spot_img
HomeBaby-ແມ່ແລະເດັກ7 ກີລາສຸດຮິດ ທີ່ເຮັດໃຫ້ລູກສູງຂຶ້ນໄດ້

7 ກີລາສຸດຮິດ ທີ່ເຮັດໃຫ້ລູກສູງຂຶ້ນໄດ້

Published on

ວິທີເພີ່ມຄວາມສູງໃຫ້ເດັກນ້ອຍ ຕ້ອງເຮັດແນວໃດ? ສຳລັບພໍ່ແມ່ທີ່ຢາກໃຫ້ລູກສູງ ແລະ ມີພັດທະນາການທີ່ດີສົມໄວ ລາວໂພສຕ໌ມີເຄັດລັບດີໆຈາກວາລະສານ momypedia ມາບອກກັນ ນັ້ນຄືການຫຼິ້ນກິລາ ແຕ່ຕ້ອງເຮັດຄ່ອຍເປັນຄ່ອຍໄປ ຢ່າເຮັດໜັກຫຼາຍເກີນໄປດຽວຮ່າງກາຍຂອງລູກຈະຮັບບໍ່ໄຫວ ສ່ວນຈະມີກີລາປະເພດໃດນັ້ນມາຮູ້ຈັກກັນເລີຍ

03_3

1. ການແລ່ນ : ການໃຫ້ລູກນ້ອຍແລ່ນອອກກຳລັງກາຍທີ່ພື້ນດິນ ຫຼື ສະໜາມຫຍ້າຈະຊ່ວຍໃຫ້ສຸຂະພາບເດັກດີຂຶ້ນ.
2. ການກະໂດດ : ຢືນຕົວຊື່ໆຈ່າງຂາອອກເລັກໜ້ອຍ ຈາກນັ້ນກໍ່ກະໂດດດ້ວຍຂາພຽງຂ້າງດຽວໃຫ້ສຸດ ເຮັດຊ້ຳແບບດຽວກັນປະມານ 10 ຄັ້ງ ດ້ວຍການສະລັບຂາທັງສອງຂ້າງປ່ຽນກັນ.

04_2

3. ການປັ່ນລົດຖີບ : ເປັນກິດຈະກຳທີ່ເຮັດໃຫ້ຕີນຂອງເຮົາຢືດຕະຫຼອດໄລຍະການປັ່ນລົດຖີບ.

4. ການລອຍນ້ຳ : ໂດຍລອຍນ້ຳທ່າແມງກະເບື້ອເປັນເວລາ 20 ນາທີ ເປັນທ່າທີ່ເໝາະສົມທີ່ສຸດ ເພາະຮ່າງກາຍໄດ້ອອກກຳລັງກາຍບໍລິເວນຫຼັງ ໄຫລ່ ແລະ ບໍລິເວນແຂນຢ່າງເຕັມທີ່ ແຕ່ຖ້າບໍ່ສະດວກກໍ່ສາມາດເຮັດທ່າອື່ນໄດ້ເຊັ່ນກັນ.

5. ການໂດດເຊືອກ : ໂດຍເປັນການໂດດທັງຕົວ ເຊິ່ງຈະເຮັດໃຫ້ບໍລິເວນຂາ ແລະ ຫຼັງໄດ້ຢືດໄປພ້ອມກັນ ລວມທັງຊ່ວຍເພີ່ມຄວາມແຂງແຮງຂອງມື ແລະ ແຂນໄດ້ເປັນຢ່າງດີ.

6. ການເຕະຂາ : ພຽງແຕ່ຢືນແຍກຂາອອກແລ້ວເຕະຂາໄປທາງໜ້າ ເຮັດແບບນີ້ຢ່າງໜ້ອຍຂ້າງລະ 20 ຄັ້ງ ກໍ່ຊ່ວຍຢືດກະດູກໃຫ້ແຂງແຮງໄດ້ເຊັ່ນກັນ.

trampoline-girl-120924
7. ການໃຊ້ແຫຣມໄພລີນ (Trampoline) : ເປັນການອອກກຳລັງກາຍ ໂດຍອາໃສເທັກນິກກະຕຸ້ນແນວດິ່ງ ເຊິ່ງອົງການນາຊາໄດ້ລະບຸວ່າ ນີ້ແມ່ນການອອກກຳລັງກາຍທີ່ດີທີ່ສຸດ ເຮັດພຽງວັນລະ 20 ນາທີ ຈະຊ່ວຍຢືກກ້າມເນື້ອທີ່ເໝາະສົມຂອງທຸກສ່ວນໃນຮ່າງກາຍສຳລັບການເພີ່ມຄວາມສູງ ຖ້າຫາກອອກຳລັງກາຍເປັນປະຈຳ ແລະ ເຮັດດ້ວຍທ່າທີ່ຖືກຕ້ອງ ເໝາະສົມກໍ່ຈະຊ່ວຍໃຫ້ສູງຂຶ້ນເຖິງ 5 cm

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...