Homeຂ່າວຕ່າງປະເທດຜູ້ນຳຣັດເຊຍ-ອີຣ່ານ ຖືການປົດປ່ອຍເມືອງພັນໄມຣາ ເປັນໄຊຊະນະສຳຄັນ ຕ້ານກຸ່ມໄອເອັສຢູ່ຊີຣີ!

ຜູ້ນຳຣັດເຊຍ-ອີຣ່ານ ຖືການປົດປ່ອຍເມືອງພັນໄມຣາ ເປັນໄຊຊະນະສຳຄັນ ຕ້ານກຸ່ມໄອເອັສຢູ່ຊີຣີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ມີນາຜ່ານມານີ້ວ່າ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດ​ເຊຍ ​ແລະ ຄູ່​ຕຳ​ແໜ່​ງອີຣ່ານ ທ່ານ ຮັດຊານ ຣູຮານີ ໄດ້ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ ເມື່ອວັນທີ 28 ມີນາ 2016 ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່ຊີຣີ ພາຍຫລັງທີ່ກອງທັບຊີຣີ ສາມາດປົດປ່ອຍເມືອງພັນໄມຣາ ຄືນຈາກ​ກຳມື​ຂອງກຸ່ມ​ລັດ​ອິດສະ​ລາມ ຫລື ໄອເອັສ ໂດຍຝ່າຍອີຣ່ານ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ ​ຕ້ອງ​ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງຢູ່ຊີຣີ ​ແລະ ຊຸກຍູ້​ວິວັດທະນາ​ການ​ເຈລະຈາ​ໃນ​ປັດຈຸ​ບັນໃຫ້ເປັນຈິງ ຊຶ່ງຖື​​ເຫດການດັ່ງກ່າວນີ້ ​ມີ​ຄວາມ​ໝາຍ​ເປັນ​ຂໍກຸນ​ແຈ ແລະ ​ແມ່ນ​ໄຊຊະນະ​ສຳຄັນ ​ໃນ​ບັ້ນ​ຮົບ​ຕ້ານ​ການ​ກໍ່​ການ​ຮ້າຍ​ຢູ່ຊີຣີ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...