spot_img
Homeຂ່າວການພັດທະນາມອບ​ລາ­ງວັນ​ສິນ​ໄຊ ແລະ​ ວັນ­ນະ­ກຳ​ສ້າງ­ສັນ​ດີ­ເດັ່ນ

ມອບ​ລາ­ງວັນ​ສິນ​ໄຊ ແລະ​ ວັນ­ນະ­ກຳ​ສ້າງ­ສັນ​ດີ­ເດັ່ນ

Published on

ເພື່ອ​ສົ່ງ­ເສີມ​ການ​ປະ­ດິດ​ຄິດ​ແຕ່ງຂອງ​ນັກ​ປະ­ພັນ​ນັກ​ກະ­ວີ​ໃຫ້​ນຳ​ໃຊ້​ຄວາມສາ­ມາດ ແລະ​ພອນ​ສະ­ຫວັນ​ຂອງ​ຕົນ​ເຂົ້າໃນ​ການ​ປະ­ກອບ­ສ່ວນ​ສ້າງ­ສັນ​ບົດ​ປະ ພັນ​ວັນ­ນະ­ຄະ­ດີ ປະ­ກອບ­ສ່ວນ​ໃຫ້​ວົງ​ການວັນ­ນະ­ກຳ​ລາວ​ນັບ​ມື້ ອຸ­ດົມ­ສົມ­ບູນ ແລະ​ເພື່ອ​ເຮັດ​ໜ້າ­ທີ່​ເປັນ​ເວທີ​ສົ່ງ­ເສີມ​ການ​ປະ­ພັນ​ວັນ­ນະ­ຄະ­ດີ ທັງເປັນ​ການ​ປຸກ­ລະ­ດົມ​ການ​ປະ­ດິດ​ຄິດ​ແຕ່ງດ້ານ​ວັນ­ນະ­ກຳ​ໃຫ້​ເປັນ​ຂະ​ບວນ​ຟົດ­ຟື້ນ ແລະ​ຂະ­ຫຍາຍ­ຕົວ​ຢ່າງ​ກ້ວ​າງ​ຂວາງ, ຕໍ່​ເນື່ອງ​ຮັບ­ປະ­ກັນ​ທາງ​ດ້ານ​ຄຸນ​ນະ​ພາບ ແລະ​ມີ​ປະ­ລິ­ມານ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ໃນວັນ​ທີ 25 ມີ­ນາທີ່​ຜ່ານ​ມາ​ໄດ້​ມີ​ການ​ຈັດພິ­ທີ​ມອບ​ລາງວັນ​ສິນ​ໄຊ ແລະ​ວັນ­ນະກຳ​ສ້າງ­ສັນ​ດີ­ເດັ່ນ ປະ­ຈຳ​ປີ 2015 ຂຶ້ນ ທີ່ໂຮງ­ແຮມ​ດາວ​ວຽງ ນະ­ຄອນ­ຫຼວງວຽງ​ຈັນ, ໂດຍ​ການເປັນ​ທານ​ຂອງ ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດ­ຖະ­ມົນ­ຕີ​ຊ່ວຍວ່າ­ການ​ກະ­ຊວງ​ຖະ­ແຫຼງ​ຂ່າວ​ວັດ­ທະ­ນະທຳ ແລະ​ທ່ອງ​ທ່ຽວ ມີ​ຄະ­ນະ​ພັນ​ລະ​ຍາການ​ນຳ, ສະ­ມາ­ຄົມ​ນັກ​ປະ­ພັນ-ນັກ​ກະວີ, ຄະ­ນະ​ພະ­ສົງ, ນັກ​ຂຽນ​ຮຸ່ນ​ໃໝ່ ແລະ​ເກົ່າ, ພ້ອມ​ແຂກ​ທີ່​ຖືກ​ເຊີນ ແລະ​ນັກ​ຂ່າວເຂົ້າ​ຮ່ວມ​ຢ່າງ​ພ້ອມ​ໜ້າ.

ງານ​ດັ່ງ­ກ່າວ​ນີ້ ມີ​ຜູ້​ສົ່ງ​ບົດ​ເຂົ້າ​ແຂ່ງ­ຂັນ​ທັງ​ໝົດ 254 ບົດ ໃນ​ນັ້ນ​ມີ ເລື່ອງ­ສັ້ນ 87 ບົດ, ບົດ​ກະ­ວີ 158 ບົດ ແລະ​ບົດ​ນະ­ວະ​ນິ­ຍາຍ 9 ບົດ. ການ​ຕັດ­ສິນ​ລາ­ງວັນ​ເລື່ອງ­ສັ້ນ, ບົດ​ກະວີ ແລະ​ນະ­ວະ​ນິ­ຍາຍ​ແມ່ນ​ໄດ້​ຕັດສິນ ເປັນ 2 ຮອບ​ຄື: ຮອບ​ຄັດ​ເລືອກ​ຄະ­ນະ​ກຳ ມະ​ການ​ປະ­ກອບ​ດ້ວຍ​ຄະ­ນະ​ອຳ­ນວຍການ​ວາ­ລະ­ສານ​ວັນ­ນະ​ສິນ 3 ທ່ານ​ຄື: 1. ທ່ານ ໂອ​ທອງ ຄຳ​ອິນ​ຊູ ຫົວ­ໜ້າ​ອຳ­ນວຍ​ການ​ວາ­ລະ­ສານ​ວັນ­ນະ​ສິນ. 2, ທ່ານ ສິນ​ສະ­ຫວັນ ເຄື່ອງ​ເທ­ພາ​ລິດ ຮອງ​ຫົວ­ໜ້າ​ອຳ­ນວຍ​ການ​ຝ່າຍ​ເນື້ອ​ໃນ 3, ທ່ານ ນາງ ສົມ​ພອນ ທຸມ​ມະ​ວົງ ຮອງ​ຫົວ­ໜ້າ​ອຳ­ນວຍ​ການ​ຝ່າຍ​ບໍ­ລິ­ຫານ ໂດຍ​ໄດ້​ຄັດ​ເລືອກ​ຈາກ​ເລື່ອງ­ສັ້ນ​ທັງ​ໜົດທີ່​ສົ່ງ​ມາ 87 ບົດ ເຂົ້າ​ຮອບ 4 ບົດ ແລ້ວ ສົ່ງ​ໃຫ້​ຄະ­ນະ​ກຳ­ມະ­ການ​ຕັດ­ສິນ​ລາ­ງວັນ ເພື່ອ​ອ່ານແລະ​ຕັດ­ສິນ​ໃນ​ຮອບ​ສຸດ​ທ້າຍ​ຄະນະ​ກຳ­ມະ­ການ​ຊຸດ​ນີ້​ປະ­ກອບ​ມີ 5 ທ່ານ ຄື: 1. ທ່ານ ທອງ​ໃບ ໂພ­ທິ​ສານ ຮອງຫົວ­ໜ້າ​ຫ້ອງ­ການ​ກະ­ຊວງ​ຖະ­ແຫຼງ​ຂ່າວວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວ ປະ­ທານສະ­ມາ­ຄົມ​ນັກ​ປະ­ພັນ​ລາວ. 2 ທ່ານ ນາງ ຜິວ​ລາ​ວັນ ຫຼວງ​ວັນ­ນາ ຮອງ​ປະ­ທານສະ­ມາ­ຄົມ​ນັກ​ປະ­ພັນ​ລາວ 3. ທ່ານ ສຸ­ບັນ ຫຼວງ​ລາດ ຫົວ­ໜ້າ​ສູ­ນວັດ­ທະ­ນະ­ທຳ​ເດັກ ກະ­ຊວງ​ຖະ­ແຫຼງ​ຂ່າວ​ວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວ ​ຮອງ​ປະ­ທານ​ສະ­ມາ­ຄົມ​ນັກປະ­ພັນ​ລາວ 4, ທ່ານ ສົມ​ສຸກ ສຸກ​ສະ​ຫວັດ ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ມາ­ຄົມ​ນັກ​ປະ­ພັນລາວ 5, ທ່ານ ນາງ ສົມ​ພຽນ ພົງ​ສະ​ຫວັດ​ມີ​ໄຊ ຮອງ​ຫົວ­ໜ້າ​ກົມ​ພິມ​ຈຳ­ໜ່າຍ. ຄະ­ນະ​ກຳ­ມະ­ການ​ທັງ 5 ທ່ານ​ໄດ້​ອ່ານ ແລະ​ໃຫ້​ຄະ­ແນນ​ຕາມ 6 ມາດ­ຖານ​ຄື: ເນື້ອ​ໃນ, ວິ­ທີ​ການ​ປະ­ດິດແຕ່ງ, ຫຼັກ­ການປະ­ພັນ, ພາ­ສາ, ສິ­ລະ​ປະ­ການ​ແຕ່ງ, ຄຸນຄ່າ​ທາງ​ວັນ­ນະ­ກຳ.

ຜ່ານ​ການ​ຮວມ​ຄະ­ແນນ​ຕົວ​ຈິງ​ຜົນການ​ຕັດ­ສິນ​ສຳ­ລັບ​ປີ​ນີ້​ອອກ​ມາ​ຄື: ປະເພດ​ເລື່ອງ​ຍາວ​ນະ­ວະ​ນິ­ຍາຍ​ບົດ​ທີ່​ໄດ້ຮັບ​ລາ­ງວັນ​ທີ 1 ມີ 243 ຄະ­ແນນ​ໄດ້ຮັບ​ເງິນ­ສົດ 4 ລ້ານ​ກີບ ພ້ອມ​ໃບ­ຢັ້ງ­ຢືນ. ເລື່ອງ­ສັ້ນ​ທີ່​ໄດ້​ຮັບ​ລາ­ງວັນ​ທີ 1 ມີ 249 ຄະ­ແນນ​ໄດ້​ຮັບ​ເງິນ­ສົດ 3 ລ້ານ​ກີບ ພ້ອມໃບ­ຢັ້ງ­ຢືນ ແລະ​ບົດ​ກະ­ວີ​ທີ່​ໄດ້​ຮັບ​ລາ­ງວັນທີ 1 ມີ 259 ຄະ­ແນນ ໄດ້​ຮັບ​ເງິນ­ສົດ 2,5 ລ້ານ​ກີບ ພ້ອມ​ໃບ­ຢັ້ງ­ຢືນ. ສຳ­ລັບ ບົດ​ທີ່​ໄດ້​ຮັບ​ລາ­ງວັນ​ຊົມ­ເຊີຍ​ມີ 11 ບົດ, ໃນ​ນັ້ນ​ມີ​ເລື່ອງ​ຍາວ 1 ບົດ ເລື່ອງ­ສັ້ນ 5 ບົດ ແລະ​ບົດ​ກະ­ວີ 5 ບົດ​ໄດ້ຮັບ​ເງິນ­ສົດ 8 ແສນ​ກີບ ພ້ອມ​ໃບ­ຢັ້ງ­ຢືນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...