດຕົວເອງໃຫ້ມີດີໃຫ້ໝັ້ນໃຈກ່ອນ ຄົນທີ່ມີຄວາມສຸກນັ້ນໃຜໆກໍ່ຢາກຢູ່ໃກ້ ໂລກນີ້ມີແຕ່ຄວາມເຫງົາຕ້ອງການທີ່ເພິ່ງ ຫາກເຮົາບໍ່ເຂົ້າໃຈຄວາມເປັນຈິງຂໍ້ນີ້ ກໍ່ເໝືອນເຮົາຄົນດຽວອຸ້ມຄວາມເຫງົາເອົາໄວ້.

ຖ້າຢາກມີຄວາມສຸກໄດ້ດ້ວຍຕົວເອງ ກໍ່ຕ້ອງຮູ້ຈັກສ້າງມັນຂຶ້ນມາເອງ ວິທີກໍ່ຄື ໃຫ້ຄວາມສຸກຄົນອື່ນກ່ອນ ແລ້ວເຂົາຈະຕອບແທນທ່ານຄວາມຄວາມສຸກກັບຄືນມາ ແທນທີ່ຈະໄປແລ່ນຕາມຫາຄວາມສຸກຈາກຄົນອື່ນຝ່າຍດຽວ.

 

ລອງອອກໄປທ່ຽວ, ໄປເຮັດບຸນດ້ວຍຕົວຄົນດຽວ ໂດຍບໍ່ຕ້ອງຊວນໃຜໄປນຳເຖິງຈະແມ່ນໝູ່ກໍ່ຕາມ ໄປເລື້ອຍໆຈົນເລີ່ມຊິນເຄີຍ ແລ້ວທ່ານຈະຄ່ອຍມີຄວາມສຸກຂຶ້ນມາເອງ.

 

“ຮູ້ຈັກຕົນເອງ”

ຄົນສ່ວນຫຼາຍບໍ່ຮູ້ຈັກຕົນເອງ ຕ້ອງໃຫ້ຄົນອື່ນຕັດສິນ ຫຼື ບອກວ່າຕົນເອງເປັນຄົນແນວນັ້ນແນວນີ້ ກ່ອນໜ້າເຮົາອາດບໍ່ຮູ້ຈັກຕົນເອງ ແລະ ບໍ່ເຄີຍເຮັດດີ ບາດແຟນຖີ້ມ ຫຼື ບໍ່ມີຄົນໃສ່ໃຈ (ເພາະມົວແຕ່ເຮັດໜ້າເສົ້າ ອົມທຸກ) ເຮົາກໍ່ເຊື່ອຕາມນັ້ນ ກໍ່ເລີຍກາຍເປັນຍິ່ງຫົດຫູ່ ແຕ່ພໍເຮົາຮູ້ຈັກເຮັດດີ ສ້າງຄວາມສຸກໃຫ້ຄົນອື່ນແລ້ວ ເຮົາກໍ່ຕ້ອງຍ້ອນກັບມາເບິ່ງຕົວເອງຫຼາຍຂຶ້ນ ຟັງຄຳວິຈານຂອງຄົນອື່ນຄັ້ງດຽວພໍ ເພາະບໍ່ມີໃຜຢູ່ກັບເຮົາ 24 ຊົ່ວໂມງ ເພາະມີເຮົາທີ່ເຫັນຕົວເອງ ຮູ້ຈັກຕົວເອງດີທີ່ສຸດ

ຖ້າຈະໃຫ້ດີຂໍແນະນຳໃຫ້ທ່ານຮູ້ຈັກການຝຶກຝົນໃຈ ຮູ້ທັນຄວາມຄິດ ຖ້າທ່ານຄິດຫຼາຍ ຫຼື ຄິດບໍ່ດີ, ຄິດບຽດບຽນຄົນອື່ນ, ຄິດອິດສາຄົນອື່ນ ທ່ານກໍ່ບໍ່ມີຄວາມສຸກ ຖ້າເຮົາຮູ້ຈັກປ່ຽນແນວຄິດໃໝ່ເບິ່ງໂລກໃນແງ່ດີຂຶ້ນ ຈະເຮັດໃຫ້ທ່ານຫາຍຈາກຄວາມເສົ້າ, ມີໃບໜ້າສົດໃສ ເປັນຕາເບິ່ງ ເປັນຕາເຂົ້າໃກ້.

ຫັວງວ່າທຸກຢ່າງທີ່ຂຽນຂຶ້ນນີ້ຈະພໍຕອບໂຈດຂອງຄົນໂສດໄດ້ ແລະ ຂໍໃຫ້ທ່ານທ່ຽວປີໃໝ່ຢ່າງມີຄວາມສຸກ ເຖິງຈະໂສດກໍ່ໂສດແບບ ສຕຣອງ!

 

ໂດຍ: ທີມງານລາວໂພສຕ໌

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...