Homeຂ່າວພາຍ​ໃນເຕືອນສະຕິ 8 ຂໍ້ຕ້ອງເອົາໃຈໃສ່ໃນໄລຍະປີໃໝ່

ເຕືອນສະຕິ 8 ຂໍ້ຕ້ອງເອົາໃຈໃສ່ໃນໄລຍະປີໃໝ່

Published on

ເຕືອນສະຕິ 8 ຂໍ້ຕ້ອງເອົາໃຈໃສ່ໃນໄລຍະປີໃໝ່
ປະຊາຊົນລາວບັນດາເຜົ່າຄວນເອົາໃຈໃສ່ ແລະ ຕ້ອງເພີ່ມຄວາມລະມັດລະວັງໃນໄລຍະສະຫລອງບຸນປີໃໝ່ລາວມີ 7 ຂໍ້ຄື:
1.ຂັບຂີ່ລົດບໍ່ຄວນດື່ມສິ່ງມືນເມົາທຸກໆປະເພດ ຖ້າເມົາແລ້ວຕ້ອງນອນພັກຜ່ອນບໍ່ຕ້ອງເຄື່ອນໄຫວຫຍັງໝົດ ແຕ່ມີກໍລະນີຕ້ອງຢາກກັບເມືອເຮືອນຄວນໂທຫາພໍ່ແມ່ ແລະ ໝູ່ເພື່ອນທີ່ໄວ້ໃຈ
2.ກ່ອນອອກເດີນທາງຕ້ອງກວດກາສະພາບເຕັກນິກລົດຢ່າງລະອຽດວ່າພ້ອມຈະເດີນທາງ ຫລື ບໍ່?ເພື່ອຫລີກເວັ້ນອຸບັດຕິເຫດ
3.ກ່ອນອອກຈາກເຮືອນຕ້ອງມອດໄຟ ແລະ ກວດກາຄວາມເປັນລະບຽບຮຽບຮ້ອຍເຊັ່ນ: ຄວນມີຜູ້ຢູ່ຜູ້ໄປ ແລະ ອັດເຮືອນອັດຊານຄັກແນ່
4. ຫ້າມເອົາສິ່ງເປີເປື້ອນ ແລະ ນໍ້າສີຫົດໃສ່ກັນ
5.ຫ້າມເອົາຖົງນໍ້າ, ນໍ້າແຂງ ແລະ ສິ່ງອັນຕະລາຍແກວ່ງໃສ່ກັນ
6.ການໄປຫລິ້ນຕ້ອງໄປພ້ອມໆກັບໝູ່ເພື່ອນ, ຍາດພີ່ນ້ອງ ແລະ ພໍ່ແມ່ເພື່ອຮັບປະກັນບັນຫາອາດບໍ່ຄາດຄິດເກີດຂຶ້ນ
7.ລະວັງເຫດຮ້າຍເຫດ ແລະ ກຸ່ມສ່ວນໂອກາດກໍ່ກວນສ້າງຄວາມບໍ່ສະຫງົບ ສະນັ້ນຕ້ອງເປັນຫູເປັນຕາສອດສ່ອງ ແລະ ລາຍງານເຈົ້າໜ້າທີ່ກ່ຽວຂ້ອງໃຫ້ທັນເຫດການ.
8. ຫ້າມນຸ່ງເຄື່ອງຍົວຢວນຊວນຄິດ ແລະ ບໍ່ຄວນນຸ່ງສັ້ນເກີນໄປອັນສ້າງຄວາມເຊື່ອມເສຍຕໍ່ຮີດຄອງປະເພນີອັນດີງາມ

 

ແຫລ່ງຂ່າວຈາກ: ພັດທະນາລາວ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...