spot_img
Homeຂ່າວຕ່າງປະເທດຫວຽດນາມ​ໄດ້ ​ປະ​ທາ​ນສະພາ​ຍິງ​ ຄົນ​ທຳ​ອິດ

ຫວຽດນາມ​ໄດ້ ​ປະ​ທາ​ນສະພາ​ຍິງ​ ຄົນ​ທຳ​ອິດ

Published on

ສະພາ​ແຫ່ງ​ຊາດ​ຂອງ​ສສ ຫວຽດນາມ​ລົງມະຕິ​​ເລືອກ​ປະທານ​ສະພາ​ເປັນ​ແມ່ຍິງ​ຄົນ​ທຳ​ອິດ​ຂອງ​ປະ​ເທດ​ໃນ​ວັນ​ທີ່ 30 ມີນາ​ທີ່​ຜ່ານ​ມາ.

   ຕາມ​ຂ່າວ​ຫວຽດນາມ​ລາຍ​ງານ​ຈາກ​ນະຄອນຫຼວງ​ຮ່າ​ໂນ້ຍຂອງ​ຫວຽດນາມ​ວ່າ ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ຂອງ​ຫວຽດນາມ​ມີ​ມະຕິ​ສຽງ​ສ່ວນ​ຫຼາຍ 95,5% ​ເລືອ​ກທ່ານ ນາງ ຫງວຽນ ຖິ ກິມ ​ເງິນ(Nguyen Thi Kim Ngan) ​ໃຫ້​ດຳລົງ​ຕຳ​ແໜ່​ງປະ​ທານ​ສະພາ ສ້າງ​ປະຫວັ​ດສາດ​ເປັນ​ແມ່ຍິງ​ຄົນ​ທຳ​ອິດ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ໃຫ້​ດຳ​ລົງ​ຕຳ​ແໜ່​ງ ດັ່ງກ່າວ ຊຶ່ງ​ຖື​ວ່າ​ເປັນ​ໄປ​ຕາມ​ຄວາມ​ຄາດ​ໝາຍ ຫຼັງ​ຈາກ​ທ່ານ​ນາງ ຫງວຽນ ຖິ ກິມ​ເງິນ ອາຍຸ 61 ປີ ​​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ເຂົ້າ​ສູ່​ທຳນຽບ 1 ​ໃນ 16 ສະມາ​ຊິກ​ຂອງ​ຄະນະ​ກຳມະການ​ປະຈຳ​ກົມ​ການ​ເມືອງ​ທີ່​ກອງ​ປະຊຸມ​ໃຫຍ່​ໃນ​ເດືອນ​ມັງກອນ​ທີ່​ຜ່ານ​ມາ.

ຂະນະ​ດຽວ​ກັນ​ໃນ​ກອງ​ປະຊຸມ​ມີ​ກຳນົດ​ລົງມະຕິ​ໃຫ້​ທ່ານ ​ເຈືອງ​ ເຕິ​ນ ຊາງ (Truong Tan Sang) ປະທານ​ປະ​ເທດ​ຂອງ​ຫວຽດພົ້ນ​ຈາກ​ຕຳ​ແໜ່​ງ ​ແລະ ​ແຕ່ງ​ຕັ້ງທ່ານ ພົນ​ເອກ ​ເຈິ່ນ ດາຍ ​ກວາງ(Tran Dai Quang) ລັດຖະມົນຕີ​ວ່າການ​ກະຊວງ​ຄວາມ​ໝັ້ນ​ຄົງ​ພາຍ​ໃນໃຫ້​ເຂົ້າ​ມາ​ຮັບ​ຕຳ​ແໜ່​ງ​ແທນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 30 ມີນາ​ເຊັ່ນ​ກັນ ​ແລະ ການ​ລົງມະຕິ​ໃຫ້​ທ່ານ ຫງວຽນ ​ເຕິ​ນ ຢຸງ(Nguyen Tan Dung) ພົ້ນ​ຈາກ​ຕຳ​ແໜ່​ງນ່າຈະ​ມີ​ຂຶ້ນ​ໃນ​ອາທິດ​ໜ້າ ​ໂດຍ​ຜູ້​ທີ່​ໄດ້​ຮັບ​ຕຳ​ແໜ່​ງ​ແທນ​ຄື​ທ່ານ ຫງວຽນ ຊວນ​ຟຸກ(Nguyen Xuan Phuc) ຮອງ​ນາຍົກລັດຖະມົນ ຕີຄົນປະຈຸ​ບັນ ຊຶ່ງ​ຈະ​ມີການ​ແຕ່ງ​ຕັ້ງ​ຜູ້​ດຳລົງຕຳ​ແໜ່​ງສຳຄັນ​ທາງ​ການ​ເມືອງ​ທັງ​ໝົ​ດພາຍ​​ໃນ​ອາທິດ​ໜ້າ ຈະ​ຖື​ເປັນ​ການ​ສຳ​ເລັດ​ຂະ​ບວນການ​ລົງມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ​ໃນ​ຮອບ​ນີ້​ຢ່າງ​ເປັນ​ທາ​ງການ.

 

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...