HomeBaby-ແມ່ແລະເດັກເບິ່ງແຍງຜິວລູກນ້ອຍແນວໃດ ບໍ່ໃຫ້ເກີດການລະຄາຍເຄືອງ

ເບິ່ງແຍງຜິວລູກນ້ອຍແນວໃດ ບໍ່ໃຫ້ເກີດການລະຄາຍເຄືອງ

Published on

ທໍາມະຊາດຂອງຜິວເດັກນ້ອຍຈະມີລັກສະນະຜິວທີ່ບອບບາງຫຼາຍເປັນພິເສດ ນັ້ນເພາະເປັນໂຄງສ້າງຜິວຍັງບໍ່ແຂງແຮງ

ຈິ່ງເຮັດໃຫ້ງ່າຍຕໍ່ການລະຄາຍເຄືອງຈາກຜິວສໍາຜັດຕ່າງໆ ໂດຍສະເພາະຈາກເຄື່ອງນຸ່ງ, ຜ້າປູຕຽງນອນ, ຜ້າຫົ່ມ, ຜ້າຂົນໜູ ແລະອື່ນໆ ຂອງໃຊ້ເຫຼົານີ້ຕ້ອງສໍາຜັດກັບຜິວຂອງລູກໂດຍກົງແບບຫຼີກລ່ຽງບໍ່ໄດ້ ແລ້ວແບບນີ້ຈະເບິ່ງແຍງຜິວລູກນ້ອຍແບບໃດບໍ່ໃຫ້ເກີດການລະຄາຍເຄືອງໄດ້ ທີມງານດີເອເຊຍພາເຣນ ມີຄໍາແນະນໍາມາຝາກກັນ.

ການເບິ່ງແຍງຜິວຂອງລູກນ້ອຍ ເປັນເລື່ອງທີ່ລະອຽດອ່ອນ ແລະຕ້ອງການເບິ່ງແຍງຢ່າງຖະນຸຖະໜອມເປັນພິເສດ ດັ່ງນັ້ນແມ່ຈິ່ງໄດ້ເອົາໃຈໃສ່ ແລະໃຫ້ຄວາມສໍາຄັນຕໍ່ການເລືອກໃຊ້ຜະລິດຕະພັນຕ່າງໆ ວ່າຕ້ອງອ່ອນໂຍນຕໍ່ຜິວລູກ ໂດຍສະເພາະເຄື່ອງນຸ່ງ, ຜ້າຂົນໜູ ແລະອື່ນໆ ທີ່ຄວນຕ້ອງຊັກທໍາຄວາມສະອາດ ແລະຖະໜອມເສື້ອຜ້າດ້ວຍຜະລິດຕະພັນສໍາລັບເດັກນ້ອຍເທົ່ານັ້ນ ແຕ່ແມ່ຍິງຫຼາຍຄົນບາງຄັ້ງອາດຈະພຽງແຕ່ຊັກເຄື່ອງທໍາຄວາມສະອາດເຄື່ອງຂອງລູກນ້ອຍ ແລ້ວບໍ່ໄດ້ຖະໜອມເບິ່ງແຍງເຄື່ອງນຸ່ງດ້ວຍຜະລິດຕະພັນປັບຜ້ານຸ່ມ ກໍ່ຈະເຮັດໃຫ້ເຄື່ອງນຸ່ງ, ຜ້າຂົນໜູມີຜິວສໍາຜັດທີ່ກະດ້າງ ເວລາທີ່ລູກຕ້ອງນຸ່ງເຄື່ອງ ຫຼືເວລາທີ່ແມ່ເອົາເຄື່ອງຂົນໜູເຊັດຜິວໃຫ້ລູກ ກໍ່ຈະເຮັດໃຫ້ຜິວລູກນ້ອຍເກີດການລະຄາຍເຄືອງຈາກຜິວສໍາຜັດຂອງເນື້ອຜ້າໄດ້.

ແນະນໍາແມ່ຍິງທຸກຄັ້ງຫຼັງຈາກຊັກເຄື່ອງແລ້ວທໍາຄວາມສະອາດເສື້ອ, ຜ້າຂົນໜູ ຫຼື ຂອງໃຊ້ຕ່າງໆຂອງລູກນ້ອຍທີ່ເປັນຜ້າ ແລະຕ້ອງສໍາຜັດກັບຜິວລູກໂດຍກົງນັ້ນຈໍາເປັນທີ່ຈະຕ້ອງເບິ່ງແຍງຖະໝອມເນື້ອຜ້າດ້ວຍຜະລິດຕະພັນປັບຜ້ານຸ່ມທຸກຄັ້ງ ຊຶ່ງແມ່ຍິງຄວນເລືອກໃຊ້ຜະລິດຕະພັນປັບຜ້ານຸ່ມສໍາລັບເດັກນ້ອຍເທົ່ານັ້ນເຊັ່ນ ຜະລິດຕະພັນປັບຜ້ານຸ່ມສໍາລັບເດັກນ້ອຍ ດາວນີ່ ເບບີ້ ເຈນເທິລ ສູດອ່ອນໂຍນສໍາລັບເສື້ອຜ້າເດັກນ້ອຍ ທີ່ເໝາະສໍາລັບເດັກນ້ອຍຫາກໍ່ເກີດ ແລະເດັກນ້ອຍທຸກໆໄວ ນອກຈາກນີ້ນໍ້າຢາປັບຜ້ານຸ່ມດາວນີ່ ເບບີ້ ເຈນເທິລ ຍັງມີຄຸນສົມບັດທີ່ໜ້າສົນໃຈທີ່ຈະຊ່ວຍໃຫ້ແມ່ຍິງສະບາຍໃຈ ແລະໝົດຄວາມກັງວົນຕໍ່ການນໍາໄປໃຊ້ເບິ່ງແຍງຖະໝອມເສື້ອຜ້າເດັກນ້ອຍ ດັ່ງນີ້:

  • ຜ່ານການທົດລອງທາງຜິວໜັງຈາກສະຖາບັນດ້ານຜິວໜັງໃນປະເທດອັງກິດ ວ່າອ່ອນໂຍນຕໍ່ຜິວເດັກນ້ອຍ.
  • ຊ່ວຍເຮັດໃຫ້ສໍາຜັດຂອງເນື້ອຜ້ານຸ່ມອ່ອນໂຍນ ເປັນຕາສໍາຜັດ ຊ່ວຍໃຫ້ລູກສະບາຍຕົວ.
  • ມີກິ່ນຫອມບາງເບົາ ອ່ອນໂຍນ ຊ່ວຍໃຫ້ລູກອາລົມດີ.

ເຫັນແລ້ວບໍ່ວ່າ ພຽງແຕ່ການເລືອກໃຊ້ຜະລິດຕະພັນປັບຜ້ານຸ່ມສໍາລັບເດັກນ້ອຍທີ່ເໝາະສົມ ກໍ່ຊ່ວຍໃຫ້ແມ່ຍິງທຸກຄົນສາມາດເບິ່ງແຍງຜິວລູກນ້ອຍບໍ່ໃຫ້ເກີດການລະຄາຍເຄືອງຈາກຜິວໜັງສໍາຜັດຂອງເນື້ອຜ້າໄດ້ແລ້ວ ສະນັ້ນແມ່ຍິງຢ່າລືມໃຊ້ນໍ້າຢາປັບຜ້ານຸ່ມສໍາລັບເດັກນ້ອຍໂດຍສະເພາະໃນການເບິ່ງແຍງຖະໝອມເສື້ອຜ້າໃຫ້ກັບລູກຮັກຕົວນ້ອຍ.

 

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...