Homeຂ່າວການພັດທະນາການ​ກໍ່​ສາງ​ເສັ້ນທາງ​ຕານ​ມີ​ໄຊ-ໜອງ​ບຶກ​ໃກ້​ຈະເປັນ​ຈິງ

ການ​ກໍ່​ສາງ​ເສັ້ນທາງ​ຕານ​ມີ​ໄຊ-ໜອງ​ບຶກ​ໃກ້​ຈະເປັນ​ຈິງ

Published on

ຄວາມ​ຄອງ​ຄອຍ​ຂອງ​ຜູ້​ສັນຈອນ​ໄປມາ ​ແລະ ຜູ້​ທີ່ອາ​ໃສ​ຢູ່​​ບໍລິ​ເວນ​ໃກ້​ເສັ້ນທາງ​ນັບແຕ່​ໄຟ​ແດງ​ບ້ານຕານ​ມີ​ໄຊ​ຫາ​ໄຟ​ແດງບ້ານ​ໜອງ​ບຶກ​ຈະມີ​ຂ່າວ​ດີ​ໃນ​ໄວໆນີ້, ພາຍຫລັງ​ລັດຖະບານ​ໄດ້​ລິງ​ເຫັນ​ບໍລິສັດ​ທີ່​ມີ​ຄວາມ​ສາມາດ​ມາ​ກໍ່ສ້າງ​ເສັ້ນທາງສາຍ​ນີ້​​ໃຫ້​ມີ​ການ​ລົງທຶນ​ກ່ອນ.

ທ່ານ​ຫົວໜ້າ​ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງນະຄອນຫລວງ​ວຽງ​ຈັນ​ເດດ​ສົງຄາມ ທໍາ​ມະ​ວົງ ​ໃຫ້​ຮູ້​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ຜ່ານ​ການ​ຄົ້ນຄວ້າ​ຂອງ​ລັດຖະບານ​ກໍ​ຄືພາກສ່ວນ​ກ່ຽວຂ້ອງ​ເຫັນ​ວ່າຜູ້​ທີ່​ຈະ​ມາຮັບ​ເໝົາລົງທຶນ​ກໍ່ສ້າງ​ເສັ້ນທາງດັ່ງກ່າວ​ແມ່ນບໍລິສັດ​ລາວ​ເວີນ​ກລຸບ, ເພາະ​ເປັນ​ບໍລິສັດທີ່ມີ​ປະສົບ​ການ, ມີ​ທ່າ​ແຮງ​ດ້ານກົນ​ຈັກ-ພາຫະນະ ​ແລະ ມີ​ຄວາມເຂັ້ມ​ແຂງດ້ານ​ທຶນຮອນທີ່​ຈະ​ມາກໍ່ສ້າງ ​ແລະ ປັດຈຸບັນ​ແມ່ນຍັງ​ຢູ່​ໃນ​ຂັ້ນ​ຕອນ​ການ

​ປະ​ເມີນ​ຫົວໜ່ວຍ​ລາຄາ ​ແລະ ມູນ​ຄ່າ​ຂອງ​ການ​ກໍ່ສ້າງຈາກ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລະ ກະຊວງ​ການ​ເງິນ,​ ເຊິ່ງ​ເສັ້ນທາງ​ດັ່ງກ່າວ​ມີ​​ໄລຍະ​ທາງ​ຍາວ​ເກືອບ 10 ກິ​ໂລ​ແມັດນັ້ນ​ໃຫ້​ມີ​ມາດຕະຖານ​-​ເຕັກນິກ​ຄື​ກັນ​ກັບ​ເສັ້ນທາງ​ແຕ່​ໄຟ​ແດງ​ບ້ານ​ຕານ​ມີ​ໄຊ​ຫາ​ໄຟ​ແດງ​ດົງ​ໂດກ​ທີ່​ພວມ​ກໍ່ສ້າງຢູ່​ໃນຂະນະ​ນີ້. ທ່ານ​ຫົວໜ້າ​ພະ​​ແນ​ກດັ່ງກ່າວ​ໃຫ້​ຮູ້​ຕື່ມ​ວ່າ:​ກ່ອນ​ໜ້າ​ນີ້ລັດຖະບານກໍ​ໄດ້​ອະນຸມັດ​ເງິນ​ປະມານ 23 ລ້ານ​ໂດ​ລາ​ສະຫະລັດ​​ ເພື່ອ​ປັບປຸງ​ເສັ້ນທາງ​ຮ່ອມ, ທາງ​ຊອຍ​ໃນ​ຕົວ​ເມືອງຈໍານວນ 27 ​ເສັ້ນ, ຊຶ່ງ​​ຈະ​ໃຫ້​ສໍາ​ເລັດ​ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນທີ່ ສປປ ລາວ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດຂຶ້ນ​​ໃນ​ທ້າຍ​ປີ​ນີ້.

ສໍາລັບເສັ້ນທາງ​ແຕ່​ໄຟ​ແດງ​ຕານ​ມີ​ໄຊ​ຫາ​ໄຟ​ແດງ​ໜອງ​ບຶກ​ປັດຈຸບັນແມ່ນ​ ມີ​ສະພາບ​​ເປ່​​ເພ​ຢ່າງ​ໜັກໜ່ວງ, ຊຶ່ງ​ມີ​ທັງ​ຂຸມ​ໃຫຍ່​ນ້ອຍ​ຢັງ​ຢາຍ​ສຸດ​ສາຍ​ທາງ, ອັນ​ໄດ້​ສ້າງ​ຄວາມ​ຫຍຸ້ງຍາກລໍາບາກ​ໃຫ້​ແກ່​ການ​ສັນຈອນ ​ແລະ ການ​ດໍາລົງ​ຊີວິດ​ຂອງ​ຜູ້​ທີ່ມີ​ເຮືອນ​ຊານ​ບ້ານ​ຊ່ອງ​ຢູ່​ບໍລິ​ເວນ​​ແຄມ​ເສັ້ນທາ​ງດັ່ງກ່າວ​ຕ້ອງ​ໄດ້​ສູດ​ດົມ​ເອົາ​ຂີ້ຝຸ່ນ​ຖ້າ​ຝົນຕົກ​ລົງ​ມາ​ກໍ​ມີຂີ້ຕົມ. ສະ​ນັ້ນ​ ການຍືນ​ມື​ເຂົ້າ​ມາ​ຂອງ​ບໍລິສັດ​ລາວ​ເວີນນັບ​ວ່າ​ເປັນ​ຂ່າວ​ດີ​ເພື່ອ​ຈະ​ແກ້​ໄຂ​ສະພາບ​ຫຍຸ້ງຍາກ​ດັ່ງກ່າວ​ໃຫ້​ຕົກ​ໄປ ​ແລະ ​ເປັນ​ການ​ປະກອບສ່ວນຊ່ວຍ​ໃຫ້​ນະ​​ໂຍບາຍ 6 ສ,​ ໂດຍ​ສະ​ເພາະ ສ ສະອາດ ຂອງ​ນະຄອນຫລວງ​ວຽງ​ຈັນ​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ.

 

ແຫລ່ງຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...