spot_img
Homeຂ່າວການພັດທະນາລັດວິສາຫະກິດຖືຫຸ້ນລາວ ມອບເງິນອຸປະຖຳໜ່ວຍກູ້ໄພ 4 ພາກສ່ວນ ມູນຄ່າເກືອບ 50 ລ້ານ!

ລັດວິສາຫະກິດຖືຫຸ້ນລາວ ມອບເງິນອຸປະຖຳໜ່ວຍກູ້ໄພ 4 ພາກສ່ວນ ມູນຄ່າເກືອບ 50 ລ້ານ!

Published on

ໃນວັນທີ 31 ມີນາ 2016 ຜ່ານມາ ທີ່ຫ້ອງປະຊຸມຂອງລັດວິສາຫະກິດຖືຫຸ້ນລາວ ໄດ້ຈັດພິທີມອບ-ຮັບເງິນ ເພື່ອອຸປະຖຳໃຫ້ແກ່ໜ່ວຍກູ້ໄພ 4 ພາກສ່ວນ ຮວມມູນຄ່າທັງໝົດ 48 ລ້ານກີບ ໂດຍການເປັນປະທານມອບຂອງ ທ່ານ ດຣ. ສົມບຸນ ມະໂນລົມ ຜູ້ອຳນວຍການລັດວິສາຫະກິດຖືຫຸ້ນລາວ ທ່ານ ດຣ. ສາຍເພັດ ອາໄພວັນ ຮອງອຳນວຍການລັດວິສາຫະກິດຖືຫຸ້ນລາວ ທ່ານ ມານະສິນ ວົງໄຊ ຮອງອຳນວຍການລັດວິສາຫະກິດຖືຫຸ້ນລາວ ພ້ອມດ້ວຍຕາງໜ້າໜ່ວຍກູ້ໄພທັງ 4 ພາກສ່ວນ ແລະ ຜູ້ທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ. ສົມບຸນ ມະໂນລົມ ໄດ້ກ່າວວ່າ ໄລຍະຜ່ານມາ ຢູ່ນະຄອນຫຼວງວຽງຈັນ ໄດ້ມີອຸປະຕິເຫດເກີດຂຶ້ນຫຼາຍ ແລະ ມີຈຳນວນເພີ່ມຂຶ້ນ ເຊິ່ງເຮັດໃຫ້ມີຄົນບາດເຈັບ ແລະ ເສຍຊີວິດເພີ່ມຂຶ້ນ ໃນປີ 2015 ລັດວິສາຫະກິດຖືຫຸ້ນລາວ ໄດ້ປະກອບສ່ວນງົບປະມານເຂົ້າໃນວຽກງານກູ້ໄພ ໂດຍມອບໃຫ້ສະມາຄົມອາສາກູ້ໄພນະຄອນຫຼວງ ຈຳນວນ 36 ລ້ານກີບ ແລະ ໃນປີ 2016 ນີ້ ເນື່ອງຈາກວ່າຫຼາຍໜ່ວຍກູ້ໄພ ໄດ້ສະເໜີຂໍການອຸປະຖຳຈາກ ລັດວິສາຫະກິດຖືຫຸ້ນລາວ ມີຈຳນວນເພີ່ມຂຶ້ນເຊັ່ນ ໜ່ວຍກູ້ໄພອົງການກາແດງລາວ ມູນນິທິຊ່ອຍເຫຼືອຄົນທຸກຍາກ ແຫ່ງ ສປປ.ລາວ ສະມາຄົມອາສາກູ້ໄພນະຄອນຫຼວງ ແລະ ມູນນິທິພັດທະນາຜາສຸກ ສະນັ້ນ ເພື່ອເຮັດໃຫ້ການອຸປະຖຳທົ່ວເຖິງ ລັດວິສາຫະກິດຖືຫຸ້ນລາວ ຈິ່ງຈັດສັນງົບປະມານຈຳນວນ 48 ລ້ານກີບ ໃຫ້ 4 ພາກສ່ວນ ພາກສ່ວນລະ 12 ລ້ານກີບ ຫວັງຢ່າງຍິ່ງວ່າ ການປະກອບສ່ວນຂອງ ລັດວິສາຫະກິດຖືຫຸ້ນລາວ ຈະເປັນປະໂຫຽດ ແລະ ຖືກນຳໃຊ້ເຂົ້າໃນການເຄື່ອນໄຫວ ວຽກງານກູ້ໄພຢ່າງມີປະສິດທິພາບ ແລະ ປະສິດທິຜົນຢ່າງສູງສຸດ.

ທ່ານ ໄຊຍະເດດ ແສງອາລຸນເດດ ໂຕແທນໜ່ວຍກູ້ໄພ ອົງການກາແດງລາວ ຕາງໜ້າໃຫ້ 4 ພາກສ່ວນ ໄດ້ກ່າວຂອບໃຈນຳ ລັດວິສາຫະກິດຖືຫຸ້ນລາວ ທີ່ໄດ້ໃຫ້ການອຸປະຖຳຊ່ອຍເຫຼືອ ແລະ ເຫັນໄດ້ເຖິງຄວາມສຳຄັນ ໃນວຽກງານກູ້ໄພອຸປະຕິເຫດຕາມທ້ອງຖະໜົນ ແລະ ຂໍສັນຍາວ່າຈະນຳເອົາເງິນຈຳນວນດັ່ງກ່າວນີ້ ໄປໜູນໃຊ້ເຂົ້າໃນວຽກງານຊ່ອຍເຫຼືອສັງຄົມ ໃຫ້ເກີດໝາກອອກຜົນຢ່າງມີປະສິດທິພາບຫຼາຍທີ່ສຸດ.

 

ແຫລ່ງຂ່າວ:

ວຈທດ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...