spot_img
HomeມູມໄອທີລາວVivo ເປີດໂຕສະມາດໂຟນລະບົບສຽງຄຸນະພາບ X6S ແລະ X6S Plus ຢ່າງເປັນທາງການ

Vivo ເປີດໂຕສະມາດໂຟນລະບົບສຽງຄຸນະພາບ X6S ແລະ X6S Plus ຢ່າງເປັນທາງການ

Published on

Vivo ຜູ້ຜະລິດສະມາດໂຟນຈາກປະເທດຈີນ ໄດ້ເປີດໂຕສະມາດໂຟນລຸ້ນໃໝ່ທີ່ມາພ້ອມກັບສະເປັກທີ່ເປັນຕາສົນໃຈແລະທີ່ສຳຄັນຍັງມາພ້ອມກັບລະບົົບສຽງຄຸນນະພາບ ນັ້ນກໍຄື vivo X6S ແລະ X6S Plus (ລືມບອກ 55+ ມາພ້ອມກັບການອອກແບບທີ່ເຮົາຄຸ້ນເຄີຍກັນດີ)

Vivo X6S

image

X6S ແມ່ນມາພ້ອມກັບຈໍ Super AMOLED, ຂະໜາດ 5.2 ນິ້ວ, ຄວາມລະອຽດ 1080×1920 ພິກເຊວ (FHD). ໃຊ້ງານຊິບປະມວນຜົນ Qualcomm Snapdragon 652 8976 ມີທັງໝົດ 8 ຄໍ (4 ຄໍ Cortex A72 ຄວາມໄວ 1.8 GHz ແລະ 4 ຄໍ Cortex A53 ຄວາມໄວ 1.2 GHz) ແລະໃຊ້ງານຊິບປະມວນຜົນກຣາບຟິກ Adreno 510

ໃນດ້ານຂອງໜ່ວຍຄວາມຈຳແມ່ນ ROM 64 GB ແລະ RAM 4GB. ໃຊ້ງານລະບົບ Android 5.1 Lollipop. ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ, PDAF, f/2.2 ແລະກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ. ສ່ວນທີ່ສຳຄັນທີ່ສຸດກໍຄືສະມາດໂຟນລຸ້ນນີ້ແມ່ນມາພ້ອມກັບລະບົົບສຽງ AKM 4375 32 ບິດ DAC (ຍັງບໍ່ເຄີຍລອງວ່າສຽງດີແນວໃດແຕ່ຫຼາຍຄົນບອກວ່າສຽງດີ)

image

ໂຕເຄື່ອງນັ້ນມີຂະໜາດຢູ່ທີ່ 147.9 x 73.75 x 6.56 ມມ ແລະໜັກປະມານ 140 ກຣາມ ແລະແບັດເຕີຣີໃຫ້ມາ 2400 mAh. ມີລະບົບສະແກນລາຍນິ້ວມືທີ່ດ້ານຫຼັັງໂຕເຄື່ອງ. ສຳລັບລາຄາຂອງໂຕເຄື່ອງແມ່ນ 2598 ຢວນ (3.308.000 ກີບ), ສ່ວນກຳນົດວາງຈຳໜ່າຍນັ້ນແມ່ນວັນທີ 5 ເມສານີ້

Vivo X6S Plus

image

X6S Plus ແມ່ນມາພ້ອມກັບຈໍ Super AMOLED, ຂະໜາດ 5.7 ນິ້ວ, ຄວາມລະອຽດ 1080×1920 ພິກເຊວ (FHD). ໃຊ້ງານຊິບປະມວນຜົນ Qualcomm Snapdragon 652 8976 ມີທັງໝົດ 8 ຄໍ (4 ຄໍ Cortex A72 ຄວາມໄວ 1.8 GHz ແລະ 4 ຄໍ Cortex A53 ຄວາມໄວ 1.2 GHz) ແລະໃຊ້ງານຊິບປະມວນຜົນກຣາບຟິກ Adreno 510

ໃນດ້ານຂອງໜ່ວຍຄວາມຈຳແມ່ນ ROM 64 GB ແລະ RAM 4GB. ໃຊ້ງານລະບົບ Android 5.1 Lollipop. ກ້ອງຫຼັງຄວາມລະອຽດ 16 ລ້ານພິກເຊວ, PDAF, f/2.0, ຮອງຮັບລະບົບກວດຈັບໂຟກັດອັດຕະໂນມັດ ອີກທັງຍັງມີຄວາມໄວເຖິງ 0.6 ວິນາທີເລິຍ ແລະ ກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ.

image

ອີກທັງຍັງມາພ້ອມກັບລະບົບສຽງ ES9028 DAC ພາຍໃນເປັນຊິບສຽງ YAMAHA YSS-205X (ໃຊ້ໂຕດຽວກັນກັັບ vivo X5Max) ເຊິ່ງໄດ້ຮັບການຢືນຢັນແລ້ວວ່າຄຸນນະພາບສຽງທີ່ອອກມານັັ້ນຖືວ່າດີຫຼາຍ

ໂຕເຄື່ອງນັ້ນມີຂະໜາດຢູ່ທີ່ 158.4 x 80.1 x 6.85 ມມ ແລະໜັກປະມານ 172 ກຣາມ ແລະແບັດເຕີຣີໃຫ້ມາ 3000 mAh. ມີລະບົບສະແກນລາຍນິ້ວມືທີ່ດ້ານຫຼັັງໂຕເຄື່ອງ. ສຳລັບລາຄາຂອງໂຕເຄື່ອງແມ່ນ 2998 ຢວນ (3.817.000 ກີບ), ສ່ວນກຳນົດວາງຈຳໜ່າຍໜ້າຈະເປັນວັນທີ 5 ເມສານີ້

image

ທີ່ມາ: helpix ແລະ gsmarena

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...