spot_img
Homeຂ່າວການພັດທະນາເສັ້ນທາງໜອງບຶກ-ຕານມີໄຊ ພວມປະເມີນມູນຄ່າກໍ່ສ້າງ ຄາດບໍລິສັດລາວເວີນ ຮັບເໝົາ-ລົງທຶນກ່ອນ!

ເສັ້ນທາງໜອງບຶກ-ຕານມີໄຊ ພວມປະເມີນມູນຄ່າກໍ່ສ້າງ ຄາດບໍລິສັດລາວເວີນ ຮັບເໝົາ-ລົງທຶນກ່ອນ!

Published on

ຂປລ. ປະຊາຊົນ ຜູ້ໃຊ້ລົດໃຊ້ຖະໜົນ ຈົ່ງອົດທົນລໍຄອຍອີກບໍ່ດົນ ກໍຈະມີການລົງມື ກໍ່ສ້າງເສັ້ນທາງແຕ່ສາມແຍກ ໜອງບຶກ-​ໄຟອຳນາດ ສີ່ແຍກຕານມີໄຊເພາະວ່າໃນປັດຈຸບັນ ກະຊວງ​​ແຜນການແລະ ການລົງທຶນ ກັບກະຊວງການເງິນ ພວມດຳເນີນການ ປະເມີນລາຄານັບທັງຂໍ້ມູນ ທາງດ້ານມາດຕະຖານ ເຕັກນິກຕ່າງໆ ໃນການກໍ່ສ້າງ​​​ ໂດຍຄາດວ່າ ຈະແມ່ນບໍລິສັດ ລາວເວີນກຣຸບເປັນຜູ້ຮັບເໝົາແລະ ລົງທຶນກ່ອນ.

ທ່ານ ​ເດດໄຊສົງຄາມ ທຳມະວົງ ຫົວໜ້າພະແນ ໂຍທາທິການແລະ ຂົນສົ່ງ ນະຄອນ ຫລວງວຽງຈັນ, ເປີດເຜີຍວ່າ: ​ເມື່ອສຳເລັດ ການປະເມີນລາຄາບໍລິສັດ ລາວເວີນ ກຣຸບ ກໍຈະດຳເນີນການລົງມືກໍ່ສ້າງ ​ເສັ້ນທາງດັ່ງກ່າວທັນທີເຊິ່ງມີໄລຍະທາງ ຍາວປະມານ 8 ກິໂລແມັດ ດ້ວຍມາດຕະ ຖານເຕັກນິກ ດຽວກັນກັບ​ເສັ້ນທາງ ແຕ່ສີ່ແຍກໄຟອຳນາດ ຕານມີໄຊ-​ໄຟອຳນາດດົງໂດກ ປູດ້ວຍເບຕົງເສີມເຫລັກ. ​ເນື່ອງຈາກເສັ້ນທາງສາຍນີ້ ເປັນສາຍສຳຄັນ ທີ່ມີພາຫະນະບັນທຸກ​ໜັກ ທຽວໄປມາຢ່າງຫລວງຫລາຍ ຈຶ່ງຕ້ອງມີການຄຳນວນ ເຖິງຄຸນນະພາແລະ ມາດຕະຖານ ດ້ານເຕັກນິກໃຫ້ມີຄວາມຮັບປະກັນ ລວມທັງມູນຄ່າການກໍ່ສ້າງ ກໍນັບວ່າສູງສົມຄວນ. ສະນັ້ນ, ທາງພາກລັດ ກໍຕ້ອງດຳເນີນ ການສຶກສາຢ່າງຮອບຄອບ ທັງຮັບປະກັນຄຸນນະພາ ໃຫ້ສາມາດນຳໃຊ້ ໄດ້ຍາວນານ.

ທ່ານ ກ່າວຕື່ມ​ວ່າ: ບໍ່ພຽງແຕ່ເສັ້ນທາງ ໜອງບຶກ​-ຕານມີໄຊ​ເທົ່າ​ນັ້ນ, ລັດຖະບານ ຍັງ​​ໄດ້ມີ​ການປັບປຸງກໍ່ສ້າງ ເສັ້ນທາງຊອຍໃຫຍ່ ທີ່ເຊື່ອມຕໍ່ໃນ ນະຄອນຫລວງວຽງຈັນ ຈຳນວນ 27 ​ເສັ້ນໃນມູນຄ່າຫລາຍກວ່າ 23 ລ້ານໂດລາສະຫະລັດ ​​ເຊິ່ງຈະໃຫ້ສຳເລັດກ່ອນ ສປປ ລາວຮັບກຽດເປັນເຈົ້າພາບ ກອງປະຊຸມສຸດຍອດອາຊຽນ ໃນທ້າຍປີນີ້. ​ເພື່ອອຳນວຍຄວາມສະດວກ ໃນການສັນຈອນ ແກ້ໄຂລົດຕິດແອອັດ ​​ເຮັດໃຫ້ຕົວເມືອງ ມີຄວາມ​​ເປັນລະບຽບຮຽບຮ້ອຍແລະ ມີເສັ້ນທາງທີ່ສວຍງາມ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...