spot_img
Homeຂ່າວຕ່າງປະເທດກອງທັບຊີຣີ ປົດປ່ອຍເມືອງພັນໄມຣາ ຈາກການຍຶດຄອງຂອງກຸ່ມໄອເອັສ ໄດ້ແລ້ວ!

ກອງທັບຊີຣີ ປົດປ່ອຍເມືອງພັນໄມຣາ ຈາກການຍຶດຄອງຂອງກຸ່ມໄອເອັສ ໄດ້ແລ້ວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ມີນານີ້ວ່າ ກອງທັບລັດຖະບານຊີຣີ ສາມາດປົດປ່ອຍເຂດພື້ນທີ່ ເມືອງບູຮານພັນໄມຣາ ຂັບໄລ່ກຸ່ມຕິດອາວຸດລັດອິດສະລາມ ຫລື ໄອເອັສ ທີ່ຍຶດຄອງພື້ນທີ່ດັ່ງກ່າວ ນັບຕັ້ງແຕ່ເດືອນພຶດສະພາ 2015 ຜ່ານມາ ໂດຍປະຕິບັດການບຸກໂຈມຕີປົດປ່ອຍເຂດດັ່ງກ່າວນີ້ ໄດ້ເລີ່ມຂຶ້ນເມື່ອຕົ້ນເດືອນມີນາ ພາຍໃຕ້ການສະໜັບສະໜູນທາງອາກາດ ຈາກກອງທັບຣັດເຊຍ.

ແນວໃດກໍຕາມ ກຸ່ມໄອເອັສຍັງອ້າງວ່າ ພວກເຂົາຍັງຄວບຄຸມເມືອງພັນໄມຣາໄດ້ຢູ່ ໂດຍໃນຂະນະທີ່ກຸ່ມດັ່ງກ່າວຍຶດຄອງ ໄດ້ມີການທຳລາຍສິ່ງປູກສ້າງບູຮານຫລາຍຢ່າງ ຊຶ່ງທາງອົງການອຸຍເນັສໂກ ມີແຜນຈະເຂົ້າໄປກວດສອບຄວາມເສຍຫາຍ ທັນທີທີ່ສະພາບການມີຄວາມສະຫງົບ.

NjpUs24nCQKx5e1D8WcXkF00eRT6AHYlyPolsfOSR2B

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...