spot_img
Homeຂ່າວຕ່າງປະເທດສະໜາມ​ບິນ​ຊາ​ເວນ​ເທ​ມພ້ອມ​ເປີດ​ບໍລິການ

ສະໜາມ​ບິນ​ຊາ​ເວນ​ເທ​ມພ້ອມ​ເປີດ​ບໍລິການ

Published on

ສະໜາມ​ບິນ​ບຣັສ​ເຊ​ລພ້ອມ​ແລ້ວ​ໃນ​ທາງ​ເຕັກນິກ​ໃນ​ການ​ເປີດ​ໃຫ້​ບໍລິການ​ອີກ​ ຫຼັງ​ເກີດ​ເຫດ​ໂຈ​ມຕີ​ດ້ວຍ​ລະ​ເບີດ​ຂ້າ​ຕົວ​ຕາຍ​ເມື່ອ​ອາທິດ​ທີ່​ຜ່ານ​ມາ ​ແຕ່​ຍັງ​ບໍ່​ມີ​ຖ້ຽວ​ບິນ​ກ່ອນ​ຄຳ​ວັນ​ສຸກ​ທີ 1 ​ເມສາ​ເປັນ​ຢ່າງ​ຊ້າ.

ສຳນັກ​ຂ່າວ​ຕ່າງປ​ະ​ເທດ​ລາຍ​ງານ​ຈາກ​ນະຄອນ​ຫຼວງ​ບຣັສ​ເຊ​ລປະ​ເທດ​ແບນ​ຊິກ​ເມື່ອ​ວັນ​ທີ 31 ມີນາ ວ່າ​ອາຄານ​ຜູ້​ໂດຍ​ສານ​ຂາ​ອອກ​ຂອງ​ສະໜາມ​ບິ​ນຊາ​ເວນ​ເທ​ມນະຄອນຫຼວງ​ບຣັສ​ເຊ​ລ ຊຶ່ງ​ໄດ້​ຮັບ​ຄວາມ​​ເສຍ​ຫາຍ​ຢ່າງ​ໜັກ​ຈາກ​ເຫດ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ຂ້າ​ຕົວ​ຕາຍ ​ເມື່ອ​ວັນ​ອັງຄານ​ທີ 22 ມີນາ​ທີ່​ຜ່ານ​ມາ ສີມື​ກຸ່ມ​ກໍ່​ການ​ຮ້າຍ​​ໄອ​ເອສຈາກ​ນັ້ນ​ມາ​ໃນ​ອາທິດ​ນີ້​ໄດ້​ເລີ່ມມີ​ການ​ທົດ​ສອບ​ລະບົບ​ກວດກາ​ຜູ້​ໂດຍ​ສານ​ຊົ່ວຄາວ.

ຖະ​ແຫຼ​ງການ​ຂອງ​ບໍລິສັດ​ທ່າອາກາດສະ​ຍານ​ບຣັສ​ເຊ​ລລະບຸ​ວ່າ ບໍລິສັດ​ທ່າ​ອາກາດ​ສະຍານ​ບຣັສ​ເຊ​ລ​ໄດ້​ຮັບ​ສັນຍານ​ໄຟ​ຂຽວ​ຈາກ​ໜ່ວຍ​ດັບ​ເພີງ​ແລະ​ອົງການ​ການບິນ​ພົນລະ​ເຮືອນ​​ແບນ​ຊິກ​ວ່າ ສາມາດ​ກັບ​ມາ​ໃຫ້​ບໍລິການ​ໄດ້​ແລ້ວ​ບາງສ່ວນສຳ​ລັບ​ສະໜາມ​ບິນ​ຊາ​ເວນ​ເທ​ມຊຶ່ງ​ໃນ​ທາງ​ເຕັກນິກ​ຖື​ວ່າ​ພ້ອມ​ແລ້ວ ສຳລັບ​ເປີດ​ໃຫ້​ບໍລິການ​ອີກ​ ສຳລັບ​ຖ້ຽວ​ບິນ​ໂດຍສານ​ແລະ​ລະບົບ​ຊົ່ວຄາວ​ສຳລັບ​ການ​ກວດກາ​ຜູ້​ໂດຍສານ.

​ແນວ​ໃດ​ກໍ່ຕາມ ບໍລິສັດ​ທ່າ​ອາກາດ​ສະຍານ​ບຣັສ​ເຊ​ລຍັງ​ບໍ່​ໄດ້​ຕັດສິນ​ໃຈ​ແບບ​ເປັນ​ທາງ​ການ​ສຳລັບ​ກຳນົດ​ວັນ​ເປີດ​ໃຫ້​ບໍລິການ​ອີກ ​ແລະ​ກໍ່ຍັງ​ບໍ່​ມີ​ຖ້ຽວ​ບິນ​ໂດຍ​ສານ​ທີ່​ສະໜາມ​ບິ​ນຊາ​ເວນ​ເທ​ມຈົນ​ກວ່າ​ຈະ​ເຖິງ​ຄໍ່າ​ວັນ​ສຸກ​ທີ 1 ​ເມສາ​ເປັນ​ຢ່າງ​ຊ້າ.

ການ​ກວດກາ​ຜູ້​ໂດຍສານ​ຊົ່ວ​ຄາວ​ຈະ​ໃຊ້​ໃນ​ສ່ວນ​ຂອງ​ດ້ານ​ນອກ​ອາຄານ​ຜູ້​ໂດຍສານ​ຊຶ່ງ​ສາມາດ​ຮອງ​ຮັບ​ຈຳນວນ​ຜູ້​ໂດຍສານ​ຂາ​ອອກ​ໄດ້​ຊົ່ວ​ໂມງ​ລະ 800 ຄົນ ຫຼື​ຄິດ​ເປັນ​ 20% ຂອງ​ສັກກະ​ຍະ​ພາບ​ປົກກະຕິ​ຂອງ​ສະໜາມ​ບິນ​ຂະນະ​ທີ່​ຜູ້​ໂດຍ​ສານ​ຂາ​ເຂົ້າ​ກໍ່​ສາມາດ​ເຂົ້າ​ໄປ​ເຖິງ​ສ່ວນ​ຂອງ​ພື້ນ​ທີ່​ຮັບ​ກະ​ເປົ໋າ​ເຄື່ອງ ​ແລະ​ອາຄານ​ຜູ້​ໂດຍສານ​ຂາ​ເຂົ້າ​ໄດ້​ຕາມ​ປົກກະຕິ​ເພາະ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ເລັກ​ນ້ອຍ ​ແລະ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ກັບ​ມາ​ໃຊ້​ໄດ້​ອີກ.

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...