Homeຂ່າວທ້ອງຖິ່ນໂດຍສານ​ສາຍ​ເໜືອ​ຈະ​ເພີ່ມ​ລົດ​ຕື່ມ​ອີກ​ເທົ່າ​ຕົວ​ເພື່ອ​ຮອງ​ຮັບ​ຜູ້​ໂດຍສານ​ໄລຍະ​ປີ​ໃໝ່ລາວ

ໂດຍສານ​ສາຍ​ເໜືອ​ຈະ​ເພີ່ມ​ລົດ​ຕື່ມ​ອີກ​ເທົ່າ​ຕົວ​ເພື່ອ​ຮອງ​ຮັບ​ຜູ້​ໂດຍສານ​ໄລຍະ​ປີ​ໃໝ່ລາວ

Published on

ທ່ານ ນາງ ຈິດ​ປະສົງ ອຳນວຍ​ການ​ສະຖານີ​ຂົນ​ສົ່ງ​ໂດຍສານ​ສາຍ​ເໜືອ​ໄດ້​ເປີດ​ເຜີຍ​ຕໍ່​ນັກ​ຂ່າວ​ພວກ​ເຮົາ​ໃນ​ວັນ​ທີ 31 ມີນາ​ນີ້​ວ່າ: ຄື​ດັ່ງ​ທຸກໆ​ປີ​ໄລຍະ​ຮອດ​ບຸນປີ​ໃໝ່​ລາວຈຳນວນຜູ້ ໂດຍສານຈະເພີ່ມຂື້ນ, ໂດຍສະເພາະຜູ້ໂດຍສານພາຍໃນເພື່ອການໄປມາຫາສູ່, ຢ້ຽມຢາມຄອບຄົວ, ພໍ່ແມ່ ແລະ ຍາດພີ່ນ້ອງໝູ່ເພື່ອນຕ່າງໆ ແລະ ພ້ອມນັ້ນຈຳນວນນັກທ່ອງທ່ຽວກໍມີປະລິມານເພີ່ມຂື້ນເຊັ່ນກັນ, ດັ່ງນັ້ນ​ເພື່ອຮັບຮອງຜູ້ໂດຍສານດັ່ງກ່າວໃຫ້​ພຽງພໍ, ມີ​ຄວາມ​ສະດວກ​ສະບາຍ ​ແລະ ຮັບປະກັນຄວາມ​ປອດ​ໄພໃນການໄປມາໃຫ້ເຖິງຈຸດໝາຍ, ດັ່ງນັ້ນ ສະຖາ​ນີ້​ຂົນ​ສົ່ງ​ໂດ​ຍສານ​ສາຍ​ເໜືອ​​ຈະ​ເພີ່ມ​ລົດ​ໂດຍສານ 45 ບ່ອນ​ນັ່ງ  ແລະ ຖ້ຽວເດີນທາງໄປກັບເປັນອີກ​ເທົ່າ​ຕົວ,ໂດຍສະເພາະແມ່ນ​ແຂວງ​ທີ່​ມີ​ຄົນ​​ເດີນທາງ​ໄປ​ຫຼາຍ​ດັ່ງ​ແຂວງ​

ຫຼວງ​ພະບາງ ແລະ ຊຽງ​ຂວາງ ​ເປັນ​ຕົ້ນ, ພ້ອມ​ນັ້ນ​ກໍ​ຍັງ​​ກຽມ​ລົດ​ຕູ້​ອີກ​ຈຳນວນ​ໜຶ່ງ​ໄວ້ສຳຮອງ,​ ໂດຍ​ບໍ່​ມີ​ການ​ກຳນົດ​ເວລາ​ອອກ​ເດີນທາງ,​ ຖ້າລົດ​ຄັນ​ໃດ​ຫາກ​ມີ​ຜູ້​ໂດຍສານ​ເຕັມ​ແລ້ວແມ່ນ​ສາມາດ​ອອກ​ເດີນທາງ​ໄດ້​ເລີຍ​ເພື່ອ​ຫຼຸດຜ່ອນ​ຄວາມ​​ແອ​ອັດ​ຂອງ​ຜູ້​​ໂດຍສານ, ພ້ອມ​ນັ້ນ​ທາງ​ສະຖາ​ນີ້​​ໂດຍສານ​ສາຍ​ເໜືອຍັງມີ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຈາກພະແນ​ກ​ໂຍທາ​ທິການ ​ແລ​ກະ ຂົ່ງສົ່ງ​ນະຄອນ ຫຼວງ​ວຽງ​ຈັນ​ມາ​ປະຈຳການ​ຢູ່​​ເພື່ອ​ກວດກາ​ຄວາມ​ພ້ອມທາງດ້ານເຕັກນິກ​ຂອງລົດ​ໂດຍສານ​ແຕ່​ລະ​ຄັນ​ກ່ອນຈະ​ອອກ​ເດີນທາງ​ຕ້ອງ​ມີ​ສະພາບດີ,​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ຜູ້​ໂດຍສານ,

ທ່ານອຳນວຍການບໍສັດດັ່ງກ່າວໃຫ້ຮູ້ອີກວ່າ : ສຳລັບ​ດ້ານ​ລາຄາ​ລົດ​ໂດຍສານ​ແມ່ນ​ຍັງຄືເກົ່າ​ເຊັ່ນ:ນະຄອນ​ລວງ​ວຽງ​ຈັນ – ຫຼວງ​ພະ​ບາງ 110.000 – 150.000 ກີບ, ນະຄອນ​ຫຼວງ-ຊຽງ​ຂວາງ 110.000 – 150.000 ກີບ,ນະຄອນ​ຫຼວງ-ຫົວພັນ 190.000 – 210.00 ກີບ  ​ແລະ ນະຄອນ ຫຼວງ-​ອຸດົມໄຊ 170.000- 190.000 ກີບ,ນະຄອນຫຼວງ-ຫຼວງນ້ຳທາ 200.000 ກີບ, ນະ ຄອນຫຼວງ-ບໍ່ແກ້ວ 230.000 – 250.000 ກີບ ແລະນະຄອນຫຼວງຜົ້ງສາລີ 230.000ງ – 270.000 ກີບ, ເຖິງຢ່າງໃດກໍຕາມຖ້າຫາກທຽບໃສ່ໄລຍະດຽວກັນຂອງປີຜ່ານມາແລ້ວເຫັນວ່າລາຄາຄ່າໂດຍ ສານຖືວ່າແພງຂຶ້ນ, ເຖິງວ່າປີນີ້ລາຄານ້ຳມັນຈະຫຼຸດລົງກໍຕາມ.

 

ແຫລ່ງຂ່າວຈາກ:laophatthananewspaper

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...