spot_img
Homeຂ່າວຕ່າງປະເທດຮູບຮ່າງຂອງບາຕ ທີ່ຂຸດຄົ້ນພົບທີ່ ພຣະຣາຊວັງກະບິລລະພັສ (ຄ້າຍໆບາຕ)

ຮູບຮ່າງຂອງບາຕ ທີ່ຂຸດຄົ້ນພົບທີ່ ພຣະຣາຊວັງກະບິລລະພັສ (ຄ້າຍໆບາຕ)

Published on

 

ຮູບຮ່າງຂອງບາຕ ທີ່ຂຸດຄົ້ນພົບທີ່ ພຣະຣາຊວັງກະບິລລະພັສ (ຄ້າຍໆບາຕ) ເມື່ອວັນທີ 26/03/2016

ເມື່ອເວລາ 13.20 ໂມງ ໄດ້ມີການຂຸດຄົ້ນພົບວັດຖຸດິນເຜົາຄ້າຍຄືບາຕ ແລະເມື່ອເວລາ 11.40 ໂມງ ຂອງວັນທີ 26 ມີນາ 2016 ໃນມື້ດຽວກັນ ກຳມະກອນຂອງວັດພຣະຣາຊວັງກະບິລລະພັສ ປະເທດເນປານ ໄດ້ຂຸດພົບ ແຜ່ນດິນຈີ່ບູຮານ ພາຍໃນບໍລິເວນ ພື້ນທີ່ຂຸດເປັນບໍລິເວນທີ່ຈະສ້າງກຸຕິສົງ ແລະຍັງພົບເຄື່ອງປັ້ນດິນເຜົາໃນສະໄຫມກ່ອນ ແລະເຊື່ອວ່າໃນບໍລິເວນສ້າງວັດນີ້ອາດເປັນເຂດພຣະຣາຊວັງກະບິລພັສມາກ່ອນ ທາງວັດຈຶ່ງໄດ້ຈັດເກັບຮັກສາໄວ້ກັບເຄື່ອງບູຮານອື່ນໆທີ່ຂຸດພົບກ່ອນຫນ້ານີ້ ເພື່ອເປັນຫລັກຖານໃນການຮຽນຮູ້ໃຫ້ແກ່ຜູ້ມາສະແຫວງບຸນທັງຫລາຍ .

ເມືອງກະບິລລະພັສ ນັ້ນເປັນເມືອງເກົ່າບູຮານ ທີມີປະຫວັດຄວາມເປັນມາທີ່ດົນນານ ຕັ້ງແຕ່ກ່ອນສະໄຫມພຸທທະການ ( ເກີດຂຶ້ນມາກ່ອນພຣະພຸທທະເຈົ້າ) ມີການສ້າງຂຶ້ນໂດຍຕົ້ນຕະກຸນຂອງພຣະພຸທທະເຈົ້າ ຄືສ້າງໂດຍຕະກຸນສາກະຍະ ເຊິ່ງເປັນພຣະຣາຊຕະກຸນຂອງພຣະພຸທທະເຈົ້າ ທີ່ໄດ້ກໍ່ສ້າງມາແລ້ວ ກໍ່ຈະເຣິນຮຸ່ງເຮືອງ ຕະຫລອດມາເລື່ອຍໆ ແລະມາຈະເຣິນຮຸ່ງເຮືອງສູງສຸດກໍ່ຄືໃນໄລຍະ ທີ່ພຣະເຈົ້າສຸທໂທທະນະ ເປັນກະສັດ ເພາະເປັນໄລຍະທີ່ ເຈົ້າຊາຍສິທທັຕຖະໂພທິສັຕ ໄດ້ອາໄສຢູ່ ເພາະພຣະເຈົ້າສຸທໂທທະນະໄດ້ປະຕິວັດເມືອງຄັ້ງຍິ່ງໃຫຍ່ ເພື່ອໃຫ້ມະຫານະຄອນກະບິລພັສ ມີຄວາມງົດງາມ ຍິ່ງໃຫຍ່ ອຸດົມສົມບູນ ເພື່ອເຮັດໃຫ້ເປັນເຄື່ອງຍຶດໝັ້ນເພື່ອໃຫ້ຈິຕໃຈຂອງເຈົ້າຊາຍສິທທັຕຖະ ບໍ່ໃຫ້ມີຈິຕຄິດຈະອອກບວດ ນະຄອນກະບິລລະພັສຈຶ່ງຈະເຣິນຮຸ່ງເຮືອງທີ່ສຸດໃນຍຸກນັ້ນ .

 

ພາບແລະຂໍ້ມູນ ໂດຍ : ພຣະກ້າວ ປຸນຍາທິໂປ ວັດພຣະຣາຊວັງ ເນປານ

ແຫລ່ງຂ່າວຈາກ: Art and Culture of Laos

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...