Homeຂ່າວພາຍ​ໃນມວຍເອົາຊະນະຢ່າງບໍ່ເປັນເອກະສັນ ຄາໃຈອາດມີນັດລ້າງຕາ

ມວຍເອົາຊະນະຢ່າງບໍ່ເປັນເອກະສັນ ຄາໃຈອາດມີນັດລ້າງຕາ

Published on

D
ຟລອຍ ປ່ອຍໝັດຂວາເຂົ້າໜ້າ ໄມນາດາ ເຕັມໆ.

ຟລອຍ ເມເວດເທີ ຈູເນຍ ສຸດຍອດກໍາປັ້ນຊາວອາເມຣິກາ ເອົາຊະນະ ມາກອສ ໄມດານາ ຈາກອາກຊັງຕິນ ດ້ວຍຄະແນນຢ່າງບໍ່ເປັນເອກະສັນປ້ອງກັນແຊັມຮຸ່ນ ເວລເຕີເວດ ໄດ້ສໍາເລັດ ເຮັດໃຫ້ປະກາດພ້ອມຂໍດວນອີກຄັ້ງ ເພື່ອໃຫ້ຫາຍຂ້ອງໃຈ ໃນການດວນກໍາປັ້ນທີ່ ເອັມຈີເອັມ ແກຣນ ໂຮເຕລ ແອນ ຄາສິໂນ ລາສ ເວກັສ ສະຫະລັດອາເມຣິກາ ເມື່ອວັນທີ 3 ພຶດສະພາທີ່ຜ່ານມາ.

ຟລອຍ ນັກມວຍຊາວອາເມຣິກາ ຂຶ້ນສັງວຽນ 45 ຄັ້ງຊະນະລວດ ເຈົ້າຂອງສາຍແອວ 5 ຮຸ່ນ ຂຶ້ນປ້ອງກັນແຊັມລຸ້ນ ເວລເຕີເວດ ຂອງສະພາມວຍໂລກ (ດັບເບິລຢູບີຊີ) ແລະ ແມັກກາຊິນ “ເດິຣິງ” ລວມເຖິງ ສະມາຄົມມວຍໂລກ (ດັບເບິລຢູບີເອ) ພົບກັບຜູ້ທ້າຊີງຢ່າງ ມາກອສ ໄມດານາ ຈາກອາກຊັງຕິນ ເຈົ້າຂອງສະຖິຕິຂຶ້ນສັງວຽນ 38 ຄັ້ງ, ຊະນະ 35 ແລະ ຊະນະນ໊ອກເຖິງ 31 ຄັ້ງ.

ໄລຍະ 2 ຍົກທຳອິດກອງເຊຍຕ້ອງລຸ້ນຢ່າງໜັກ ເມື່ອ ໄມດານາ ເດີນໜ້າແບບບໍ່ຢ້ານໝົດແຮງອອກໝັດເປັນຊຸດໆ ແຕ່ໝັດທີ່ປ່ອຍອອກສ່ວນໃຫຍ່ບໍ່ຄ່ອຍແຮງປານໃດ. ຈາກນັ້ນ, ຟລອຍ ແກ້ມືເນັ້ນປ່ອຍໝັດຂວາ ຈົນກະທັ້ງຍົກທີ 4 ປ່ອຍໝັດເຂົ້າໜ້າຊ້າຊີງຈົນຄິ້ວຂວາແຕກ ແຕ່ບໍ່ມີບັນຫາຊົກກັນຕໍ່ໄປ ຜ່ານເຄິ່ງທາງຄູ່ຕໍ່ສູ້ຈາກອາກຊັງຕິນມີຮອຍຊໍ້າຢ່າງເຫັນໄດ້ຊັດເຮັດໃຫ້ ຟລອຍ ຄຸມສະຖານະການໄດ້ໝົດ.

3 ຍົກສຸດທ້າຍ ຟລອຍ ຕີຕາມຮູບແບບດ້ວຍການອອກໝັດແຢັບຫຼອກລໍ້ ພ້ອມອາໄສຈັງຫວະອອກໝັດຂວາຢ່າງຕໍ່ເນື່ອງ ເຂົ້າສູ່ຍົກທີ 12 ໄມດານາ ຮຶດສູ້ສຸດທ້າຍແບບບໍ່ມີຫຍັງຈະເສຍເດີນໜ້າຕີຢ່າງບໍ່ຢັ້ງ ແຕ່ບໍ່ເຮັດຫຍັງໃຫ້ ຟລອຍ ໄດ້ຄົບ 12 ຍົກກຳມະການປະກາດໃຫ້ ຟລອຍ ຊະນະແບບບໍ່ເອກະສັນກັນ 114-114, 117-111 ແລະ 116-112.

ທາງດ້ານ ໄມດານາ ເຜີຍຢ່າງພໍໃຈວ່າ: “ເປັນໄຟທ໌ທີ່ສຸດມັນ, ຂ້ອຍພໍໃຈຜົນງານຂອງຕົວເອງບາງຄັ້ງອາດຈະເໜືອກວ່າດ້ວຍຊໍ້າ ແຕ່ດ້ານ ຟລອຍ ນັ້ນສຸດຍອດຢູ່ແລ້ວ, ກໍ່ຢາກລ້າງຕາຄືກັນຍິນດີ ແລະ ພ້ອມສະເໝີ”.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...