Homeຂ່າວຕ່າງປະເທດຈີນເຂົ້າຊື້ກິດຈະການ ບໍລິສັດໂຕຊິບາຂອງຍີ່ປຸ່ນ ຖືຮຸ້ນລາຍໃຫຍ່ເຖິງ 80%!

ຈີນເຂົ້າຊື້ກິດຈະການ ບໍລິສັດໂຕຊິບາຂອງຍີ່ປຸ່ນ ຖືຮຸ້ນລາຍໃຫຍ່ເຖິງ 80%!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ມີນານີ້ວ່າ ບໍລິສັດ ມີເດຍ ກຣຸບ (Midea Group) ຊຶ່ງເປັນລັດວິສາຫະກິດ ຜູ້ຜະລິດເຄື່ອງໃຊ້ໄຟຟ້າລາຍໃຫຍ່ທີ່ສຸດຂອງຈີນ ໄດ້ຕັດສິນໃຈເຂົ້າຊື້ກິດຈະການ ເຄື່ອງໃຊ້ໄຟຟ້າໃນເຄືອໂຕຊິບາ (TOSHIBA) ຂອງຍີ່ປຸ່ນ ດ້ວຍການເຂົ້າຊື້ຮຸ້ນເຖິງ 80% ພາຍໃນບໍລິສັດ TLSC ເຈົ້າຂອງເຄື່ອງໝາຍການຄ້າໂຕຊິບາ ໃນວົງເງິນ 473 ລ້ານໂດລາ ໂດຍທາງໂຕຊິບາ ຈະຍັງຖືຮຸ້ນພາຍໃນບໍລິສັດຂອງຕົນ ໃນສັດສ່ວນ 19.9% ເທົ່ານັ້ນ.

ໂຕຊິບາ ແມ່ນຊື່ກາໝາຍການຄ້າຜະລິດຕະພັນເຄື່ອງໃຊ້ໄຟຟ້າຍີ່ຫໍ້ດັງ ທີ່ມີຕັ້ງແຕ່ໝໍ້ຫຸງເຂົ້າ ໄປຈົນຮອດໂຮງງານໄຟຟ້າພະລັງງານນິວເຄລຍ ຊຶ່ງພາຍຫລັງການເຂົ້າຊື້ກິດຈະການດັ່ງກ່າວ ຈະເຮັດໃຫ້ບໍລິສັດ ມີເດຍ ກຣຸບ ຂອງຈີນ ໄດ້ຮັບອະນຸຍາດໃຫ້ຜະລິດເຄື່ອງໃຊ້ໄຟຟ້າ ພາຍໃຕ້ຍີ່ຫໍ້ ໂຕຊິບາ ເປັນເວລາ 40 ປີ ແລະ ເປັນເຈົ້າຂອງຊັບສິນທາງປັນຍາ ລວມແລ້ວຫລາຍກວ່າ 5,000 ລາຍການ ດ້ວຍການຖືຄອງສິດທິບັດທີ່ກ່ຽວຂ້ອງ.

559000003435502

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...