Homeຂ່າວຕ່າງປະເທດປະທານາທິບໍດີມຽນມາຜູ້ໃໝ່ ເຂົ້າພິທີສາບານຕົນຮັບຕຳແໜ່ງ ຢ່າງເປັນທາງການ

ປະທານາທິບໍດີມຽນມາຜູ້ໃໝ່ ເຂົ້າພິທີສາບານຕົນຮັບຕຳແໜ່ງ ຢ່າງເປັນທາງການ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ມີນາຜ່ານມານີ້ວ່າ ທ່ານ ຖິ່ນຈໍ ປະທານາທິບໍດີມຽນມາຜູ້ໃໝ່ ພ້ອມດ້ວຍ ທ່ານ ມິນສ່ວຍ ຮອງປະທານາທິບໍດີຄົນທີ 1 ແລະ ທ່ານ ເຮນຣີ ວັນທຽວ ຮອງປະທານາທິບໍດີຄົນທີ 2 ໄດ້ເຂົ້າຮ່ວມພິທີສາບານຕົນເຂົ້າຮັບຕຳແໜ່ງ ທີ່ອາຄານລັດຖະສະພາມຽນມາ ນະຄອນຫລວງເນປີດໍ ໂດຍໃນພິທີດັ່ງກ່າວ ທັງສາມທ່ານໄດ້ຢືນຖືລັດຖະທຳມະນູນໄວ້ໃນມື ແລ້ວກ່າວຄຳສາບານຕົນພ້ອມໆກັນ ຕາມປະທານລັດຖະສະພາວ່າ ຈະຈົງຮັກພັກດີຕໍ່ສະຫະພາບສາທາລະນະລັດມຽນມາ ແລະ ຈະບໍ່ແບ່ງແຍກຄວາມເປັນສະຫະພາບ ຄວາມສາມັກຄີຂອງຊາດ ແລະ ຈະຮັກສາໄວ້ຊຶ່ງອຳນາດອະທິປະໄຕ ເປັນເປັນສິ່ງສຳຄັນໄວ້.

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...