spot_img
Homeຂ່າວພາຍ​ໃນບານເຕະ 7 ຄົນ ກໍາລັງແຂ່ງຂັນຄຶກຄື້ນ

ບານເຕະ 7 ຄົນ ກໍາລັງແຂ່ງຂັນຄຶກຄື້ນ

Published on

ບານເຕະ 7 ຄົນ ກໍາລັງແຂ່ງຂັນຄຶກຄື້ນ
ບານເຕະ 7 ຄົນ ກໍາລັງແຂ່ງຂັນຄຶກຄື້ນ

ສະມາ​ຄົນ​ແຟນບານພຣີ​ເມຍ​ລີກ​ແຫ່ງປະ​ເທດ​ລາວ ​ເປີດ​ການ​ແຂ່ງຂັນ​ບານ​ເຕະ 7 ຄົນ ລາຍ ການ Sponsor EPL Fan Club 2014 ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 4 ພຶດສະພາ 2014 ທີ່​ເດີ່ນ​ນິວອາຣີນາ ​ໂດຍ​ມີ​ທ່ານ ບົວ​ລານ ສິລິ​ປັນຍາ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ສຶກສາ​ທິການ ແລະ ກີລາ ທ່ານ ດຣ ຫົງ​ຄໍາ ສຸວັນນະ​ວົງ ປະທານ​ສະຖານີ​ໂທລະພາບ​ທີ​ວີ​ລາວ ມີ​ບັນດາ​ຄະນະ ສະມາ​ຄົນ​ແຟນບານພຣີ​ເມຍ​ລີກ​ແຫ່ງປະ​ເທດ​ລາວ ຄູ​ຝຶກ ນັກກີລາ ​ແລະ ​ແຂກ​ຖືກ​ເຊີນ ​ເຂົ້າ​ຮ່ວມ.

ການ​ແຂ່ງຂັນ​ບານ​ເຕະ 7 ຄົນ ລາຍ ການ Sponsor EPL Fan Club 2014 ຈັດ​ຂຶ້ນ​ປີ​ນີ້​ເປັນ​ປີ​ທີ 3 ​ໃນ ສປປ ລາວ ຊຶ່ງ​ປະກອບ​ມີ 12 ທີ​ມ ​ແຟນບານ​ອັງກິດ​ເຂົ້າ​ຮ່ວມ ​ແລະ ​ໄດ້​ຮັບ​ຄວາມ​ສົນ​ໃຈ​​ຈາກ​ບັນດາ​ນັກກີລາ​ທົ່ວ​ໄປ ບໍ່​ວ່າ​ຈະ​ເປັນ​ດາລາ ນັກ​ຮ້ອງ ນັກສະ​ແດງ ພິທີ​ກອນ ​ແລະ ນັກ​ເຕະ​ເດັ່ນໆ​ໃນ​ລະດັບ​ຊາດ​ເຂົ້າ​ຮ່ວມ ຊຶ່ງ​ເປັນ​ສີສັນ​ຂອງ​ລາຍການ ​ເຮັດ​ໃຫ້​ມີ​ກຸ່ມ​ແຟນບານ​ຢ່າງ​ໜາ​ແໜ້ນ ​ແລະ ກໍາລັງ​ແຂ່ງຂັນ​ກັນ​ຢ່າງ​ຄຶກຄື້ນໃນ​ເວລາ​ນີ້ ​ຊຶ່ງການ​ຈັດການ​ແຂ່ງຂັນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ​ສ້າງ​ຄວາມ​ສາມັກຄີ ຮັກ​ແພງ​ລະຫວ່າງ​ ບັນດາ​ນັກກີລາທີ່​ມາ​ຈາກ​ຫຼາຍ​ສາຂາ​ອາຊີ​ບ ​ແລະ ທັງ​ເປັນ​ການ​ອອກ​ກໍາລັງ​ກາຍ​ເພື່ອ​ສຸຂະພາບ ​ໃຊ້​ເວລາ​ຫວ່າງ​ໃຫ້​ເປັນ​ປະ​ໂຫຍ​ດ ຫຼີກ​ເວັ້ນການ​ມົ້ວ​ສຸມ​ອະບາຍ​ຍະ​ມຸກ ​ແລະ ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ.

ສ່ວນ​ຮູບ​ແບບ​ຂອງ​ການ​ແຂ່ງຂັນ​ແມ່ນ​ຈະ​ໝູນວຽນ​ພົບ​ກັນ​ທີ​ມລະ 2 ຄັ້ງ (​ແຂ່ງຂັນ​ໄປ-ກັບ) ​ເພື່ອ​ເກັບ​ຄະ​ແນນ​ຫາ​ທີ​ມທີ່​ດີ​ທີ່​ສຸດ​ ໃນ​ການ​ເປັນ​ແຊັມຂອງ​ລາຍການ ຊຶ່ງ​ມາ​ຮອດ​ປັດຈຸບັນ​ແມ່ນ​ເລີ່ມ​ແຂ່ງຂັນ​ໃນ​ຮອບ​ຂາ​ກັບ ​ແລະ ຄາດ​ວ່າ​ຈະ​ສໍາ​ເລັດ​ໃນ​ເດືອນ​ກໍລະກົດ 2014.

ທີ່ມາ http://www.vientianemai.net/teen/khao/3/11713

 

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...