spot_img
Home​ຂ່າວທ່ອງທ່ຽວຫໍໄຕປີດົກໃບລານບູຮານອາຍຸ 300 ປີ ທີ່ສະຫວັນນະເຂດ

ຫໍໄຕປີດົກໃບລານບູຮານອາຍຸ 300 ປີ ທີ່ສະຫວັນນະເຂດ

Published on

 

ທ່ອງທ່ຽວກັບລາວໂພສຕ໌ວັນນີ້ ເຮົາຈະພາທຸກທ່ານມາທ່ຽວ ຫໍໄຕປີດົກບູຮານອາຍຸ 300 ປີ ທີ່ແຂວງສະຫວັນນະເຂດ ເຊິ່ງເປັນແຂວງທີ່ໃຫຍ່ອັນດັບສອງຂອງປະເທດທາງດ້ານເສດຖະກິດ ເຊິ່ງມີເນື້ອທີ່ເຖິງ 22,080 ກິໂລຕາແມັດ.

ສະຫວັນນະເຂດມີແຫລ່ງທ່ອງທ່ຽວຫຼາຍແຫ່ງທີ່ສວຍງາມ ເຊັ່ນ: ພະທາດອິງຮັງ, ວັດໄຊຍະພູມ ພິພິຕະພັນວິທະຍາສາດໄດໂນເສົາ, ໜອງຫລົ່ມ, ປ່າສະຫງວນດົງນາຕາດ, ແຫລ່ງຂຸດຄົ້ນກະດູກໄດໂນເສົາ, ພູຊ້າງແຫ່, ແກ່ງຫຼວງພ້ອມຮອຍຕີນໄດໂນເສົາ, ປ່າສະຫງວນແຫ່ງຊາດດົງພູວຽງ, ແກ່ງສາມມັດແຕກ, ເສັ້ນທາງໂຮຈີມິນ, ຕາດສະແລັນ, ຫໍໄຕວັດໜອງລຳຈັນ, ໜອງຫຼວງປາຝາ, ດົງລີງ, ທາດອຸບມຸງ-ລະຫາໂຄກ. ທາດເຮືອນຫີນ, ທາດໂຜ່ນ.

ແຂວງສະຫວັນນະເຂດ ເປັນແຫລ່ງກຳເນີດຂອງສີລະປະວັດທະນະທຳທີ່ສຳຄັນຂອງຊົນເຜົ່າພູໄທ ການຂັບລຳຄອນສະຫວັນໜຶ່ງໃນສື່ການຂັບລຳຂອງສະຫວັນນະເຂດ ຫຼັກຖານທາງສີລະປະວັດທະນະທຳອິດຢ່າງໜຶ່ງຄື ຫໍໄຕປີດົກ ທີ່ວັດຈັນທະສາໂລ ຫຼື ເອີ້ນວ່າວັດໜອງລຳຈັນ  

ຫໍໄຕປີດົກຕັ້ງຢູ່ເມືອງຈຳພອນ ແຂວງສະຫວັນນະເຂດ ອອກຈາກຕົວເມືອງສະຫວັນໄປທາງຫຼັກ 35

ຫໍໄຕປີດົກເປັນເຮືອນສາລາຕັ້ງຢູ່ກາງນ້ຳ ເປັນສະຖາປັດຕະຍາກຳເຄື່ອງໄມ້ທັງໝົດ ເຊິ່ງສະທ້ອນໃຫ້ເຫັນສີມືຊ່າງລ້ານຊ້າງໃນອະດີດ ເປັນບ່ອນທີ່ເກັບຮວບຮວມໜັງສືໃບລານເກົ່າແກ່ທີ່ສຳຄັນ ເຊິ່ງໜັງສືມີອາຍຸ ປະມານ 300 ປີ ແລະ ຫໍໄຕປີດົກແຫ່ງນີ້ມີອາຍຸການສ້າງເຖິງ 200 ກ່ວາປີ

ຫາກທ່ານໃດທີ່ມາທ່ຽວສະຫວັນນະເຂດ ກໍ່ຢ່າພາດທີ່ຈະມາທ່ຽວຊົມສະຖານທີ່ອັນສັກສິດ ແລະ ມີຮ່ອງຮອຍປະຫວັດສາດທາງດ້ານປັດຕະຍາກຳອັນເກົ່າແກ່ນີ້.

ໝາຍເຫດ: ວິດີໂອນີ້ໃຫ້ສຽງເປັນພາສາໄປ ເພື່ອເຮັດໃຫ້ທ່ານເຂົ້າໃຈດ້ານການສື່ສານ ແລະ ເຂົ້າໃຈເນື້ອຂອງການບັນລະຍາຍຫຼາຍຂຶ້ນ

https://youtu.be/4Wc4hqsTjAI

 

ຂຽນທ່ອງທ່ຽວໂດຍ: ລາວໂພສຕ໌. ຄອມ

ຂໍ້ມູນຈາກ: ເວັບໄຊ໌ ໄທສະຫວັນນະເຂດ.ຄອມ

ຮູບພາບຈາກ: ເວັບໄຊ໌ ຮັອດເຊຍ.ຄອມ

 

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...