spot_img
Homeຂ່າວການສຶກສານັກສຶກສານະຄອນຫລວງ-ປາກເຊໄດ້ຮັບລາງວັນການແຂ່ງຂັນຫລິ້ນເກມທາງອິນເຕີເນັດ

ນັກສຶກສານະຄອນຫລວງ-ປາກເຊໄດ້ຮັບລາງວັນການແຂ່ງຂັນຫລິ້ນເກມທາງອິນເຕີເນັດ

Published on

ໃນ​ໂອກາດສະເຫລີມສະຫລອງວັນຝຣັ່ງໂກໂຟນີສາກົນ ​ເມື່ອທ້າຍ​ເດືອນ​ມີນາຜ່ານມາ, ໄດ້ມີ​ ກິດຈະກໍາແຂ່ງຂັນຫລິ້ນເກມຄົ້ນຫາຄຳຕອບທາງອິນ​ເຕີ​ເນັດ«Rendez-vous nu mérique» ພາຍໃຕ້ຫົວຂໍ້ກ່ຽວກັບດ້ານກິລາ, ​ໂດຍອົງການມະຫາວິທະຍາໄລຝຣັ່ງໂກໂຟນີ (AUF), ຂຶ້ນ​ທີ່ຫ້ອງການສຶກສານະຄອນຫລວງວຽງຈັນ, ວິທະຍາໄລຄູຫລວງພະບາງ ແລະ ວິທະຍາ​ໄລ​ຄູປາກເຊ ​ເຊິ່ງ ມີນັກສຶກສາ ຈາກໂຮງຮຽນຕ່າງໆ​ເຂົ້າ​ຮ່ວມແຂ່ງຂັນໃນໄລຍະເວລາ 90 ນາ​ທີ  ເພື່ອຕອບຄຳຖາມ ໂດຍຜ່ານການຄົ້ນຫາຂໍ້ມູນທາງອິນເຕີເນັດ.ນອກຈາກນີ້ ບັນດານັກສຶກສາຍັງໄດ້ທົດສອບຄວາມສາມາດຂອງເຂົາເຈົ້າ ດ້ວຍການນໍາໃຊ້ເຄື່ອງມືທາງອິນເຕີເນັດ, ​ເພື່ອເປັນໂອກາດທີ່ເຮັດໃຫ້ເຂົາເຈົ້າໄດ້ຄົ້ນພົບກິລາຊະນິດຕ່າງໆ ແລະ ບັນດານັກກິລາທີ່ມີຊື່ສຽງໃນປະເທດຝຣັ່ງໂກໂຟນີ ຜ່ານກິດຈະກໍາໂດຍນໍາໃຊ້ພາສາຝຣັ່ງ.

ເກມການແຂ່ງຂັນຄັ້ງນີ້ແມ່ນເປັນຮູບແບບຄຳຖາມອອນລາຍ ໂດຍໃຫ້ຕື່ມຄຳຕອບໃສ່ຢູ່ໃນພາກທີ 1 ​ເຊິ່ງຜູ້ແຂ່ງຂັນຕ້ອງໄດ້ຄົ້ນຫາຊື່ຂອງກິລາດ້ວຍການເບິ່ງຮູບພາບ ແລະ ຊື່ຂອງນັກກິລາ ໂດຍອາ ​​ໄສຄຳ​ໃບ້ທີ່ບອກ. ໃນພາກທີ 2 ອາໄສຮູບພາບຂອງອຸປະກອນການກິລາ, ຜູ້ເຂົ້າແຂ່ງຂັນຕ້ອງບອກຊື່ຂອງກິລາວ່າແມ່ນກິລາປະເພດໃດ, ພາກທີ3 ກ່ຽວຂ້ອງກັບເຫດການປະຫວັດສາດດ້ານກິລາ ແລະ ພາກສຸດທ້າຍ ແມ່ນໃຫ້ຊອກຫາຊື່ຂອງຜູ້ຊະນະເລີດໃນການແຂ່ງຂັນ.

ຜ່ານການແຂ່ງຂັນຫລິ້ນເກມດັ່ງກ່າວຜູ້ຊະນະໄດ້ແກ່ທ້າວ ເກດອໍາພອນ ໄຊຍະຈັກ ນັກສຶກສາປີ 2 ຈາກຄະນະວິທະຍາສາດການສຶກສາຂອງວິທະຍາ ໄລແຫ່ງຊາດລາວ, ລາງວັນທີ 2 ໄດ້ແກ່ນາງ ມາລິສາ ແສງຈັນສຸລິຍາ ນັກສຶກສາປີ 3 ຈາກຄະນະເສດຖະສາດ ແລະ ການຄຸ້ມຄອງມະຫາວິທະ ຍາໄລແຫ່ງຊາດ ແລະ ລາງວັນທີ 3 ໄດ້ແກ່ທ້າວສັກ ດາ ບົວສີ ນັກສຶກສາປີ 4 ຈາກວິທະຍາໄລຄູປາກເຊ.

 

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...