Homeຂ່າວຕ່າງປະເທດກອງທັບສະຫະລັດຯ ເສີມກຳລັງທະຫານ ໃນເອີຣົບຕາເວັນອອກ ຕ້ານອິດທິພົນຂອງຣັດເຊຍ!

ກອງທັບສະຫະລັດຯ ເສີມກຳລັງທະຫານ ໃນເອີຣົບຕາເວັນອອກ ຕ້ານອິດທິພົນຂອງຣັດເຊຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ມີນານີ້ວ່າ ກອງທັບສະຫະລັດອາເມຮິກາ ຈະເສີມກຳລັງທະຫານ ເຂົ້າໄປປະຈຳການ ຢູ່ພາກພື້ນເອີຣົບຕາເວັນອອກຫລາຍຂຶ້ນກວ່າເກົ່າ ໂດຍຕັ້ງເປົ້າຮອດເດືອນກຸມພາປີ 2017 ຈະສົ່ງກອງພົນນ້ອຍ ຈຳນວນ 3 ກອງພົນ ຊຶ່ງແຕ່ລະກອງພົນ ຈະປະກອບມີທະຫານປະມານ 4,500 ຄົນ ພ້ອມດ້ວຍລົດຫຸ້ມເກາະ ແລະ ອາວຸດຍຸດໂທປະກອນອື່ນໆ ຜັດປ່ຽນກັນເຂົ້າໄປປະຈຳການ ໃນພື້ນທີ່ຕ່າງໆຂອງເອີຣົບຕາເວັນອອກ.

ທ່ານ ຟິລິບ ບຣີດເລີບ ຜູ້ບັນຊາການລະດັບສູງຂອງກອງທັບສະຫະລັດອາເມຣິກາ ໃນທະວີບເອີຣົບ ໄດ້ກ່າວວ່າ ” ແຜນການນີ້ ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ແນວທາງອັນໝັ້ນທ່ຽງຂອງພວກເຮົາ ເພື່ອຜ່ອນຄາຍຄວາມກັງວົນ ໃຫ້ແກ່ບັນດາຊາດພັນທະມິດນາໂຕ້ ແລະ ຮຸ້ນສ່ວນຂອງເຮົາ ອັນເປັນຜົນສືບເນື່ອງຈາກ ທ່າທີ່ອັນແຂງແຮງຂອງຣັດເຊຍ ໃນເອີຣົບຕາເວັນອອກ ແລະ ສະຖານທີ່ອື່ນໆ ”

 

 

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...